ຂ່າວສານ

ການເຄື່ອນໄຫວແລກປ່ຽນການຄ້າລະຫວ່າງ ຫວຽດນາມ-ລາວ ໃນຊຸມເດືອນຕົ້ນປີ 2021

      ໃນໄລຍະ 3 ເດືອນຕົ້ນປີ 2021, ຍອດວົງເງິນຂາອອກ-ຂາເຂົ້າຂອງຫວຽດນາມ ກັບລາວ ບັນລຸ 338,6 ລ້ານ USD
ໃນອາທິດຜ່ານມາ, ພະແນກກະຈາຍສຽງບັນດາລາຍການພາກພາສາຕ່າງປະເທດ, ວິທະຍຸກະຈາຍສຽງຫວຽດນາມ ໄດ້ຮັບຈົດໝາຍ, ອີເມວ 372 ສະບັບ ແລະ ໂທລະສັບຫຼາຍສາຍ ຈາກທ່ານຜູ້ຟັງທີ່ມາຈາກ 39 ປະເທດ ແລະ ເຂດແຄ້ວນ. ໃນນັ້ນ, ລາຍການພາກພາສາລາວ ໄດ້ຮັບຈົດໝາຍ, ອີເມວ 12 ສະບັບຈາກທ່ານຜູ້ຟັງລາວ.
ວັນປົດປ່ອຍພາກໃຕ້ຫວຽດນາມ, ໂຮມປະເທດຊາດເປັນເອກະພາບ ແລະ ສະເຫຼີມສະຫຼອງ 135 ປີແຫ່ງວັນກຳມະກອນສາກົນ
(ພາບປະກອບອີນເຕີແນັດ)
      ມີຜູ້ຟັງລາວ ບາງທ່ານໄດ້ໂທລະສັບ, ສົ່ງຂໍ້ຄວາມມາຫາລາຍການອວຍພອຍເນື່ອງໃນໂອກາດສະເຫຼີມສະຫຼອງ 46 ປີແຫ່ງວັນປົດປ່ອຍພາກໃຕ້ຫວຽດນາມ, ໂຮມປະເທດຊາດເປັນເອກະພາບ (30 ເມສາ 1975 – 30 ເມສາ 2021) ແລະ ສະເຫຼີມສະຫຼອງ 135 ປີແຫ່ງວັນກຳມະກອນສາກົນ (01 ພຶດສະພາ 1886 – 01 ພຶດສະພາ 2021). ໃນນັ້ນ, ທ່ານ ເພັດມະລີ ໄດ້ແບ່ງປັນວ່າ: ເນື່ອງໃນໂອກາດສະເຫຼີມສະຫຼອງ 46 ປີແຫ່ງວັນປົດປ່ອຍພາກໃຕ້ຫວຽດນາມ ໂຮມປະເທດຊາດເປັນເອກະພາບ, ຂ້າພະເຈົ້າຂໍອວຍພອນໃຫ້ການນຳພັກ, ລັດ ແລະ ປະຊາຊົນຫວຽດນາມ ຍາດໄດ້ໄຊຊະນະຫຼາຍກວ່າອີກໃນພາລະກິດແຫ່ງການພັດທະນາ ແລະ ປົກປັກຮັກສາປະເທດຊາດ.
        ສ່ວນເພື່ອນ ຮ່ວາງແມ້ງເຢືອງ, ຢູ່ແຂວງ ເງະອານ ໄດ້ສົ່ງຂໍ້ຄວາມມາຫາລາຍການແບ່ງປັນວ່າ: ຜ່ານການຮັບຟັງຂ່າວປະຈຳວັນ, ຂ້າພະເຈົ້າຮູ້ໄດ້ວ່າ ປະຈຸບັນສະພາບການໂລກລະບາດໂຄວິດ-19 ຢູ່ ລາວ ພວມມີການຜັນແປຢ່າງສັບສົນ ແລະ ແຜ່ລະບາດໃນຫຼາຍແຂວງຂອງລາວ. ເພື່ອນປາດຖະໜາວ່າ, ພໍ່ແມ່ປະຊາຊົນຊາວຫວຽດນາມ ອາໄສຢູ່ລາວ ກໍ່ຄືພໍ່ແມ່ປະຊາຊົນລາວ ຈົ່ງພ້ອມກັນຮ່ວມແຮງຮ່ວມໃຈ ປະຕິບັດການປ້ອງກັນ, ສະກັດກັ້ນໂລກລະບາດຢ່າງເຂັ້ມງວດເພື່ອຍູ້ໂລກລະບາດໃຫ້ຖອຍໄປໂດຍໄວ.
        ເພື່ອນ ມາລີ ວົງສາ, ອະດີດນັກສຶກສາລາວ ເຄີຍຮ່ຳຮຽນຢູ່ຫວຽດນາມ ໄດ້ສົ່ງຂໍ້ຄວາມມາຫາລາຍ ຢາກຊອກຮູ້ການເຄື່ອນໄຫວລະຫວ່າງ 2 ປະເທດໃນອາທິດຜ່ານມາພິເສດແມ່ນຢູ່ຫວຽດນາມ. ນອກນັ້ນ, ເພື່ອນຢາກຮູ້ຂໍ້ມູນກ່ຽວກັບການເຄື່ອນໄຫວແລກປ່ຽນການຄ້າລະຫວ່າງ 2 ປະເທດໃນຊຸມເດືອນຕົ້ນປີ 2021.
