ຂ່າວສານ

ການເຈລະຈາລັດເຊຍ-ຢູແກຼນ: ຢັ້ງຢືນໄດ້ບາງທັດສະນະລວມ

ທັດສະນະສຳຄັນທີ່ສຸດແມ່ນ, 2 ຝ່າຍໄດ້ເຫັນດີສືບຕໍ່ດຳເນີນການເຈລະຈາ. ການພົບປະຄັ້ງຕໍ່ໄປຈະດຳເນີນໃນຊຸມວັນຈະມາເຖິງຢູ່ເຂດຊາຍແດນ ໂປໂລຍ - ເບລາຣຸດ.
  ການເຈລະຈາລະຫວ່າງ ລັດເຊຍ - ຢູແກຼນ (ພາບ: rianovosti)  

ວັນທີ 28 ກຸມພາ, ການເຈລະຈາລະຫວ່າງ ລັດເຊຍ - ຢູແກຼນ ເພື່ອແນໃສ່ແກ້ໄຂສະພາບການຂອງ Kiev ດຳເນີນຢູ່ແຂວງ Gomel, ເບລາຣຸດ. ພາຍຫຼັງການເຈລະຈາທີ່ແກ່ຍາວເປັນເວລາເກືອບ 5 ຊົ່ວໂມງ, ຜູ້ຊ່ວຍວຽກຂອງປະທານາທິບໍດີລັດເຊຍ ທ່ານ Vladimir Medinsky ໃຫ້ຮູ້ວ່າ 2 ຝ່າຍໄດ້ພິເຈລະຈາທຸກໂຄງການດຳເນີນງານຢ່າງລະອຽດ ແລະ ຊອກຫາບາງທັດສະນະລວມ. ທັດສະນະສຳຄັນທີ່ສຸດແມ່ນ, 2 ຝ່າຍໄດ້ເຫັນດີສືບຕໍ່ດຳເນີນການເຈລະຈາ. ການພົບປະຄັ້ງຕໍ່ໄປຈະດຳເນີນໃນຊຸມວັນຈະມາເຖິງຢູ່ເຂດຊາຍແດນ ໂປໂລຍ - ເບລາຣຸດ. ສ່ວນທ່ານທີ່ປຶກສາຫົວໜ້າຫ້ອງວ່າການປະທານາທິບໍດີ ຢູແກຼນ Mikhail Podolyak, ໃຫ້ຮູ້ວ່າ ສຳລັບ ຢູແກຼນ ເປົ້າໝາຍຕົ້ນຕໍຂອງການພົບປະແມ່ນປຶກສາຫາລືຄຳສັ່ງຢຸດຍິງ ແລະ ລັດເຊຍ ຕ້ອງຖອນທະຫານອອກຈາກປະເທດນີ້. ພ້ອມກັນນັ້ນ, ບັນດາຝ່າຍໄດ້ກຳນົດຫົວຂໍ້ ເພື່ອຈາກນັ້ນວາງອອກບັນດາມາດຕະການແກ້ໄຂລະອຽດ.

ໃນວັນດຽວກັນ, ວັງ Kremlin ໃຫ້ຮູ້ວ່າ ທີ່ການໂອ້ລົມທາງໂທລະສັບກັບທ່ານປະທານາທິບໍດີລັດເຊຍ Vladimir Putin, ທ່ານປະທານາທິບໍດີ ຝລັ່ງ Emmanuel Macron ຫວັງວ່າຈະແກ້ໄຂສະພາບການປະທະກັນໃນປະຈຸບັນຢູ່ ຢູແກຼນ ໂດຍໄວ ຜ່ານການໂອ້ລົມສົນທະນາ ແລະ ເຈລະຈາກັບ Kiev. ລັດເຊຍ ໄດ້ກະກຽມໃຫ້ບັນດາການເຈລະຈາກັບຜູ້ຕາງໜ້າຂອງ ຢູແກຼນ ແລະ ຫວັງວ່າ ມັນຈະນຳມາເຊິ່ງໝາກຜົນຄືດັ່ງຄວາມຫວັງ.



top