ຂ່າວສານ

ການເຄື່ອນໄຫວພົວພັນລະຫວ່າງ ຫວຽດນາມ ແລະ ລາວໃນອາທິດຜ່ານມາ

      ຕອນເຊົ້າວັນທີ 4 ພະຈິກປີ 2021, ຄະນະກຳມະການປະຊາຊົນແຂວງທ໊າຍບິ່ງແລະອຳນາດການປົກຄອງແຂວງໄຊຍະບູລີໄດ້ຈັດຕັ້ງພິທີລົງນາມທາງໄກຂໍ້ຕົກລົງມິດຕະພາບລະຫວ່າງສອງແຂວງໄລຍະ 2021 – 2026.
ພິທີລົງນາມທາງໄກຂໍ້ຕົກລົງການຮ່ວມມືມິດຕະພາບລະຫວ່າງສອງແຂວງທ໊າຍບິ່ງແລະໄຊຍະບູລີໃນໄລຍະ 2021 – 2026 (ພາບ: baothaibinh.com)
      ໃນອາທິດຜ່ານມາ, ພະແນກກະຈາຍສຽງບັນດາລາຍການພາສາຕ່າງປະເທດ,ວິທະຍຸກະຈາຍສຽງຫວຽດນາມສືບຕໍ່ໄດ້ຮັບຈົດໝາຍ, ອີແມວ 390 ສະບັບແລະໂທລະສັບຫລາຍສາຍຈາກທ່ານຜູ້ຟັງຢູ່ 36 ປະເທດແລະເຂດແຄ້ວນຄື: ແອັດສະປາຍ, ອັງກິດ, ຝຣັ່ງ, ຍີ່ປຸ່ນ, ລາວ…ໃນນັ້ນ, ມີທ່ານຜູ້ຟັງລາວຫຼາຍຄົນໄດ້ສົ່ງຈົດໝາຍມາຍັງລາຍການດ້ວຍເນື້ອໃນຢາກຊອກຮູ້ກ່ຽວກັບການເຄື່ອນໄຫວລະຫວ່າງຫວຽດນາມແລະລາວໃນອາທິດຜ່ານມາ. ໃນລາຍການ “ໂອ້ລົມກັບເພື່ອນລາວ” ມື້ນີ້, ພວກຂ້າພະເຈົ້າຂໍຄັດສະເໜີບາງຄຳເຫັນ, ເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງ ລາວ ຝາກມາລາຍການໃນອາທິດຜ່ານມາ.
            ເພື່ອນບົວລອຍ ເພັງພະຈັນໄດ້ໃຫ້ຄຳຕິຊົມໃນເວັບໄຊ vovworld.vn ພາກພາສາລາວດ້ວຍເນື້ອໃນທີ່ວ່າ:ຂອບໃຈລາຍການທີ່ໄດ້ສະໜອງຄວາມຮູ້ທີ່ເປັນປະໂຫຍດໃຫ້ແກ່ຂ້າພະເຈົ້າ ໃນຍຸກສະໄຫມນີ້, ວັດທະນະທໍາການຖືກແສ່ວຜ້າເກືອບຄືວ່າສູນຫາຍໄປ ແຕ່ຂ້າພະເຈົ້າ ກໍ່ຍັງສັງເກດເຫັນຜ້າປຽວຢູ່ໃນເຮືອນ ຫຼື ໃນງານບຸນກີນຈຽງ ແມ່ກໍ່ຈະເອົາມາປຽງວ່າ ມັນມີຄວາມຫມາຍເເນວໃດ. ຂໍອະນຸຍາດນໍາເອົາຂໍ້ມູນເພື່ອມາປະກອບບົດນິພົນຈົບຊັ້ນປະລີນຍາຕີ ສາຂາບູຮານວິທະຍາ ແລະ ການຄຸ້ມຄອງມໍລະດົກ ເພື່ອສຶກສາຮຽນຮູ້ແລະເຜີຍແຜ່ວັດທະນະທໍາອັນດີງາມຂອງຊົນເຜົ່າໃຫ້ລຸ້ນຕໍ່ໆໄປ.
            ເພື່ອນບົວລອຍທີ່ຮັກແພງ! ພວກຂ້າພະເຈົ້າດີໃຈຫລາຍຍ້ອນໄດ້ນຳເອົາຂໍ້ມູນທີ່ເປັນປະໂຫຍດໃຫ້ແກ່ເພື່ອນ, ຫວັງວ່າເພື່ອນຈະສືບຕໍ່ຕິດຕາມລາຍການຂອງພວກຂ້າພະເຈົ້າຕໍ່ໄປ. ຂໍ້ອວຍພອນໃຫ້ເພື່ອນຈົ່ງມີສຸຂະພາບແຂງແຮງ, ມີຄວາມຜາສຸກແລະປະສົບຜົນສຳເລັດໃນການດຳລົງຊີວິດຂອງຕົນ.
