ທ່ອງທ່ຽວ

“ການເດີນທາງ” ກັບສູ່ໂລກແຫ່ງຈິດວິນຍານ

ນັບວ່າເປັນຄັ້ງທຳອິດ, ພິທີເຂົ້າຊົງຕາມຄວາມເຊື່ອ “ບູຊາ ພະແມ່ເຈົ້າຈະຕຸໂລກ” ຂອງຊາວຫວຽດໄດ້ຫວນກັບຄືນມາໃຫ້ເຫັນອີກຢ່າງຍອດຍ້ຽມ, ຫລາກຫລາຍສີສັນພິເສດ ແລະ ຖືກກັບຕົ້ນສະບັບເດີມ ເທິງເວທີສະແດງທີ່ໂຮງລະຄອນກົງເຍີນ (ເຮືອນ ເລກ 42 ຖະໜົນຈ່າງຕ່ຽນ, ເມືອງຮ່ວານກ໋ຽມ, ຮ່າໂນ້ຍ). ການ ສະແດງເໝືອນກັບວ່າໄດ້ນໍາພາແຂກຜູ້ຊົມ “ເດີນທາງ” ກັບສູ່ໂລກແຫ່ງຈິດວິນຍານ. 
ຕາມສາດສະດາຈານ ໂງດຶກຖິ້ງ ຊ່ຽວຊານແຖວໜ້າກ່ຽວກັບ ສາສະໜາພະແມ່ເຈົ້ານີ້ທ່ານໃຫ້ຮູ້ວ່າ, ໃນສາສະໜານີ້ມີ 4 ບັນຫາທີ່ຕິດພັນກັບວົງຄະນາຍາດຄື: ໜຶ່ງແມ່ນສາສະໜາພະແມ່ເຈົ້າຖືທຳມະຊາດເປັນມານດາຜູ້ໜຶ່ງ ຈຶ່ງມີການບູຊານັບຖື. ສອງແມ່ນສາສະໜານີ້ນໍາມາສູ່ຜູ້ຄົນໃນໂລກ 3 ປະການຄື: ບາລາມີ-ໂຊກລາບ-ອາຍຸຍືນ. ສາມ, ມັນສະແດງໃຫ້ເຫັນຈິດໃຈຮັກຊາດຢ່າງໂດດເດັ່ນທີ່ໄດ້ຫັນມາ ເປັນຄວາມເຊື່ອຖືທາງໃຈ.  ແລະ ສີ່,ສາສະໜານີ້ແມ່ນລະບົບແຫ່ງຄວາມເຊື່ອໜຶ່ງທີ່ປະກອບດ້ວຍຫຼາກຫຼາຍວັດທະນະທຳ.

ໃນຈຳນວນເທບພະເຈົ້າປະມານ 50 ອົງທີ່ສາສະໜາພະແມ່ເຈົ້ານັບຖືບູຊາ, ມີສິບກວ່າພະອົງແມ່ນຄົນຊົນເຜົ່າສ່ວນໜ້ອຍ. ໃນສາສະໜາພະແມ່ເຈົ້າບ່ໍມີການຈຳແນກຊົນເຜົ່າສ່ວນຫລາຍ ຫລື ສ່ວນໜ້ອຍ, ເປັນສາສະໜາໜຶ່ງທີ່ມີຄວາມສະເໝີພາບ ແລະ ຢາມໃດກໍ່ພ້ອມເປີດປະຕູຮັບເອົາຫລາກຫລາຍວັດທະນະທໍາ. ນີ້ແມ່ນຄວາມໝາຍໜຶ່ງດຽວມີຢູ່ໃນຄວາມເຊື່ອຂອງຊາວຫວຽດນາມເທົ່ານັ້ນ ແລະ ກໍແມ່ນບັນຫາທີ່ມວນມະນຸດ ແລະ ທົ່ວໂລກຕ່າງກໍຮຽກຮ້ອງຕ້ອງການ. ຍ້ອນແນວນັ້ນ, ສຳນວນ ເອກະສານກ່ຽວກັບ “ຄວາມເຊື່ອຖືບູຊາພະແມ່ເຈົ້າຂອງຊາວຫວຽດນາມ” ຈຶ່ງໄດ້ຖືກຍື່ນໄປຍັງອົງການ UNESCO ເພື່ອຂໍການຮັບຮອງເປັນມໍລະດົກ ວັດທະນະທຳທີ່ບ່ໍແມ່ນວັດຖຸຂອງມວນມະນຸດ

ສວມເຄືອງປະດັບໃຫ້ແກ່ຕົວລະຄອນໃນພິທີເຂົ້າຊົງ.  ພາບ: ເຈີ່ນແທງຢາງ


ເກີບແມ່ນເຄື່ອງປະດັບອັນໜຶ່ງຂອງຕົວລະຄອນເອກໃນແຕ່ລະ ສາກ. ພາບ: ເຈີ່ນແທງຢາງ


ເຄື່ອງປະດັບເອ້ເຊັ່ນ: ແຫວນ, ປອກແຂນ… ຮັບໃຊ້ໃນແຕ່ລະ ປະເພດຂອງພິທີເຂົ້າຊົງ. ພາບ: ເຈີ່ນແທງຢາງ

