ຂ່າວສານ

ການເຊື່ອມຕໍ່ແລກປ່ຽນຜະລິດຕະພັນກະເສດ, ເຄື່ອງປ່າ ແລະ ສິນໃນນຳ້ ລະຫວ່າງ ຮ່າໂນ້ຍ ກັບບັນດາແຂວງ, ນະຄອນ

ວັນທີ 23 ຕຸລາ, ກະຊວງກະສິກຳ ແລະ ພັດທະນາ ຊົນນະບົດ ສົມທົບກັບຄະນະກຳມະການ ປະຊາຊົນ ນະຄອນ ຮ່າໂນ້ຍ ຈັດຕັ້ງລາຍການ “ເວທີປາໄສ ແບ່ງປັນຂ້ໍມູນຂ່າວສານ, ເຊື່ອມຕໍ່ແລກປ່ຽນເຄື່ອງ ກະເສດ, ເຄື່ອງປ່າ ແລະ ສິນໃນນຳ້ລະຫວ່າງ ຮ່າໂນ້ຍ ກັບ ບັນດາ ແຂວງ, ນະຄອນ” ທີ່ 40 ແຂວງ, ນະຄອນ ໃນທົ່ວປະເທດ ຕາມຮູບແບບທາງໄກ ແລະ ໂດຍກົງ.

ນີ້ເປັນເຫດການໄດ້ຈັດຂຶ້ນເປັນປະຈຳໃນທຸກໆ ວັນເສົາ ແລະ ເປັນຄັ້ງທີ 8 ໄດ້ກະຊວງກະສິກຳ ແລະ ພັດທະນາຊົນນະບົດ ສົມທົບກັບບັນດາທ້ອງຖິ່ນ ຈັດຂຶ້ນ ແນໃສ່ຊຸກຍູ້ການຈຳໜ່າຍ ຜະລິດຕະພັນກະເສດ ໃນສະພາບການໂລກລະບາດ ໂຄວິດ-19. ທ່ານຮອງລັດຖະມົນຕີ ກະຊວງກະສິກຳ ແລະ ພັດທະນາຊົນນະບົດ ເຈີ່ນແທງນາມ ແລະ ທ່ານຮອງປະທານ ຄະນະກຳມະການ ປະຊາຊົນ ນະຄອນ ຮ່າໂນ້ຍ ຫງວຽນແມ້ງກວ່ຽນ ໄດ້ເປັນປະທານໃນເວທີປາໄສ ຢູ່ ຮ່າໂນ້ຍ.
ທ່ານຮອງລັດຖະມົນຕີ ກະຊວງກະສິກຳ ແລະ ພັດທະນາຊົນນະບົດ ເຈີ່ນແທງນາມ ແລະ ທ່ານຮອງປະທານ ຄະນະກຳມະການ ປະຊາຊົນ ນະຄອນ ຮ່າໂນ້ຍ ຫງວຽນແມ້ງກວ່ຽນ ໄດ້ເປັນປະທານໃນເວທີ ປາໄສ ຢູ່ ຮ່າໂນ້ຍ. ພາບ: ແຄ໋ງລອງ/VNP
  
ພິທີເຊັນສັນຍາວ່າດ້ວຍການຮ່ວມມື “ຮັບປະກັນຄວາມປອດໄພດ້ານສະພຽງອາຫານ, ຍົກສູງຄຸນນະພາບເຄື່ອງ ກະເສດ, ເຄື່ອງປ່າ ແລະ ສິນໃນນຳ້ ລະຫວ່າງ ຮ່າໂນ້ຍ ກັບບັນດາແຂວງ, ນະຄອນ ໄລຍະ 2021-2025”. ພາບ: ແຄ໋ງລອງ/VNP
 
ເວທີປາໄສໄດ້ຈັດຂຶ້ນແນໃສ່ສະໜອງແຫຼ່ງຂໍ້ມູນຂ່າວສານ ແລະ ໜູນຊ່ວຍບັນດາທ້ອງຖິ່ນ, ວິສາຫະກິດ, ສະຫະກອນ, ຊາວກະສິກອນ ເຊື່ອມຕໍ່ໃນການຜະລິດ, ຈຳໜ່າຍຜະລິດຕະພັນກະເສດຢູ່ຕະຫຼາດພາຍໃນ ແລະ ຕ່າງປະເທດ. ຊຸກຍູ້ການພັດທະນາລະບົບເຊື່ອມຕໍ່ຜະລິດຕະພັນກະເສດແບບຄົງຕົວ, ຍົກສູງຄຸນຄ່າຜະລິດຕະພັນ ແລະ ລາຍຮັບໃຫ້ແກ່ຊາວກະສິກອນ. ສົ່ງເສີມການຄ້າ ຜະລິດຕະພັນກະເສດ ລະຫວ່າງ ຮ່າໂນ້ຍ ກັບບັນດາທ້ອງຖິ່ນ ແລະ ເຊື່ອມຕໍ່ຜູ້ຜະລິດ ເຄື່ອງກະເສດ, ເຄື່ອງປ່າ ແລະ ສິນໃນນຳ້ ລະຫວ່າງ ບັນດາທ້ອງຖິ່ນ ແລະ ຕະຫຼາດ ຮ່າໂນ້ຍ.
 
