ຂ່າວສານ

ການເຄື່ອນໄຫວຫລາຍຢ່າງທີ່ສັບປະດາວັດທະນະທຳທ່ອງທ່ຽວ ກາວບັ່ງ ປີ 2019

ໃນຂອບເຂດສັບປະດາວັດທະນະທຳ ທ່ອງທ່ຽວ ກາວບັ່ງ ປີ 2019, ຕອນຄ່ຳວັນທີ 5 ຕຸລາ ຢູ່ເຂດທ່ອງທ່ຽວ ນ້ຳຕົກຕາດ ບ໋ານຢົກ, ພະແນກວັດທະນະທຳ ກິລາ ແລະ ທ່ອງທ່ຽວ ແຂວງ ກາວບັ່ງ ໄດ້ສົມທົບກັບຄະນະກຳມະການປະຊາຊົນ ເມືອງ ຈູ່ງແຄງ ແຂວງ ກາວບັ່ງ ຈັດຕັ້ງພິທີໄຂງານບຸນທ່ອງທ່ຽວນ້ຳຕົກຕາດ ບ໋ານຢົກ.

ພາບປະກອບ (ຈາກ So VHTTDL Cao Bang)

ຈຸດເດັ່ນໃນງານບຸນດັ່ງກ່າວແມ່ນງານບຸນໄຟແສງສີ ນ້ຳຕົກຕາດ ບ໋ານຢົກ. ງານບຸນນີ້ ໄດ້ແນະນຳ, ໂຄສະນາພາບພົດບ້ານເກີດເມືອງນອນ, ເຂດດິນແດນ ກາວບັ່ງ ເວົ້າລວມ ພິເສດແມ່ນແນະນຳ, ໂຄສະນາທັດສະນີຍະພາບແຫ່ງຊາດ ນ້ຳຕົກຕາດ ບ໋ານຢົກ ກໍ່ຄືຈຸດວັດທະນະທຳເປັນເອກະລັກສະເພາະຂອງປະຊາຊົນບັນດາເຜົ່າຢູ່ແຂວງ ກາວບັ່ງ ເຖິງເພື່ອນມິດ, ແຂກທ່ອງທ່ຽວຢູ່ພາຍໃນ ແລະ ຕ່າງປະເທດ.

ໃນ 2 ມື້ດຳເນີນງານບຸນ ມີການເຄື່ອນໄຫວຫລາຍຢ່າງຄື: ວາງສະແດງພາບ, ການລະຫລິ້ນພື້ເມືອງ, ຊ່ວງເຮືອ Kayak, ຂັບແທນ…ບັນດານັກສິລະປະການຂອງ 13 ເມືອງ, ນະຄອນ ໄດ້ນຳມາໃຫ້ງານບຸນລາຍການສິລະປະເປັນເອກະລັກສະເພາະ ເຕັມໄປດ້ວຍສີສັນຊົນເຜົ່າ ໄຕ, ນຸ່ງ.

 (ແຫຼ່ງຄັດຈາກ VOV)


top