ຂ່າວສານ

ການເຄື່ອນໄຫວຢ້ຽມຢາມ, ມອບຂອງຂວັນບຸນເຕັດໃຫ້ບັນດາຄອບຄົວນະໂຍບາຍ, ຄອບຄົວທຸກຍາກ, ເດັກນ້ອຍປະສົບກັບຄວາມຫຍຸ້ງຍາກ

ຕອນບ່າຍວັນທີ 13 ມັງກອນ, ທີ່ນະຄອນ ຫາຍເຢືອງ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຟ້າມບີ່ງມິງ ໄດ້ເຂົ້າຮ່ວມລາຍການມອບຂອງຂວັນບຸນເຕັດໃຫ້ແກ່ບັນດາຄອບຄົວນະໂຍບາຍ, ຄອບຄົວທຸກຍາກ, ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ, ກຳມະກອນ, ຊາວຜູ້ອອກແຮງງານທີ່ປະສົບກັບຄວາມຫຍຸ້ງຍາກເນື່ອງໃນໂອກາດບຸນເຕັດປີຊວດ 2020. 
ລາຍການດັ່ງກ່າວ ໂດຍຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ, ສະຫະພັນແຮງງານ ຫວຽດນາມ, ສູນກາງສະພາກາແດງ ຫວຽດນາມ ສົມທົບກັບຄະນະພັກແຂວງ, ສະພາປະຊາຊົນ, ຄະນະກຳມະການປະຊາຊົນນະຄອນ ຫາຍເຢືອງ ຈັດຕັ້ງ.


ທ່ານຮອງນາຍົກລັດຖະມົນຕີ ຟ້າມບີ່ງມິງ ມອບຂອງຂວັນບຸນເຕັດໃຫ້ບັນດາຄອບຄົວນະໂຍບາຍ, ຄອບຄົວທຸກຍາກ (ພາບ: VGP)

ກ່າວຄຳເຫັນທີ່ລາຍການ, ທ່ານຮອງນາຍົກລັດຖະມົນຕີ ຟ້າມບີ່ງມິງ ເນັ້ນໜັກວ່າ: ພັກ, ລັດຍາມໃດກໍ່ມີຄວາມເອົາໃຈໃສ່ເຖິງບັນດາຄອບຄົວທີ່ມີຄຸນງາມຄວາມດີ, ຄອບຄົວທຸກຍາກ, ຊາວຜູ້ອອກແຮງງານດ້ວຍແຜນນະໂຍບາຍ “ບໍ່ໃຫ້ຜູ້ໃດຖືກປະໄວ້ຢູ່ທາງຫລັງ”.

        ແລະກໍ່ໃນຕອນບ່າຍວັນທີ 13 ມັງກອນ, ທ່ານນາງຮອງປະທານປະເທດ ຫວຽດນາມ ດັ້ງທິງອັກທິ້ງ ພ້ອມດ້ວຍຄະນະປະຕິບັດງານກໍ່ໄດ້ລົງຢ້ຽມຢາມ, ມອບຂອງຂວັນໃຫ້ຄອບຄົວນະໂຍບາຍ, ເດັກນ້ອຍທີ່ປະສົບກັບຄວາມຫຍຸ້ງຍາກພິເສດຢູ່ເມືອງ ດຶກຮ່ວາ, ແຂວງ ລອງອານ.

(ແຫຼ່ງຄັດຈາກ VOV)


top