ຂ່າວສານ

ການເຄື່ອນໄຫວສະເຫລີມສະຫລອງ 110 ປີແຫ່ງວັນປະທານໂຮ່ຈີມິນອອກຈາກປະເທດເດີນທາງໄປຊອກຫາເສັ້ນທາງກູ້ຊາດ

ຫລາຍອົງການ ຫົວຫນ່ວຍຕ່າງໆ ຢູ່ຫວຽດນາມກໍ່ໄດ້ຈັດຕັ້ງການເຄື່ອນໄຫວສະເຫລີມສະຫລອງ110 ປີແຫ່ງວັນປະທານໂຮ່ຈີມິນອອກຈາກປະເທດເດີນທາງໄປຊອກຫາເສັ້ນທາງກູ້ຊາດ.
ລາຍການສິລະປະ ສະເຫລີມສະຫລອງ 110ປີແຫ່ງວັນທ່ານປະທານໂຮ່ຈີມິນ ອອກຈາກປະເທດເດີນທາງໄປຊອກຫາເສັ້ນທາງກູ້ຊາດ(ພາບ:ສຳນັກຂ່າວສານຫວຽດນາມ)

ເນື່ອງໃນໂອກາດສະເຫລີມສະຫລອງ 110ປີແຫ່ງວັນທ່ານປະທານໂຮ່ຈີມິນ ອອກຈາກປະເທດເດີນທາງໄປຊອກຫາເສັ້ນທາງກູ້ຊາດ (5/6/1911-5/6/2021), ຕອນເຊົ້າວັນທີ 5 ມິຖຸນາ ຢູ່ຫໍພິພິທະພັນ ໂຮ່ຈີມິນ ສາຂາ ນະຄອນໂຮ່ຈີມິນ ຄະນະການນຳຄະນະພັກ, ສະພາປຊຊ, ຄະນະກຳມະການ ປຊຊ, ຄະນະກຳມະການແນວໂຮມປະເທດຊາດຫວຽດນາມ ນະຄອນໂຮ່ຈີມິນ ໂດຍທ່ານ ຫງວຽນວັນເນນ ເລຂາຄະນະພັກນະຄອນ ນຳຫນ້າ ໄດ້ໄປຖະຫວາຍທູບທຽນ ອາໄລຫາປະທານໂຮ່ຈີມິນ.

ຕອນຄ່ຳວັນທີ 4 ມິຖຸນາ ຄະນະໂຄສະນາສຶກສາສູນກາງ ໄດ້ມອບຫນ້າທີ່ໃຫ້ສື່ເອເລັກໂຕນິກພັກກອມມູນິດ ຫວຽດນາມ ຈັດຕັ້ງລາຍການສະແດງສິລະປະພິເສດ ດ້ວຍຮູບການຖ່າຍທອດສົດ ແລະ ແນະນຳສາລະຄະດີກ່ຽວກັບວິວັດທະການຊອກຫາເສັ້ນທາງກູ້ຊາດຂອງເພິ່ນ, ກ່ຽວກັບແບບຢ່າງຮ່ຳຮຽນ ແລະປະຕິບັດຕາມແນວຄິດຄຸນສົມບັດປະທານໂຮ່ຈີມິນ.

ແລະກໍ່ເນື່ອງໃນໂອກາດນີ້ ຫໍພິພິທະພັນຮ່າໂນ້ຍ ກໍ່ໄດ້ຈັດຕັ້ງການວາງສະແດງປື້ມ, ຫນັງສືພິມ “ເດີນຕາມຮອຍຕີນປະທານໂຮ່ຈີມິນ” ດ້ວຍເອກະສານ, ປື້ມ, ຫນັງສືພິມ ກວ່າ 400 ຢ່າງ. ສຳນັກພິມຈຳຫນ່າຍ ຊື້ເທີດ ສົມທົບກັບສະມາຄົມຊາວຫວຽດນາມອາໄສຢູ່ ລັດເຊຍ ໄດ້ຈັດຕັ້ງການແປ່ ແລະພິມຈຳຫນ່າຍປື້ມ   “ການເຄື່ອນໄຫວຂອງ ທ່ານ ຫງວຽນອາຍກວັກ (ປະທານໂຮ່ຈີມິນ) ຢູ່ ໂຊວຽດເກົ່າ 1923-1938. ນອກນັ້ນ ຍັງມີຫລາຍອົງການ ຫົວຫນ່ວຍຕ່າງໆ ຢູ່ຫວຽດນາມກໍ່ໄດ້ຈັດຕັ້ງການເຄື່ອນໄຫວສະເຫລີມສະຫລອງວັນດັ່ງກ່າວເຊັ່ນດຽວກັນ.

(ແຫຼ່ງຄັດຈາກ VOV)


top