ເວທີການສະແດງ “ຈະຕຸໂລກ ” ຖືກຈັດວາງໂດຍມີການ ປະກອບໜ້າຈໍໃຫຍ່ເພື່ອສາຍຄຳພາກເປັນສອງພາສາພ້ອມໆກັນຄືອັງກິດ-ຫວຽດນາມ
ກ່ຽວກັບຄວາມເປັນມາຂອງບັນດາ ຕົວລະຄອນໃນແຕ່ລະສາກ. ສອງເບື້ອງທາງຂ້າງ ແມ່ນ ວົງດົນຕີເສບ. ພາບ: ເອກະສານ



ສິລະປິນຜູ້ສະແດງເປັນຕົວລະຄອນໃນພິທີເຂົ້າຊົງຈະມີຄົນໃຊ້ສອງຄົນເພື່ອຊ່ວຍໃນການປ່ຽນຊຸດແຕ່ງກາຍ ແລະແຕ້ມໜ້າ.
ພາບ: ເອກະສານ


ສາກຕື້ຝູ (ຈະຕຸໂລກ)ປະກົດໃຫ້ເຫັນຢ່າງມີຊີວິດຊີວາ ແລະ ຕົວຈິງພິທີກໍາຕ່າງໆໃນ “ຈະຕຸໂລກ ” ພາບ: ເອກະສານ


ລັກສະນະຄຶກຂືມຂອງສາກພິທີເຝົ້າເດ້ຍີ້. ພາບ: ເອກະສານ


ສິລະປິນແຕ່ງກາຍເຂົ້າການສະແດງສາກພິທີເຝົ້າເດ້ຍີ້. ພາບ: ເອກະສານ


ສາກເຝົ້າພະອົງຮ່ວາງເມື່ອຍ. ພາບ: ເອກະສານ


ສິລະປິນແຕ່ງກາຍເຂົ້າໃນສາກພິທີເຂົ້າຊົງເປັນນາງນ້ອຍ.
ພາບ: ເຈີ່ນແທງຢາງ



ຄົນໃຊ້ຂອງຕົວລະຄອນເອກພວມກະກຽມເຄື່ອງຂອງໃຫ້ແກ່ ສາກພິທີເຂົ້າຊົງເປັນນາງນ້ອຍ.  ພາບ: ເອກະສານ


ສາກພິທີເຂົ້າຊົງເປັນນາງນ້ອຍສະແດງໃຫ້ເຫັນຄວາມໂສມະນັດ, ສົດຊື່ນ. ພາບ: ເອກະສານ


ເຄື່ອງສັງຄະທານທີ່ເປັນເຈ້ຍໄດ້ຖືກຈັດວາງເໝືອນດັ່ງຜົນການປະດິດຄິດສ້າງສິລະປະປະເພດໜຶ່ງຢູ່ກົມມະລຽນຊັ້ນ 1 ທີ່ເປັນບ່ອນ ຈັດການສະແດງ.
ເຄື່ອງເງິນຄຳເປັນເຈ້ຍແມ່ນພາກສ່ວນໜຶ່ງທີ່ຂາດບໍ່ໄດ້ໃນພິທີ ເຂົ້າຊົງ, ມັນແມ່ນສັນຍາລັກຂອງວັດທະນະທຳບູຊາພະແມ່ເຈົ້າ ແລະ ກໍແມ່ນຈຸດເອກະລັກຂອງວັດທະນະທຳພື້ນເມືອງ ຫວຽດນາມ. ພາບ: ເຈີ່ນແທງຢາງ


“ຈະຕຸໂລກ” ໄດ້ຮັບການສະແດງ 12ຄັ້ງ/ເດືອນ ແລະ ໄດ້ຜູ້ຊົມທັງ ຢູ່ພາຍໃນແລະ ຕ່າງປະເທດຫລາຍໆຄົນມີຄວາມນິຍົມຊົມຊອບ. ພາບ: ເຈີ່ນແທງຢາງ