            ສ່ວນໃນອີແມວທີ່ສົ່ງມາຍັງລາຍການຂອງເພື່ອນເບັ້ນພິມມະສອນ ຢູ່ແຂວງຈຳປາສັກ ຂຽນວ່າ: ຂ້າພະເຈົ້າມັກຕິດຕາມລາຍການຊາຍຄາອາຊຽນຂອງ VOV5, ຜ່ານລາຍການດັ່ງກ່າວຂ້າພະເຈົ້າມີຄວາມເຂົ້າໃຈແຈ້ງກ່ຽວກັບການພົວພັນຮ່ວມມືລະຫວ່າງບັນດາປະເທດອາຊຽນພິເສດແມ່ນພື້ນຖານວັດທະນະທຳທີ່ເຂັ້ມຂົ້ນໄປດ້ວຍສີສັນຊາດໃນນັ້ນຂ້າພະເຈົ້າມັກທີ່ສຸດແມ່ນວັດທະນະທຳຂອງຫວຽດນາມຄາດວ່າພາຍຫຼັງຄວບຄຸມໂລກລະບາດໂຄວິດ - 19 ໄດ້ແລ້ວ,ຂ້າພະເຈົ້າຈະໄປທ່ອງທ່ຽວຫວຽດນາມແລະຢ້ຽມຢາມ 2 ນະຄອນໃຫຍ່ຂອງຫວຽດນາມນັ້ນແມ່ນຮ່າໂນ້ຍ ແລະ ໂຮ່ຈີມິນດັ່ງນັ້ນຜ່ານທາງລາຍການຂ້າພະເຈົ້າຢາກຮູ້ແຈ້ງຕື່ມອີກກ່ຽວກັບການສັນຈອນໄປມາລະຫວ່າງ 2 ນະຄອນດັ່ງກ່າວຂໍຂອບໃຈ”.
        ເພື່ອນ ເບັ້ນພິມມະສອນທີ່ຮັກເພງ! ຈາກຮ່າໂນ້ຍໄປຫານະຄອນໂຮ່ຈີມິນແມ່ນໄລຍະທາງທີ່ຍາວໄກເຊື່ອມຕໍ່ລະຫວ່າງ 2 ພາກເໜືອ - ໃຕ້, ເຊື່ອມຕໍ່ 2 ສູນເສດຖະກິດ, ວັດທະນະທຳໃຫຍ່ສຸດຂອງຫວຽດນາມ. ຈາກຮ່າໂນ້ຍໄປຫານະຄອນໂຮ່ຈີມິນເພື່ອນຕ້ອງຜ່ານໄລຍະທາງຍາວປະມານ 1730 ກມ. ເພື່ອນອາດຈະໄປດ້ວຍລົດໂດຍສານ, ລົດໄຟ, ເຮືອບິນຫຼືພາຫະນະສ່ວນຕົວກໍ່ໄດ້.
        ຖ້າຫາກໄປດ້ວຍລົດໂດຍສານ, ເພື່ອນສາມາດໄປຂຶ້ນລົດຢູ່ຄິວລົດໃນຮ່າໂນ້ຍສາຍຮ່າໂນ້ຍ - ນະຄອນໂຮ່ຈີມິນຫຼືຮ່າໂນ້ຍ - ໄຊງ່ອນ ໃຊ້ເວລາ 37 – 38 ຊົ່ວໂມງ, ລາຄາ ໂດຍສານ ແຕ່ ຮ່າໂນ້ຍ - ໂຮ່ຈີມິນ ແມ່ນ 600.000 – 900.000 ດົ່ງຕາມຄຸນນະພາບຂອງລົດ.
        ຖ້າຫາກຂີ່ລົດໄຟ,ເພື່ອນສາມາດເຂົ້າເວັບໄຊຂອງການລົດໄຟຫວຽດນາມ (www.dsvn.vn) ເພື່ອເລືອກຊື້ປີ້ທີ່ເໝາະສົມ.
        ຖ້າຫາກເພື່ອນຂີ່ຍົນ, ປະຈຸບັນຢູ່ຫວຽດນາມມີຫລາຍບໍລິສັດການບິນທີ່ມີສາຍການບິນຮ່າໂນ້ຍ - ໄຊງ່ອນ. ເພື່ອນສາມາດເລືອກຈ່ອງປີ້ໄດ້ຕາມໃຈ.
            ເພື່ອນບຸນມີໄດ້ສົ່ງຂໍ້ຄວາມມາຍັງລາຍການດ້ວຍເນື້ອໃນຢາກຊອກຮູ້ກ່ຽວກັບໝາກຜົນທີ່ບັນລຸໄດ້ໃນພິທີລົງນາມທາງໄກຂໍ້ຕົກລົງການຮ່ວມມືມິດຕະພາບລະຫວ່າງສອງແຂວງທ໊າຍບິ່ງແລະໄຊຍະບູລີໃນໄລຍະ 2021 – 2026 ທີ່ໄດ້ດຳເນີນໃນອາທິດຜ່ານມາ.
