ຂ່າວສານ

ການເຄື່ອນໄຫວສະເຫຼີມສະຫຼອງ 70 ປີແຫ່ງວັນແພດໝໍ ຫວຽດນາມ

ໂຮງໝໍ C ດ່ານັ້ງ ສືບຕໍ່ສາມັກຄີກັນ, ເປັນຈິດໜຶ່ງໃຈດຽວ, ມານະພະຍາຍາມສູ້ຊົນເພື່ອບັນລຸໄດ້ໝາກຜົນ, ຜົນງານຢ່າງໃຫຍ່ຫຼວງກວ່າເກົ່າ
ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເລແທັງລອງ ໄດ້ໄປຢ້ຽມຢາມໂຮງໝໍ C ດ່ານັ້ງ (ພາບ: VGP)

ເນື່ອງໃນໂອກາດສະເຫຼີມສະຫຼອງ 70 ປີແຫ່ງວັນແພດໝໍ ຫວຽດນາມ (27 ກຸມພາ 1955 – 27 ກຸມພາ 2025), ວັນທີ 25 ກຸມພາ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເລແທັງລອງ ໄດ້ໄປຢ້ຽມຢາມໂຮງໝໍ C ດ່ານັ້ງ. ກ່າວຄຳເຫັນຢູ່ທີ່ນີ້, ທ່ານຮອງນາຍົກລັດຖະມົນຕີ ເລແທັງລອງ, ປາດຖະໜາວ່າ:

“ໂຮງໝໍ C ດ່ານັ້ງ ສືບຕໍ່ສາມັກຄີກັນ, ເປັນຈິດໜຶ່ງໃຈດຽວ, ມານະພະຍາຍາມສູ້ຊົນເພື່ອບັນລຸໄດ້ໝາກຜົນ, ຜົນງານຢ່າງໃຫຍ່ຫຼວງກວ່າເກົ່າ, ປະກອບສ່ວນຢ່າງແທດເໝາະເຂົ້າໃນພາລະກິດເບິ່ງແຍງ ແລະ ຍົກສູງສຸຂະພາບໃຫ້ແກ່ປະຊາຊົນ. ໂຮງໝໍສົມເປັນແຫ່ງທີ່ພະນັກງານຂັ້ນກາງ, ຂັ້ນສູງ ແລະ ປະຊາຊົນເຂດພາກກາງ - ໄຕງວຽນ ເວົ້າລວມ ແລະ ນະຄອນ ດ່ານັ້ງ ເວົ້າສະເພາະຝາກຝັງຄວາມໄວ້ເນື້ອເຊື່ອໃຈ, ພິເສດແມ່ນເອົາໃຈໃສ່ເບິ່ງແຍງສຸຂະພາບພະນັກງານຂັ້ນສູງໂດຍສູນກາງຄຸ້ມຄອງໃນບໍລິເວນ”.

ແລະກໍ່ໃນວັນດຽວກັນ, ໂຮງໝໍຫຼາຍຂະແໜງສູນກາງ ເກີນເທີ, ຄະນະກຳມະການປະຊາຊົນແຂວງ ອຽນບາຍ ກໍ່ໄດ້ຈັດພິທີສະເຫຼີມສະຫຼອງ 70 ປີແຫ່ງວັນແພດໝໍ ຫວຽດນາມ ເຊັ່ນດຽວກັນ.


top