ຂ່າວສານ

ການເຄື່ອນໄຫວພົບປະແລກປ່ຽນມິດຕະພາບລະຫວ່າງທະຫານຊາຍແດນ ຫວຽດນາມ - ລາວ

ກອງບັນຊາການທະຫານຊາຍແດນແຂວງ ກ໋ວາງບິ່ງ ໄດ້ຈັດຕັ້ງການພົບປະແລກປ່ຽນມິດຕະພາບ ຫວຽດນາມ - ລາວ ຂັ້ນທະຫານປ້ອງກັນຊາຍແດນແຂວງປີ 2022.

ກອງບັນຊາການທະຫານຊາຍແດນແຂວງ ກ໋ວາງບິ່ງ ໄດ້ຈັດຕັ້ງການພົບປະແລກປ່ຽນມິດຕະພາບ ຫວຽດນາມ - ລາວ ຂັ້ນທະຫານປ້ອງກັນຊາຍແດນແຂວງປີ 2022.

    

ກຳລັງປ້ອງກັນຊາຍແດນແຂວງ ກ໋ວາງບິ່ງ ແລະ ຄຳມ່ວນ ຢູ່ເຂດດ່ານຊາຍແດນຈາລໍ

ວັນທີ 14 – 15 ກໍລະກົດ, ຢູ່ເຂດດ່ານຊາຍແດນສາກົນ ຈາລໍ, ແຂວງ ກ໋ວາງບິ່ງ ແລະ ກຸ້ມບ້ານ ລັງຄັ່ງ, ເມືອງບົວລະພາ, ແຂວງຄຳມ່ວນ, ສປປ ລາວ, ກອງບັນຊາການທະຫານຊາຍແດນແຂວງ ກ໋ວາງບິ່ງ ໄດ້ຈັດຕັ້ງການພົບປະແລກປ່ຽນມິດຕະພາບ ຫວຽດນາມ - ລາວ ຂັ້ນທະຫານປ້ອງກັນຊາຍແດນແຂວງປີ 2022, ລາຍການໄດ້ປະກອບສ່ວນແຜ່ຂະຫຍາຍການພົວພັນທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດ; ໃນນັ້ນມີສອງແຂວງ ກ໋ວາງບິ່ງ - ຄຳມ່ວນ. ປະຊາຊົນ ແລະ ກຳລັງປົກປັກຮັກສາຊາຍແດນ 2 ຝ່າຍ; ກຳລັງປົກປັກຮັກສາຊາຍແດນ 2 ແຂວງຍາມໃດກໍ່ເປັນຂົວເຊື່ອມຕໍ່ນ້ຳໃຈສາມັກຄີມິດຕະພາບລະຫວ່າງຄະນະພັກ, ອຳນາດການປົກຄອງ ແລະ ປະຊາຊົນ ກ໋ວາງບິ່ງ - ຄຳມ່ວນ.

        ແລະກໍ່ໃນລາຍການເຄື່ອນໄຫວພົບປະແລກປ່ຽນມິດຕະພາບຊາຍແດນ ຫວຽດນາມ - ລາວ, ວັນທີ 15 ກໍລະກົດ, ກອງບັນຊາການທະຫານຊາຍແດນແຂວງ ກ໋ວາງບິ່ງ ໄດ້ສົມທົບກັບກຳລັງຕຳຫຼວດ, ການທະຫານແຂວງ ຄຳມ່ວນ ເປີດສະຫຼອງ, ມອບຮັບກິດຈະກຳ “ແສງສະຫວ່າງເຂດຊາຍແດນ” ໃຫ້ອຳນາດການປົກຄອງ, ປະຊາຊົນບ້ານ ນາຈັດ, ກຸ້ມບ້ານ ທົ່ງຄາມ.

(ແຫຼ່ງຄັດຈາກ VOV)


top