ຂ່າວສານ

ການເດີນທາງໄປປະຕິບັດງານຢູ່ຕ່າງປະເທດເປີດແງ່ຫວັງຮ່ວມມືໃໝ່ຫຼາຍຢ່າງ

      COP 26 ແມ່ນເຫດການສາກົນໃຫຍ່ທີ່ມີຄວາມສຳຄັນຍິ່ງໃນປີ 2021. ທີ່ເວທີປາໄສນີ້, ດ້ວຍຖານະເປັນປະເທດພວມພັດທະນາ, ຜູ້ນຳລັດຖະບານ ຫວຽດນາມ ໄດ້ສົ່ງສານ ແລະ ໃຫ້ຄຳໝັ້ນສັນຍາຢ່າງແຮງໃນການຮ່ວມແຮງຮ່ວມໃຈຮັບມືກັບການປ່ຽນແປງຂອງດິນຟ້າອາກາດທົ່ວໂລກ.
(ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິນຈິງ)
      ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິນຈິງ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ຫາກໍ່ສິ້ນສຸດການເຂົ້າຮ່ວມກອງປະຊຸມຄັ້ງທີ 26 ບັນດາຝ່າຍເຂົ້າຮ່ວມສົນທິສັນຍາແມ່ຂອງສະຫະປະຊາຊາດ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ (COP 26) ຢູ່ ອັງກິດ ຢ່າງຈົບງາມ, ຢ້ຽມຢາມ, ເຮັດວຽກຢູ່ລາຊະອານາຈັກ ອັງກິດ, ຢ້ຽມຢາມປະເທດສ.ຝລັ່ງ ຢ່າງເປັນທາງການໃນລະຫວ່າງວັນທີ 31 ຕຸລາ ຫາວັນທີ 05 ພະຈິກ. ການໄປປະຕິບັດງານຄັ້ງນີ້ບັນລຸໄດ້ໝາກຜົນຕັ້ງໜ້າ, ເປີດບັນດາຂົງເຂດຮ່ວມມືທີ່ມີຄວາມຫວັງຫຼາຍຢ່າງໃນໄລຍະຈະມາເຖິງ.
        ການເດີນທາງໄປປະຕິບັດງານຂອງທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ເພື່ອເຂົ້າຮ່ວມ COP 26 ມີຄວາມໝາຍສຳຄັນຍິ່ງ. ກ່ອນອື່ນໝົດ, ສົ່ງສານຕໍ່ໂລກກ່ຽວກັບຄວາມມານະພະຍາຍາມຂອງຫວຽດນາມ ໃນການປະຕິບັດບັນດາຄຳໝັ້ນສັນຍາຕ້ານການປ່ຽນແປງຂອງດິນຟ້າອາກາດ, ກໍ່ຄືບັນດາຄວາມມານະພະຍາຍາມຂອງ ຫວຽດນາມ ເພື່ອມຸ່ງໄປເຖິງພື້ນຖານເສດຖະກິດຂຽວ. ການໄປປະຕິບັດງານຄັ້ງນີ້ກໍ່ເປີດກາລະໂອກາດຮ່ວມມືຢ່າງແທດຈິງ, ມີປະສິດທິຜົນກັບ ອັງກິດ, ຝລັ່ງ ເຊິ່ງແມ່ນ 2 ປະເທດຄູ່ຮ່ວມມືແຖວໜ້າຂອງ ຫວຽດນາມ ຢູ່ ເອີລົບ.
ຢືນຢັນຄືນໃໝ່ສານກ່ຽວກັບ ຫວຽດນາມ ມີຄວາມຮັບຜິດຊອບ, ເປັນເຈົ້າການໃນການແກ້ໄຂບັນດາສິ່ງທ້າທາຍລວມທົ່ວໂລກ
        COP 26 ແມ່ນເຫດການສາກົນໃຫຍ່ທີ່ມີຄວາມສຳຄັນຍິ່ງໃນປີ 2021. ທີ່ເວທີປາໄສນີ້, ດ້ວຍຖານະເປັນປະເທດພວມພັດທະນາ, ຜູ້ນຳລັດຖະບານ ຫວຽດນາມ ໄດ້ສົ່ງສານ ແລະ ໃຫ້ຄຳໝັ້ນສັນຍາຢ່າງແຮງໃນການຮ່ວມແຮງຮ່ວມໃຈຮັບມືກັບການປ່ຽນແປງຂອງດິນຟ້າອາກາດທົ່ວໂລກ.