(ທີ່ພິທີລົງນາມ)
      ເພື່ອນ ມາລີ ວົງສາ ທີ່ຮັກແພງ! ຍ້ອນຜົນສະທ້ອນຈາກໂລກລະບາດໂຄວິດ- 19, ສະນັ້ນການເຄື່ອນໄຫວພົວພັນລະຫວ່າງ 2 ປະເທດຈຳກັດຢູ່ ແຕ່ຢູ່ຫວຽດນາມ ຍັງມີການພົບປະລະຫວ່າງທ່ານລັດຖະມົນຕີກະຊວງອຸດສາຫະກຳການຄ້າຫວຽດນາມ ຫງວຽນຮົ່ງຢຽນ ແລະ ທ່ານເອກອັກຄະລັດຖະທູດລາວ ປະຈຳຫວຽດນາມ ແສງເພັດ ຮຸ່ງບຸນຍວງ, ການພົບປະນີ້ແມ່ນເພື່ອແນໃສ່ແລກປ່ຽນ, ເປັນເອກະພາບບັນດາມາດຕະການເພີ່ມທະວີການຮ່ວມມື 2 ຝ່າຍໃນຂົງເຂດການຄ້າ, ອຸດສາຫະກຳ ແລະ ພະລັງງານ.
        ທີ່ການເຮັດວຽກ, ທ່ານລັດຖະມົນຕີ ຫງວຽນຮົ່ງຢຽນ ແລະ ທ່ານເອກອັກຄະລັດຖະທູດລາວ ແສງເພັດ ຮຸ່ງບຸນຍວງ ໄດ້ເປັນເອກະພາບນຳກັນວ່າ: ໃນຂົງເຂດການຄ້າ, ຮັບປະກັນການຂົນສົ່ງສິນຄ້າໃຫ້ເປັນປົກກະຕິ, ສົມທົບກັນຕິດຕາມ, ແລກປ່ຽນຂໍ້ມູນ ແລະ ຊຸກຍູ້ບັນດາອົງການທີ່ມີໜ້າທີ່ລະຫວ່າງ 2 ປະເທດຮັກສາຮູບແບບເຮັດລະບຽບການພາສີໃນສະພາບປ້ອງກັນ, ສະກັດກັ້ນໂລກລະບາດຢູ່ບັນດາເຂດຊາຍແດນທາງບົກລະຫວ່າງຫວຽດນາມ - ລາວ, ບໍ່ປະໃຫ້ການຂົນສົ່ງສິນຄ້າຖືກຜົນສະທ້ອນຍ້ອນໂລກລະບາດ. ກ່ຽວກັບເລື່ອງສ້າງໃຫ້ສົມບູນແບບ ແລະ ປະຕິບັດບັນດາກອບກົດໝາຍດ້ານການຄ້າລະຫວ່າງ 2 ປະເທດ, 2 ຝ່າຍໄດ້ເປັນເອກະພາບຊຸກຍູ້ວຽກງານເຈລະຈາສັນຍາບັບປຸງສັນຍາການຄ້າລະຫວ່າງຫວຽດນາມ - ລາວ ປີ 2015 ໃຫ້ໄດ້ນຳເຂົ້າເຄື່ອນໄຫວ ແລະ ສຳເລັດໂດຍໄວ, ຮັບໃຊ້ການລົງນາມໃນປີ 2021. ໃນຂອບເຂດການເຮັດວຽກ, ທ່ານເອກອັກຄະລັດຖະທູດ ແລະ ທ່ານລັດຖະມົນຕີ ຫງວຽນຮົ່ງຢຽນ ໄດ້ລົງນາມໃນບົດບັນທຶກການເຮັດວຽກກ່ຽວກັບບັນດາມາດຕະການເພີ່ມທະວີການພົວພັນຮ່ວມມືໃນຂົງເຂດການຄ້າ, ອຸດສາຫະກຳ ແລະ ພະລັງງານ.
        ຕໍ່ໜ້າສະພາບການຜັນແປທີ່ສັບສົນຂອງໂລກລະບາດໂຄວິດ-19 ຢູ່ລາວ, ທ່ານລັດຖະມົນຕີ ຫງວຽນຮົ່ງຢຽນ ໄດ້ມອບໃຫ້ສະຖານທູດລາວ ປະຈຳຫວຽດນາມ ຜ້າອັດປາດ-ອັດດັງຂ້້າເຊື້ອຈຳນວນໜຶ່ງ ເພື່ອສົ່ງໃຫ້ຍາດຕິພີ່ນ້ອງ, ມອບຜ້າອັດປາກ-ອັດດັງໃຫ້ແກ່ກະຊວງອຸດສາຫະກຳ ແລະ ການຄ້າລາວ ແລະ ກະຊວງພະລັງງານ ແລະ ບໍ່ແຮ່ລາວ.
