ຂ່າວສານ

ການເຄື່ອນໄຫວສະເຫລີມສະຫລອງ 135 ປີ ແຫ່ງວັນກຳມະກອນສາກົນ

      ເພື່ອສະເຫລີມສະຫລອງ 10 ປີແຫ່ງການປະຕິບັດ ເດືອນກຳມະກອນ - ເດືອນພຶດສະພາ, ປີ 2021 ສະຫະພັນໃຫຍ່ແຮງງານຫວຽດນາມ ໄດ້ປຸກລະດົມການເຄື່ອນໄຫວ ດ້ວຍຫົວເລື່ອງວ່າ “ສາມັກຄີ, ປະດິດຄິດສ້າງ, ຜ່ານຜ່າຄວາມຫຍຸ້ງຍາກ ແລະ ພັດທະນາ”.
ການຜະລິດເຄື່ອງຕ່ຳແຜ່ນຕັດຫຍິບເພື່ອສົ່ງອອກຢູ່ບໍລິສັດ ຕັດຫຍິບ ເຟືອງນາມພາບປະກອບ:TTXVN
      ທ່ານ ຫງໍ້ຢູຍຫຽວ ຮອງປະທານສະຫະພັນໃຫຍ່ແຮງງານ ຫວຽດນາມ ເນັ້ນຫນັກວ່າ: ບັນດາເນື້ອໃນຕົ້ນຕໍຈະໄດ້ຮັບການຜັນຂະຫຍາຍໃນ “ເດືອນ ກຳມະກອນ - ເດືອນເຄື່ອນໄຫວເພື່ອຄວາມປອດໄພຫລັກອະນາໄມໃນການອອກແຮງງານ”: ເດືອນກຳມະກອນປີນີ້ ອົງການກຳມະບານສຸມໃສ່ຜັນຂະຫຍາຍໂຄງການ “75.000 ຂໍ້ລິເລີ່ມ” ຖືກກັບເນື້ອໃນຈິດໃຈປ່ຽນໃຫມ່ປະດິດຄິດສ້າງ.
ພວກຂ້າພະເຈົ້າກຳນົດວ່າ ກ່ອນອື່ນໝົດແມ່ນໂຄສະນາຍົກສູງຄວາມຮັບຮູ້ກ່ຽວກັບມູນເຊື້ອອັນສະຫງ່າລາສີຂອງຊົນຊັ້ນກຳມະກອນ, ກ່ຽວກັບອົງການກຳມະບານ ພິເສດ ແມ່ນໂຄສະນາບັນດາເນື້ອໃນພື້ນຖານຂອງມະຕິ ກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກທີ່ກ່ຽວຂ້ອງເຖິງອົງການກຳມະບານແລະ ຂະບວນການກຳມະກອນ.”
ທ່ານ ຫງໍ້ຢູຍຫຽວ ເນັ້ນຫນັກວ່າ: ເດືອນເຄື່ອນໄຫວເພື່ອຄວາມປອດໄພຫລັກອະນາໄມໃນການອອກແຮງງານ ປີນີ້ ແມ່ນຫົວເລື່ອງ: ເພີ່ມທະວີການຕີລາຄາກວດກາຄວາມສ່ຽງ ຄວາມປອດໄພ ຫລັກອະນາໄມໃນການອອກແຮງງານ. ຫົວເລື່ອງນີ້ແມ່ນຕິດພັນຢ່າງແຫນ້ນແຟ້ນກັບບັ້ນຕໍ່ສູ້ຕ້ານໂຄວິດ 19 ຊື່ງ ຫວຽດນາມ ພວມມານະພະຍາຍາມຜັນຂະຫຍາຍ.
(ແຫຼ່ງຄັດຈາກ VOV)


top