ແຂກຄົນຊາວຕ່າງປະເທດຮູ້ສຶກຈັບໃຈກັບການແຈກຢາຍໂຊກລາບໃນລາຍການ.  ພາບ: ເຈີ່ນແທງຢາງ
 

“ຈະຕຸໂລກ” ແມ່ນຈິນຕະນາການຂອງຊາວຫວຽດນາມກ່ຽວກັບ ຈັກກະວານດຶກດໍາບັນເຊິ່ງໄດ້ແບ່ງເປັນ 4 ພາກໂດຍພະແມ່ເຈົ້າ 4 ອົງເປັນຜູ້ປົກຄອງ, ນັ້ນຄື: ພະແມ່ເຈົ້າເທື້ອງທຽນປົກຄອງພາກຟ້າ; ພະແມ່ເຈົ້າເທື້ອງງ່ານປົກຄອງພາກພູສູງ; ພະແມ່ເຈົ້າ ທໍລະນີປົກຄອງເຂດທົ່ງພຽງ; ພະແມ່ເຈົ້າຖວາຍປົກຄອງພາກ ແມ່ນ້ຳລຳເຊ.
ແລະ ກໍເນື່ອງຈາກຄວາມໝາຍດ້ານມະນຸດສະລິຍະທໍາທີ່ໂດດເດັ່ນເລິກເຊິ່ງນີ້, ເມື່ອສາກ “ຈະຕຸໂລກ” ຖືກນໍາມາສະແດງ ເທິງ ເວທີມັນຈຶ່ງໄດ້ດຶງດູດເອົາຄວາມສົນໃຈເປັນພິເສດຈາກຜູ້ຊົມ ທັງຢູ່ພາຍໃນ ແລະ ຕ່າງປະເທດນັບເປັນພັນໆຄົນ. ພິເສດ ຕະຫລອດໄລຍະ 6 ເດືອນທຳການສະແດງສາກ “ຈະຕຸໂລກ” ຄະນະຖືເປັນກຽດຢ່າງສູງທີ່ໄດ້ຕ້ອນຮັບບັນດາທ່ານເອກອັກ ຄະລັດຖະທູດ, ທູດວັດທະນະທຳຈາກຝຣັ່ງ, ອີຕາລີ, ໂປໂລຍ, ຮຸງກາຣິ, ການາດາ, ອູນີແຊບ…

ໃນພິທີການເຂົ້າຊົງພື້ນເມືອງມີທັງໝົດ 36 ສາກ. ແຕ່ຍ້ອນເວທີ ສະແດງບ່ໍອຳນວຍ, ລາຍການ “ຈະຕຸໂລກ” ຈຶ່ງໄດ້ຄັດເລືອກເອົາ 3 ສາກທີ່ເປັນສັນຍາລັກນຳມາສະເໜີ. ນັ້ນຄື: ສາກເຝົ້າເດ້ຍີ້ (ສະແດງໃຫ້ເຫັນຄວາມງົດງາມ, ເອກະລັກໃນຊຸດເສື້ອຜ້າອາພອນຂອງຊາວຫວຽດ); ສາກພະອົງຮ່ວາງເມື່ອຍ (ສະແດງກຳລັງແຮງ, ເຈດຈຳນົງ, ນ້ຳໃຈຮັກຊາດຂອງຄົນຫວຽດ); ສາກ ນາງນ້ອຍ(ສະແດງອັດທະຍາໄສເພີນຈິດ, ຮັກຊີວິດ).

ທັງສາມສາກຂອງ“ຈະຕຸໂລກ” ໄດ້ນໍາມາສະແດງຕໍ່ເນື່ອງກັນ, ເຂົ້າກັນດີໂດຍບ່ໍຖືກຕັດຕອນພາໃຫ້ຜູ້ຊົມຮູ້ສຶກຄືວ່າເປັນເລື່ອງໜຶ່ງເລື່ອງດຽວແຕ່ຍັງແຍກແຍະໄດ້ເນື້ອໃນຂອງແຕ່ລະສາກຢ່າງຈະແຈ້ງ. ນອກນີ້, ເພື່ອຮັບປະກັນໃຫ້ມີປະສິດທິຜົນສູງຂຶ້ນຕື່ມອີກ, ຮູບແບບການສະແດງຜ່ານວິດີໂອຍັງໄດ້ ປະກອບ ຮູບພາບຕ່າງໆຂອງການບູຊາໃນສະໄໝກ່ອນເຂົ້າຕື່ມເຮັດໃຫ້ຈັງຫວະກິລິຍາ ທ່າທາງເຂົ້າຊົງຂອງນັກສະແດງຍິ່ງມີຊີວິດຊີວາ, ຈູງໃຈຜູ້ຊົມ ປັບຕົວກັບການສະແດງ.



ເດືອນມີນາ 2015, ໂດຍໄດ້ຮັບການເຫັນດີຈາກທ່ານນາຍົກ ລັດຖະມົນຕີ, ຫວຽດນາມໄດ້ສົ່ງສໍານວນເອກະສານກ່ຽວກັບ “ຄວາມເຊື່ອບູຊາພະແມ່ເຈົ້າຂອງຊາວຫວຽດນາມ” ໄປຍັງ ອົງການ UNESCO ເພື່ອຂໍການຮັບຮອງເປັນມໍລະດົກ ວັດທະນະທຳທີ່ບ່ໍເປັນວັດຖຸຂອງມວນມະນຸດ. ສໍານວນເອກະສານຊຸດນີ້,  ອົງການ UNESCO ຈະພິຈາລະນາ, ຕີລາຄາໃນເດືອນທັນວາ 2016 ໜ້ານີ້.


ບົດ:  ຖາວວີ  -  ພາບ: ເຈີ່ນແທງຢາງ, ເອກະສານ


top