ຂ່າວສານ

ການເຄື່ອນໄຫວຢ້ຽມຢາມ,ອວຍພອນປີໃໝ່ຢູ່ທ້ອງຖິ່ນຕ່າງໆ

ວັນທີ 01 ກຸມພາ, ທ່ານຮອງປະທານສະພາແຫ່ງຊາດຫວຽດນາມ ໂດ້ບ໋າຕິ ແລະ ຄະນະປະຕິບັດງານໄດ້ໄປຢ້ຽມຢາມ ແລະ ອວຍພອນປີໃໝ່ພະນັກງານ, ນັກຮົບກອງບັນຊາການທະຫານແຂວງ ລາວກາຍ

 
ທ່ານຮອງປະທານສະພາແຫ່ງຊາດຫວຽດນາມ ໂດ້ບ໋າຕິ ໄປຢ້ຽມຢາມ ແລະ ອວຍພອນປີໃໝ່ພະນັກງານ,
ນັກຮົບກອງບັນຊາການທະຫານແຂວງ ລາວກາຍ. 
(ພາບ: daibieunhandan.vn)

ກອງບັນຊາການທະຫານຊາຍແດນ ລາວກາຍ ແລະ ຕຳຫຼວດແຂວງລາວກາຍ. ທີ່ບັນດາເຂດມາຢ້ຽມຢາມ, ທ່ານຮອງປະທານສະພາແຫ່ງຊາດ ໂດ້ບ໋າຕິ ໄດ້ຍ້ອງຍໍບັນດາຜົນງານເຊິ່ງບັນດາກຳລັງປະກອບອາວຸດ ແລະ ຕຳຫຼວດແຂວງ ບັນລຸໄດ້ໃນປີຜ່ານມາ. ທ່ານຮອງປະທານສະພາແຫ່ງຊາດ ໂດ້ບ໋າຕິ ໄດ້ເນັ້ນໜັກເຖິງບາງເນື້ອໃນເຊິ່ງບັນດາກົມກອງຕ້ອງຜັນຂະຫຍາຍໃນປີ 2018 ຄື: ປະຕິບັດວຽກງານຝຶກອົບຮົມ ແລະ ຮັບສະໝັກທະຫານ, ສ້າງກຳລັງໃຫ້ນັບມື້ນັບເປັນກຳລັງຫຼວງ, ສະຫຼາດເພື່ອສ້າງເຂດປ້ອງກັນ, ທ່າຮົບປ້ອງກັນຊາດທົ່ວປວງຊົນໃຫ້ນັບມື້ນັບໝັ້ນຄົງເຂັ້ມແຂງ. ກຳລັງປະກອບອາວຸດໃນແຂວງ ເພີ່ມທະວີການພົວພັນກັບອຳນາດການປົກຄອງ, ປະຊາຊົນທ້ອງຖິ່ນ, ສົມທົບກັນປະຕິບັດໂຄງການກໍ່ສ້າງຊົນນະບົດໃໝ່, ລົບລ້າງຄວາມອຶດຫິວ, ຫຼຸດຜ່ອນຄວາມທຸກຍາກຢ່າງມີປະສິດທິຜົນ.

        ແລະກໍ່ໃນວັນທີ 01 ກຸມພາ, ທ່ານນາງຮອງປະທານປະເທດ ດັ້ງທິຫງັອກທິ້ງ ໄດ້ໄປຢ້ຽມຢາມ ແລະ ອວຍພອນປີໃໝ່, ມອບຂອງຂວັນໃຫ້ບັນດາຄອບຄົວນະໂຍບາຍ, ຄອບຄົວທຸກຍາກ ແລະ ເດັກນ້ອຍທີ່ປະສົບກັບຄວາມຫຍຸ້ງຍາກເປັນພິເສດຢູ່ແຂວງ ວິ້ງລອງ.

(ແຫຼ່ງຄັດຈາກ VOV)



top