        “ທຸກໆປະເທດຕ້ອງໃຫ້ຄຳໝັ້ນສັນຍາຢ່າງແຮງກວ່າ ກ່ຽວກັບການຫຼຸດຜ່ອນການປ່ອຍອາຍພິດເຮືອນແກ້ວ ບົນຫຼັການມີໜ້າທີ່ຄວາມຮັບຜິດຊອບລວມ ແຕ່ມີຄວາມແຕກຕ່າງ, ເໝາະສົມກັບເງື່ອນໄຂ, ສະພາບການ ແລະ ກຳລັງຄວາມສາມາດຂອງແຕ່ລະປະເທດ. ຂ້າພະເຈົ້າຮຽກຮ້ອງໃຫ້ຕ້ອງມີຄວາມຍຸຕິທຳກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ. ບັນດາຄຳໝັ້ນສັນຍາ ແລະ ການກະທຳມີລັກສະນະປະຫວັດສາດຂອງພວກເຮົາໃນມື້ນີ້ ຈະຊ່ວຍໃຫ້ການສ້າງໜ່ວຍໂລກຂຽວ, ການດຳລົງຊີວິດແບບຍືນຍົງ ແລະ ມີຄວາມຜາສຸກໃຫ້ລຸ້ນຄົນຕໍ່ໆໄປ”.
(ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ພົບປະເຈລະຈາກັບທ່ານປະທານາທິບໍດີຝລັ່ງ Emmanuel Macron)
      ປະຊາຄົມສາກົນ ແລະ ບັນດາຄູ່ຮ່ວມມືໄດ້ຕີລາຄາສູງທັດສະນະດັ່ງກ່າວຂອງ ຫວຽດນາມ, ພ້ອມກັນນັ້ນກໍ່ຢືນຢັນວ່າ ພ້ອມແລ້ວທີ່ຈະຮ່ວມມືກັບ ຫວຽດນາມ ໃນການຜັນຂະຫຍາຍມາດຕະການ ແນໃສ່ຊຸກຍູ້ການເຕີບໂຕຂຽວ, ເສດຖະກິດໝູນວຽນ. ທ່ານລັດຖະມົນຕີກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ເລມິນຮວານ, ຢືນຢັນວ່າ.
        ຜ່ານເວທີປາໄສຄັ້ງນີ້, ບັນດາຖະແຫຼງການຂອງການນຳ, ກໍຄືບັນດາກຸ່ມບໍລິສັດ, ກຸ່ມສຳພັນທະມິດ ເຂົາເຈົ້າມີຄວາມສົນໃຈຕໍ່ ຫວຽດນາມ. ພວກເຮົາມີກາລະໂອກາດນັ້ນແມ່ນ ບັນດາປະເທດພ້ອມແລ້ວທີ່ຈະຮ່ວມເດີນທາງພ້ອມກັບ ຫວຽດນາມ ເພື່ອຫັນປ່ຽນຮູບແບບການເຕີບໂຕ ຕາມທິດກະສິກຳຂຽວ, ກະສິກຳໃນເງື່ອນໄຂຫຼຸດຜ່ອນການປ່ອຍອາຍພິດ, ກະສິກຳດັດປັບໃຫ້ແທດເໝາະກັບການປ່ຽນແປງ”.
ຫວຽດນາມ ຢັ້ງຢືນຄວາມຕັດສິນໃຈ ແລະ ຍາມໃດກໍ່ໃຫ້ການຕ້ອນຮັບນັກລົງທຶນ
        ໃນໄລຍະເຂົ້າຮ່ວມ COP 26, ຢ້ຽມຢາມ, ເຮັດວຽກຢູ່ ອັງກິດ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ໄດ້ມີການພົບປະກັບບັນດາອົງການຈັດຕັ້ງ, ກຸ່ມບໍລິສັດ, ວິສາຫະກິດໃຫຍ່ໃນໂລກ; ເຂົ້າຮ່ວມໂດຍກົງໃນພິທີລົງນາມ, ມອບຂໍ້ຕົກລົງຮ່ວມມືຂອງບັນດາກະຊວງ, ຂະແໜງການ ແລະ ວິສາຫະກິດແຖວໜ້າໃນຂົງເຂດການຄ້າ, ກະສິກຳ, ພະລັງງານ, ສາທາລະນະສຸກ, ການສຶກສາ… 26 ສະບັບ. ບັນດາຂໍ້ຕົກລົງດັ່ງກ່າວລວມມູນຄ່າຂຶ້ນເຖິງນັບຕື້ USD, ນຳມາເຊິ່ງກາລະໂອກາດຢ່າງໃຫຍ່ຫຼວງກ່ຽວກັບການດຶງດູດການລົງທຶນເຂົ້າ ຫວຽດນາມ.