ຕາມທ່ານນາງ ເຈີ່ນທິເຟືອງລານ-ຜູ້ອຳນວຍການພະແນກ ອຸດສາຫະກຳ ແລະ ການຄ້າ ຮ່າໂນ້ຍ ແລ້ວ, ຄວາມຕ້ອງການ ນຳໃຊ້ສິນຄ້າທີ່ຈຳເປັນ ເພື່ອຮັບໃຊ້ໃຫ້ແກ່ປະຊາຊົນ 10,3 ລ້ານຄົນທີ່ພວມດຳລົງຊີວິດ, ຮຳ່ຮຽນ ແລະ ເຮັດວຽກໃນ ນະຄອນ ຮ່າໂນ້ຍ ລວມມີ: ເຂົ້າ 92.970 ໂຕນ; ຊີ້ນໝູ 18.594 ໂຕຍ; ຊີ້ນງົວ 5.350 ໂຕນ; ຊີ້ນສັດປີກ 6.198 ໂຕນ; ຜັກ 103.300 ໂຕນ; ໝາກໄມ້ 52.000 ໂຕນ; ໄຂ່ສັດປີກ 123.9 ລ້ານໜ່ວຍ...
 
ທີ່ເວທີປາໄສ, ບັນດາທ່ານຜູ້ແທນລ້ວນແຕ່ໃຫ້ຮູ້ວ່າ ປະຈຸບັນ, ແຫຼ່ງຜະລິດຕະພັນກະເສດ, ສະບຽງອາຫານຂອງ ບັນດາແຂວງ, ນະຄອນແມ່ນມີຫຼາຍ, ໃນນັ້ນ ຮ່າໂນ້ຍ ເປັນຕະຫຼາດຈຳໜ່າຍດ້ວຍຈຳນວນຫຼາຍ. ເພາະສະນັ້ນ, ການເຊື່ອມຕໍ່,​ ແລກປ່ຽນສິນຄ້າກັບ ຮ່າໂນ້ຍ ຈະຍູ້ແຮງການຈຳໜ່າຍຜະລິດຕະພັນກະເສດໃຫ້ແກ່ບັນດາແຂວງ, ນະຄອນ.
 
ຕີລາຄາສູງບັນດາຜະລິດຕະພັນກະເສດ, ເຄື່ອງປ່າ ແລະ ສິນໃນນຳ້ຂອງບັນດາທ້ອງຖິ່ນ, ທ່ານ ເຈີ່ນແທງນາມ-ຮອງລັດຖະມົນຕີ ກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຮຽກຮ້ອງໃຫ້ບັນດາຫົວໜ່ວຍສະໜອງຜະລິດຕະພັນ ຕ້ອງສະໜອງແຫຼ່ງຂໍ້ມູນຂ່າວສານກ່ຽວກັບຈຳນວນສິນຄ້າຢ່າງລາຍລະອຽດ ໃຫ້ແກ່ບັນດາແຂວງ, ກໍ່ຄື ຮ່າໂນ້ຍ ເພື່ອເຊື່ອມຕໍ່ບັນດາຫົວໜ່າຍຈຳໜ່າຍຜະລິດຕະພັນ.  ນອກຈາກນັ້ນ, ເຄື່ອງກະເສດ, ເຄື່ອງປ່າ ແລະ ສິນໃນນຳ້ ຕ້ອງຮັບປະກັນ ຄຸນນະພາບຕາມມາດຕະຖານຄວາມປອດໄພດ້ານ
ສະບຽງອາຫານ.
 
ໃນຂອບຂອງເວທີປາໄສ ໄດ້ໄຂຂຶ້ນພິທີເຊັນສັນຍາວ່າດ້ວຍການຮ່ວມມື “ຮັບປະກັນຄວາມປອດໄພດ້ານສະພຽງອາຫານ, ຍົກສູງຄຸນນະພາບເຄື່ອງ ກະເສດ, ເຄື່ອງປ່າ ແລະ ສິນໃນນຳ້ ລະຫວ່າງ ຮ່າໂນ້ຍ ກັບບັນດາແຂວງ, ນະຄອນ ໄລຍະ 2021-2025”.
ປະຕິບັດ: ແຄ໋ງລອງ/VNP
 

top