ຂ່າວສານ

ການເຈລະຈາດ້ານການເມືອງ-ຄວາມໝັ້ນຄົງ-ການປ້ອງກັນຊາດ ຫວຽດນາມ - ອາເມລິກາ ຄັ້ງທີ 12

ທີ່ການເຈລະຈາ, 2 ຝ່າຍມີຄວາມພາກພູມໃຈເມື່ອຮັບຮູ້ການພົວພັນ ຫວຽດນາມ - ອາເມລິກາ ສືບຕໍ່ພັດທະນາຢ່າງເລິກເຊິ່ງ, ກວ້າງຂວາງ ແລະ ແທດຈິງ ບົນພື້ນຖານຫຼັກການເຄົາລົບເອກະລາດ, ອະທິປະໄຕ
ທີ່ການເຈລະຈາ, 2 ຝ່າຍມີຄວາມພາກພູມໃຈເມື່ອຮັບຮູ້ການພົວພັນ ຫວຽດນາມ - ອາເມລິກາ (ພາບ: ກະຊວງການຕ່າງປະເທດ)

ວັນທີ 30 ມີນາ, ຢູ່ນະຄອນຫຼວງ ວໍຊິງຕັນ ດີຊີ, ປະເທດ ອາເມລິກາ, ທ່ານ ຮ່າກິມງອັກ, ຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ແລະ ທ່ານນາງ Jessica Lewis, ຜູ້ຊ່ວຍວຽກລັດຖະມົນຕີຮັບຜິດຂອບບັນດາບັນຫາການເມືອງ - ປ້ອງກັນປະເທດ ກະຊວງການຕ່າງປະເທດ ອາເມລິກາ ໄດ້ເປັນປະທານການເຈລະຈາດ້ານການເມືອງ-ຄວາມໝັ້ນຄົງ-ການປ້ອງກັນຊາດ ຫວຽດນາມ - ອາເມລິກາ ຄັ້ງທີ 12.

ທີ່ການເຈລະຈາ, 2 ຝ່າຍມີຄວາມພາກພູມໃຈເມື່ອຮັບຮູ້ການພົວພັນ ຫວຽດນາມ - ອາເມລິກາ ສືບຕໍ່ພັດທະນາຢ່າງເລິກເຊິ່ງ, ກວ້າງຂວາງ ແລະ ແທດຈິງ ບົນພື້ນຖານຫຼັກການເຄົາລົບເອກະລາດ, ອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນ ແລະ ລະບອບການເມືອງຂອງກັນ.

2 ຝ່າຍໄດ້ຮັບຮູ້ບັນດາຄວາມຄືບໜ້າຂອງການຮ່ວມມື 2 ຝ່າຍໃນຂົງເຂດການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ການປະຕິບັດກົດໝາຍ ແລະ ແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ. 2 ຝ່າຍເຫັນດີສືບຕໍ່ຊຸກຍູ້ການພົວພັນດ້ານປ້ອງກັນຊາດ ຫວຽດນາມ - ອາເມລິກາ ໃຫ້ພັດທະນາ, ສອດຄ່ອງກັບຜົນປະໂຫຍດ, ເງື່ອນໄຂ ແລະ ນະໂຍບາຍຂອງແຕ່ລະປະເທດ; ແບ່ງປັນຄວາມຕັດສິນໃຈຮັກສາການຮ່ວມມືໃນການມ້າງທຳລາຍລະເບີດທີ່ບໍ່ທັນແຕກ ແລະ ວັດຖຸລະເບີດຫຼັງສົງຄາມ, ໜູນຊ່ວຍຜູ້ຖືກຜົນສະທ້ອນຍ້ອນສົງຄາມຢູ່ ຫວຽດນາມ ແລະ ຊອກຫາທະຫານທີ່ຍັງຫາຍສາບສູນໃນປາງສົງຄາມ.

ເມື່ອແລກປ່ຽນກ່ຽວກັບບາງບັນຫາສາກົນ ແລະ ພາກພື້ນເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ, ຝ່າຍ ອາເມລິກາ ຢືນຢັນການສະໜັບສະໜູນຄວາມເຫັນດີເຫັນພ້ອມ ແລະ ບົດບາດໃຈກາງຂອງ ອາຊຽນ ໃນໂຄງສ້າງຄວາມໝັ້ນຄົງຢູ່ພາກພື້ນ. 2 ຝ່າຍເຫັນດີຕ້ອງຜັນຂະຫຍາຍບັນດາມາດຕະການປະດິດຄິດສ້າງ, ແທດຈິງ ເພື່ອຊຸກຍູ້ການພົວພັນຄູ່ຮ່ວມມື ແມ່ນ້ຳຂອງ - ອາເມລິກາ ໃນໄລຍະຈະມາເຖິງ.


top