(ບໍລິສັດການບິນ Bamboo Airways ປະກາດສາຍການບິນໂດຍກົງ ຫວຽດນາມ - ອັງກິດ)
              ຕາມນັ້ນແລ້ວ, ກຸ່ມບໍລິສັດ Nike ໃຫ້ຄຳໝັ້ນສັນຍາ ຈະສືບຕໍ່ລົງທຶນ, ເປີດກວ້າງການຜະລິດຢູ່ ຫວຽດນາມ; ກຸ່ມບໍລິສັດ AstraZeneca ລົງນາມໃນສັນຍາສະໜອງວັກຊິນກັນໂຄວິດ-19 ຈຳນວນ 25 ລ້ານໂດສ ໃຫ້ແກ່ ຫວຽດນາມ, ງວດທຳອິດຈະສົ່ງໃນເດືອນ ທັນວາ 2021… ພິເສດ, ບໍລິສັດການບິນ Bamboo Airways ຈະຈັດພິທີປະກາດສາຍການບິນໂດຍກົງ ຫວຽດນາມ - ອັງກິດ, ເຊິ່ງໄດ້ຮັບຄວາມຫວັງວ່າ ຈະປະກອບສ່ວນຍູ້ແຮງວິວັດການຮ່ວມມືຢ່າງຮອບດ້ານລະຫວ່າງ 2 ປະເທດ, ສ້າງປະຖົມປັດໄຈແບບຍືນຍົງເພື່ອເພີ່ມທະວີການພົວພັນແລກປ່ຽນໃນທຸກຂົງເຂດ.
ໃນການໄປຢ້ຽມຢາມສ.ຝລັ່ງ ຢ່າງເປັນທາງການ, ໃນລະຫວ່າງວັນທີ 03 -05 ພະຈິກ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ໄດ້ມີການພົບປະເຈລະຈາກັບບັນດາການນຳຝລັ່ງ. ໃນການພົບປະເຈລະຈາ, ທຸກບັນຫາເຊິ່ງ 2 ຝ່າຍຍົກອອກມາປຶກສາຫາລືລ້ວນແຕ່ບັນລຸໄດ້ຄວາມເຫັນດີເຫັນພ້ອມຢ່າງສູງ. ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ, ໃຫ້ຮູ້ວ່າ:
        “ໃນການຢ້ຽມຢາມຄັ້ງນີ້, ການນຳຂັ້ນສູງຂອງ 2 ປະເທດລ້ວນແຕ່ເຫັນດີນຳກັນວ່າ ຕ້ອງສ້າງແຜນການກະທຳປະຈຳປີ ເພື່ອຜັນຂະຫຍາຍຄູ່ຮ່ວມມືຍຸດທະສາດລະຫວ່າງ ຫວຽດນາມ - ຝລັ່ງ. ແຜນການກະທຳດັ່ງກ່າວກວມເອົາທຸກຂົງເຂດ ນັບແຕ່ການເມືອງ, ການທູດ, ການປ້ອງກັນຊາດ ປ້ອງກັນຄວາມສະຫງົບ ຕະຫຼອດຮອດເສດຖະກິດ, ການຄ້າ, ການລົງທຶນ, ວັດທະນະທຳ, ການສຶກສາ, ສາທາລະນະສຸກ. ຂົງເຂດທັງໝົດເຫຼົ່ານັ້ນໄດ້ຮັບການຫັນເປັນລະອຽດໃນໂຄງການກະທຳ ປະຕິບັດຄູ່ຮ່ວມມືຍຸດທະສາດລະຫວ່າງ ຫວຽດນາມ - ຝລັ່ງ. ຂ້າພະເຈົ້າເຊື່ອໝັ້ນວ່າ, ການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງ ຫວຽດນາມ - ຝລັ່ງ ຈະໄດ້ຮັບການຍົກສູງຂຶ້ນສູ່ລະດັບສູງໃໝ່ໃນໄລຍະຈະມາເຖິງ”.
        ອາດຢັ້ງຢັ້ນໄດ້ວ່າ, ການໄປປະຕິບັດງານໃນຄັ້ງນີ້ຂອງທ່ານນາຍົກລັດຖະມົນຕີ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ບັນລຸຜົນສຳເລັດຢ່າງຈົບງາມ. ບໍ່ພຽງແຕ່ເຮັດໃຫ້ຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງລະຫວ່າງການນຳ ຫວຽດນາມ ກັບການນຳບັນດາປະເທດທີ່ໄດ້ໄປຢ້ຽມຢາມ ໃຫ້ເລິກເຊິ່ງກວ່າອີກເທົ່ານັ້ນ, ຫາກການໄປຢ້ຽມຢາມຍັງເປັນການປະກອບສ່ວນເປີດກາລະໂອກາດຮ່ວມມືຢ່າງຮອບດ້ານ, ແທດຈິງ ແລະ ລະອຽດກວ່າ ໃນໄລຍະຈະມາເຖິງ.
 (ແຫຼ່ງຄັດຈາກ VOV)
 
 


top