            ເພື່ອນບຸນມີທີ່ຮັກແພງ! ຕອນເຊົ້າວັນທີ 4 ພະຈິກປີ 2021, ຄະນະກຳມະການປະຊາຊົນແຂວງທ໊າຍບິ່ງແລະອຳນາດການປົກຄອງແຂວງໄຊຍະບູລີໄດ້ຈັດຕັ້ງພິທີລົງນາມທາງໄກຂໍ້ຕົກລົງມິດຕະພາບລະຫວ່າງສອງແຂວງໄລຍະ 2021 – 2026.
            ຕາມເນື້ອໃນທີ່ໄດ້ຮັບການລົງນາມ, ສອງແຂວງໄດ້ເຫັນດີເປັນເອກະພາບຮ່ວມມືມິດຕະພາບດ້ວຍເນື້ອໃນຄື: ເຫັນດີເປັນເອກະພາບສ້າງການພົວພັນມິດຕະພາບແລະຍູ້ແຮງການໂຄສະນາ, ການສຶກສາກ່ຽວກັບການພົວພັນມິດຕະພາບອັນຍິ່ງໃຫຍ່ລະຫວ່າງສອງປະເທດ, ສອງທ້ອງຖິ່ນ, ສອງແຂວງຈັດຕັ້ງການຢ້ຽມຢາມໄມຕີຈິດມິດຕະພາບຕ່າງໆຂອງການນຳແຂວງບົນພື້ນຖານການຜັດປ່ຽນກັນເປັນເຈົ້າພາບຈັດຕັ້ງ, ເຫັນດີເປັນເອກະພາບຮ່ວມມືກ່ຽວກັບວຽກງານກໍ່ສ້າງພັກແລະລະບົບການເມືອງ, ສົ່ງເສີມການຮ່ວມມືພັດທະນາເສດຖະກິດ, ວັດທະນະທຳ, ສັງຄົມແລະວຽກງານຄຸ້ມຄອງລັດ, ສ້າງເງື່ອນໄຂໃຫ້ແກ່ວິສາຫະກິດສອງແຂວງແນະນຳ, ໂຄສະນາບັນດາຜະລິດຕະພັນ,ສິນຄ້າທີ່ເປັນທ່າແຮງຂອງແຂວງເພື່ອເພີ່ມທະວີການຄ້າສອງສົ້ນ.
            ກ່າວຄຳເຫັນທີ່ພິທີ, ທ່ານ ພົງສະຫວັນ ສິດທະວົງ, ເລຂາພັກແຂວງ, ເຈົ້າແຂວງແຂວງໄຊຍະບູລີຖືວ່າ: ບັນດາເນື້ອໃນທີ່ໄດ້ລົງນາມໃນມື້ນີ້ເມື່ອນຳໄປຜັນຂະຫຍາຍໃນຕົວຈິງຈະບັນລຸໄດ້ປະສິດທິດຜົນສູງທີ່ສຸດ, ປະກອບສ່ວນເຂົ້າໃນພາລະກິດແຫ່ງການປົກປັກຮັກສາແລະພັດທະນາການພົວພັນສາກົນ, ອົງການຈັດຕັ້ງກໍ່ຄືການຮ່ວມສຳພັນໃນພາກພື້ນແລະສາກົນ.
            ເພື່ອນບູນມີທີ່ຮັກແພງ! ດັ່ງທີ່ກ່າວມາຂ້າງເທິງແມ່ນຄຳຕອບທີ່ເປັນພື້ນຖານໃຫ້ແກ່ເພື່ອນ, ຫວັງວ່າຈະເຮັດໃຫ້ເພື່ອນພໍໃຈ.
            ດັ່ງທີ່ກ່າວມາຂ້າງເທິງແມ່ນເນື້ອໃນຄຳເຫັນ ແລະຄຳຖາມຂອງຜູ້ຟັງບາງທ່ານທີ່ຝາກມາລາຍການໃນອາທິດຜ່ານມາ. ຖ້າຫາກຜູ້ຟັງຜູ້ອ່ານທ່ານໃດມີຄວາມສົນໃຈຕໍ່ບັນຫາໃດໜຶ່ງກໍ່ສາມາດຝາກຈົດໝາຍມາຍັງລາຍການຂອງພວກເຮົາໄດ້ເລີຍໂດຍຈ່າໜ້າຊອງວ່າ:ພາກພາສາລາວວິທະຍຸກະຈາຍສຽງຫວຽດນາມເຮືອນເລກທີ 45 ຖະໜົນ ບ່າຈ້ຽວຮ່າໂນ້ຍ. ຫຼືໂທລະສັບມາໂດຍກົງກໍ່ໄດ້ຕາມເບີໂທ 0084.243.825.6631 ຫຼືອີແມວlaovov5@gmail.comທ່ານຜູ້ຟັງກໍ່ສາມາດ Comment ໃນເວັບໄຊ vovworld.vn ຂອງພວກເຮົາ.
(ແຫຼ່ງຄັດຈາກ VOV)
 


top