ຂ່າວສານ

ການເຈລະຈາຂັ້ນສູງຫວຽດນາມ-ຈີນ

      ຕອນບ່າຍວັນທີ 12 ພະຈິກ, ຢູ່ຮ່າໂນ້ຍ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຫງວຽນຟຸຈ້ອງ ໄດ້ມີການເຈລະຈາກັບທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຈີນ, ປະທານປະເທດສປ.ຈີນ ສີຈີ້ຜິງ.

 ທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ເຈລະຈາກັບທ່ານເລຂາທິການໃຫຍ່, ປະທານປະເທດສປ.ຈີນ ສີຈີ້ຜິງ
(ພາບ: TTXVN)
      ທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ຊົມເຊີຍທ່ານເລຂາທິການໃຫຍ່, ປະທານປະເທດສປ.ຈີນ ສີຈີ້ຜິງ ແລະ ຄະນະຜູ້ແທນຂັ້ນສູງຂອງພັກ ແລະ ລັດຈີນ ຢ້ຽມຢາມທາງລັດຖະກິດຢູ່ຫວຽດນາມ; ອວຍພອນກອງປະຊຸມໃຫຍ່ຄັ້ງທີ 19 ພັກກອມມູນິດຈີນ ບັນລຸຜົນສຳເລັດຢ່າງດີງາມ ແລະ ກອງປະຊຸມໃຫຍ່ສືບຕໍ່ເລືອກຕັ້ງທ່ານ ສີຈີ້ຜິງ ເປັນເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຈີນ. ທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ໄດ້ສະແດງຄວາມເຊື່ອໝັ້ນວ່າ, ພາຍໃຕ້ການຊີ້ນຳຂອງພັກກອມມູນິດຈີນ ໂດຍທ່ານ ສີຈີ້ຜິງ      ເປັນແກ່ນສານ, ປະຊາຊົນຈີນ ຈະປະຕິບັດບັນດາຄາດໝາຍ, ໜ້າທີ່ເຊິ່ງກອງປະຊຸມໃຫຍ່ຄັ້ງທີ 19 ໄດ້ວາງອອກຢ່າງມີໄຊ, ສ້າງສາປະເທດຈີນ ໃຫ້ກາຍເປັນປະເທດທັນສະໄໝ, ສັງຄົມນິຍົມຮັ່ງມີ, ປະຊາທິປະໄຕ, ສີວິໄລ, ມີຄວາມກົມກ່ຽວ ແລະ ສວຍງາມ.
ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ຕີລາຄາສູງການເຂົ້າຮ່ວມ ແລະ ການປະກອບສ່ວນຢ່າງຕັ້ງຫນ້າຂອງຈີນ ເຂົ້າໃນຜົນສຳເລັດລວມຂອງ ກອງປະຊຸມສຸດຍອດ APEC 2017. ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ຢືນຢັນ: ພັກ, ລັດ ແລະ ປະຊາຊົນຫວຽດນາມ ຖືເປັນສຳຄັນ ແລະ ປາດຖະຫນາຢາກຊຸກຍູ້ການພົວພັນຖານບ້ານໃກ້ເຮືອນຄຽງມິດຕະພາບ, ຄູ່ຮ່ວມມືຍຸດທະສາດຮອບດ້ານຫວຽດນາມ - ຈີນ ພັດທະນາເປັນປົກກະຕິ, ນັບມື້ນັບເຂົ້າສູ່ລວງເລິກ, ສະຫນັບສະຫນູນຈີນ ພັດທະນາຢ່າງເຕີບໃຫຍ່, ເຂັ້ມແຂງ, ເສີມຂະຫຍາຍບົດບາດຕັ້ງຫນ້າ ແລະ ປະກອບສ່ວນຢ່າງແທດຈິງເຂົ້າສັນຕິພາບ, ສະຖຽນລະພາບ ແລະ ວັດທະນາຖາວອນຂອງພາກພື້ນ ແລະ ໃນໂລກ. ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ເນັ້ນຫນັກຢ່າງແຮງບາງຈຸດສຸມໃນການເພີ່ມທະວີນ້ຳໃຈມິດຕະພາບ ແລະ ການຮ່ວມມື ລະຫວ່າງສອງພັກ, ສອງລັດ. ທີຫນຶ່ງ ເພີ່ມທະວີການແລກປ່ຽນຂັ້ນສູງ, ຍູ້ແຮງການພົວພັນແລກປ່ຽນ, ການຮ່ວມມືລະຫວ່າງຂະແຫນງ, ທຸກຂັ້ນ. ທີສອງ ຍູ້ແຮງ ແລະ ຍົກສູງການຮ່ວມມືເສດຖະກິດ ແລະ ບັນດາຂົງເຂດອື່ນຢ່າງມີປະສິດທິຜົນ. ທີສາມ ຮັກສາສັນຕິພາບ, ສະຖຽນລະພາບ, ແກ້ໄຂບັນຫາຢູ່ທະເລເປັນຢ່າງດີ.
            ທ່ານເລຂາທິການໃຫຍ່ ປະທານປະເທດ ຈີນ ສີຈິ້ນຜິງ ໄດ້ແຈ້ງໃຫ້ຊາບບັນດາໝາກຜົນສຳຄັນຂອງກອງປະຊຸມໃຫຍ່ຄັ້ງທີ 19 ຂອງພັກກອມມູນິດ ຈີນ; ຢືນຢັນວ່າ ພັກ, ລັດ ຈີນ ຍາມໃດກໍ່ຖືເປັນສຳຄັນການປັບປຸງ ແລະ ພັດທະນາການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຈີນ - ຫວຽດນາມ ຢ່າງບໍ່ຢຸດຢັ້ງ. ທ່ານເລຂາທິການໃຫຍ່ ປະທານປະເທດ ຈີນ ສີຈິ້ນຜິງ ສະແດງຄວາມຕໍ່ບັນດາທິດທາງ ແລະ ມາດຕະການໃຫຍ່ ເພື່ອແນໃສ່ພັດທະນາການພົວພັນ 2 ພັກ, 2 ລັດ ໂດຍທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ສະເໜີ; ຢືນຢັນຖືເປັນສຳຄັນໃນການຮັກສາ ແລະ ເສີມຂະຫຍາຍການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງ 2 ປະເທດ; ຖືວ່າ: 2 ຝ່າຍຄວນຮັບຮູ້ການພົວພັນ ຈີນ - ຫວຽດນາມ ຈາກລະດັບຍຸດທະສາດ ແລະ ວິໄສທັດຍາວນານ, ຊຸກຍູ້ການພົວພັນ ຈີນ - ຫວຽດນາມ ພັດທະນາເປັນປົກກະຕິ, ປອດໄສ, ໝັ້ນຄົງເຂັ້ມແຂງ ນຳມາເຊິ່ງຜົນປະໂຫຍດແທດຈິງໃຫ້ປະຊາຊົນ 2 ປະເທດ, ປະກອບສ່ວນໃຫ້ສັນຕິພາບ, ການພັດທະນາ ແລະ ຈະເລີນຮຸ່ງເຮືອງຂອງພາກພື້ນ.
        ເລຂາທິການໃຫຍ່ທັງ 2 ທ່ານໄດ້ແຈ້ງໃຫ້ກັນຊາບກ່ຽວກັບສະພາບການຂອງແຕ່ລະພັກ, ແຕ່ລະປະເທດ. 2 ຝ່າຍເຫັນດີເປັນເອກະສັນ ເສີມຂະຫຍາຍບັນດາໝາກຜົນທີ່ບັນລຸໄດ້ໃນໄລຍະຜ່ານມາ, ຕັ້ງໜ້າແກ້ໄຂບັນດາຄວາມຫຍຸ້ງຍາກ, ຂໍ້ຄົງຄ້າງ, ນຳການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ຈີນ ພັດທະນາເປັນປົກກະຕິ, ໝັ້ນຄົງຢ່າງບໍ່ຢຸດຢັ້ງ.
        ພາຍຫລັງການເຈລະຈາ, ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ແລະ ທ່ານເລຂາທິການໃຫຍ່ ປະທານປະເທດ ຈີນ ສີຈິ້ນຜິງ ເປັນສັກຂີພິຍານພິທີລົງນາມໃນບັນດາເອກະສານຮ່ວມມືລະຫວ່າງ 2 ຝ່າຍ.
 (ແຫຼ່ງຄັດຈາກ VOV)


top