        ກ່ຽວກັບການແລກປ່ຽນການຄ້າລະຫວ່າງ 2 ປະເທດ: ໃນໄລຍະ 3 ເດືອນຕົ້ນປີ 2021, ຍອດວົງເງິນຂາອອກ-ຂາເຂົ້າຂອງຫວຽດນາມ ກັບລາວ ບັນລຸ 338,6 ລ້ານ USD, ເພີ່ມຂຶ້ນ 22,5% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2020. ວົງເງິນສົ່ງອອກຂອງຫວຽດນາມ ໄປລາວ ບັນລຸ 159,6 ລ້ານ USD, ເພີ່ມຂຶ້ນ 6,4% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2020, ກວມເອົາ 2,4% ໃນຍອດການສົ່ງອອກຂອງຫວຽດນາມໄປຍັງອາຊຽນ. ບັນດາສີນຄ້າຕົ້ນຕໍ່ທີ່ຍົກອອກລວມມີ: ເຫຼັກກ້າ, ເຄື່ອງຈັກ, ອຸປະກອນ…
        ກ່ຽວກັບການຮ່ວມມືດ້ານເສດຖະກິດ: ວົງເງິນນຳເຂົ້າຂອງຫວຽດນາມ ຈາກລາວ ບັນລຸ 197 ລ້ານ USD, ເພີ່ມຂຶ້ນ 41,7% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2020, ກວມເອົາ 1,7% ໃນຍອດວົງເງິນນຳເຂົ້າຈາກອາຊຽນ. ບັນດາຜະລິດຕະພັນນຳເຂົ້າຕົ້ນຕໍແມ່ນ: ຢາງພາລາ ໄມ້ ແລະ ຜະລິດຕະພັນຈາກໄມ້, ຝຸ່ນຫຼາຍຊະນິດ… ການນຳເຂົ້າເກີນດຸນຂອງຫວຽດນາມ ຈາກລາວບັນລຸ 19,4 ລ້ານ USD, ຫຼຸດລົງ 182% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2020.
        ເພື່ອນ ຫງວຽນແທັງຮ່າ, ຊາວຫວຽດນາມ ພວມດຳລົງຊີວິດຢູ່ລາວ ຢາກຊອກຮູ້ແຫຼ່ງຂໍ້ມູນກ່ຽວກັບການເຄື່ອນໄຫວເຂົ້າ-ອອກເມືອງລະຫວ່າງ ຫວຽດນາມ - ລາວ ໃນຊ່ວງເວລາເກີດໂລກລະບາດນີ້.
        ເພື່ອນ ຫງວຽນແທັງຮ່າ ທີ່ຮັກແພງ! ສະຖານທູດຫວຽດນາມ ປະຈຳລາວ ໄດ້ມີແຈ້ງການກ່ຽວກັບສະພາບໂລກລະບາດໂຄວິດ-19 ຢູ່ລາວ ແລະ ເລື່ອງພົນລະເມືອງຫວຽດນາມ ຈົດທະບຽນກັບເມືອປະເທດ. ແຈ້ງການຊີ້ແຈ້ງວ່າ: ສະພາບໂລກລະບາດໂຄວິດ-19 ຢູ່ລາວ ເວົ້າລວມ ແລະ ນະຄອນຫຼວງວຽງຈັນ ເວົ້າສະເພາະພວມມີການຜັນແປທີ່ສັບສົນ, ຈຳນວນຜູ້ຕິດເຊື້ອໄດ້ເພີ່ມຂຶ້ນຢ່າງໄວໃນຊຸມມື້ມໍ່ໆມານີ້. ຕໍ່ໜ້າສະພາບການດັ່ງກ່າວ, ສະຖານທູດຫວຽດນາມ ປະຈຳລາວ ສະເໜີໃຫ້ພົນລະເມືອງຫວຽດນາມ ທີ່ພວມດຳລົງຊີວິດ, ອອກແຮງງານ ແລະ ຮ່ຳຮຽນຢູ່ລາວ ປະຕິບັດບັນດາຂໍ້ກຳນົດຂອງລາວ ແລະ ຫວຽດນາມ ກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19 ຢ່າງເຂັ້ມງວດ, ປະຕິບັດການແຍກຫ່າງສັງຄົມ, ບໍ່ອອກຈາກເຂດຢູ່ອາໄສຖ້າບໍ່ມີຄວາມຈຳເປັນໃນເວລາປິດລ້ອມ. ກໍລະນີພົນລະເມືອງຫວຽດນາມ ມີຄວາມຫວັງຢາກກັບເມືອປະເທດ, ສືບຕໍ່ຈົດທະບຽນຢູ່ສະຖານທູດຫວຽດນາມ ແລະ ສະຖານກົງສູນໃຫຍ່ຫວຽດນາມ ປະຈຳລາວ.
(ແຫຼ່ງຄັດຈາກ VOV)


top