ວັນທີ 21 ກັນຍາ (ຕາມເວລາທ້ອງຖິ່ນ), ຢູ່ນອກກອງປະຊຸມສະມັດຊາໃຫຍ່ ສປຊ ຊຸດທີ 81 ທີ່ ນິວຢອກ, ປະເທດ ອາເມລິກາ, ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ ມີການພົບປະສອງຝ່າຍກັບທ່ານ Recep Tayyip Erdogan, ປະທານາທິບໍດີ ຕວັກກີ.
ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ແລະ ທ່ານRecep Tayyip Erdogan, ປະທານາທິບໍດີ ຕວັກ (ພາບ: VNA)
ທີ່ການພົບປະ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໃຫ້ຮູ້ວ່າ: ສອງຝ່າຍຄວນເພີ່ມທະວີການຮ່ວມມື, ເສີມຂະຫຍາຍບົດບາດໃນຊຸກຍູ້ສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາແບບຍືນຍົງ; ສະເໜີໃຫ້ສອງປະເທດພ້ອມກັນຄົ້ນຄ້ວາເປັນເອກະພາບຕໍ່ຖະແຫຼງການຮ່ວມ ຍົກສູງ ລະດັບການພົວພັນລະຫວ່າງ ຫວຽດນາມ - ຕວັກກີ ຂຶ້ນເປັນຄູ່ຮ່ວມມືຍຸດທະສາດ, ຊຸກຍູ້ການຮ່ວມມືສອງຝ່າຍ, ເພີ່ມທະວີການພົບປະ, ແລກປ່ຽນບັນດາຄະນະ, ພິເສດແມ່ນຂັ້ນສູງ. ພ້ອມນັ້ນ, ສອງຝ່າຍກໍ່ມຸ່ງໄປເຖິງເປົ້າໝາຍການຄ້າບັນລຸ 4 ຕື້ໂດລາສະຫະລັດ ຜ່ານເລື່ອງ ຕວັກກີ ຮັບຮູ້ກົນໄກເສດຖະກິດການຕະຫຼາດຂອງ ຫວຽດນາມ, ເປີດຕະຫຼາດໃຫ້ກັນ, ຈຳກັດຮົ້ວກີດຂວາງດ້ານການຄ້າ; ເປີດກ້ວາງການຮ່ວມມືໃນບັນດາຂົງເຂດຍຸດທະສາດ, ມີຄວາມສາມາດບົ່ມຊ້ອນ, ຄື: ອຸດສາຫະກຳປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ອາຫານ Halal... ທ່ານປະທານາທິບໍດີ Recep Tayyip Erdogan ສະເໜີໃຫ້ສອງປະເທດພ້ອມກັນເພີ່ມທະວີການສົມທົບກັນ, ປະກອບຢ່າງມີຄວາມຮັບຜິດຊອບເຂົ້າບັນດາຄວາມມານະພະຍາຍາມເພື່ອ ສັນຕິພາບ, ແກ້ໄຂການປະທະກັນຢູ່ເຂດ ຕາເວັນອອກກາງ.
ການນຳສອງທ່ານເຫັນດີເປັນເອກະພາບເພີ່ມທະວີການທາບ ທາມຄວາມເຫັນ, ສົມທົບກັນ ແລະ ໜູນຊ່ວຍກັນຢູ່ບັນດາເວທີປາໄສຫຼາຍຝ່າຍ; ເສີມຂະຫຍາຍບົດບາດເປັນຂົວຕໍ່ຊຸກຍູ້ການຮ່ວມມື, ຊຸກຍູ້ລັດທິຫຼາຍຝ່າຍ, ຍົກສູງກົດໝາຍສາກົນ ແລະ ຮັກສາສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ການພັດທະນາຢູ່ພາກພື້ນ, ລະຫວ່າງ ຫວຽດນາມ ກັບ ກຸ່ມບັນດາພື້ນຖານເສດຖະກິດພັດທະນາ ແລະ ຫາກໍ່ພົ້ນເດັ່ນ (G20), ອົງການຮ່ວມມື ແລະ ພັດທະນາເສດຖະກິດ (OECD); ລະຫວ່າງ ຕວກກີ ກັບ ອາຊຽນ ແລະ ເວທີປາໄສຮ່ວມມືເສດຖະກິດ ອາຊີ - ປາຊີຟິກ (APEC).
ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ພົບປະກັບທ່ານເອກອັກຄະລັດຖະທູດ Jamieson Greer, ຫົວໜ້າຜູ້ຕາງໜ້າການຄ້າ ອາເມລິກາ (USTR) (ພາບ: VNA)
ແລະ ກໍ່ໃນວັນດຽວກັນ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ໄດ້ໃຫ້ການຕ້ອນຮັບທ່ານເອກອັກຄະລັດຖະທູດ Jamieson Greer, ຫົວໜ້າຜູ້ຕາງໜ້າການຄ້າ ອາເມລິກາ (USTR). ທີ່ການຕ້ອນຮັບ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ຢັ້ງຢືນວ່າ: ຫວຽດນາມ ຖືການພົວພັນ ຄູ່ຮ່ວມມືຍຸດທະສາດຮອບດ້ານກັບ ອາເມລິກາ ເປັນສຳຄັນ ແລະ ປາດຖະໜາຈະພ້ອມກັບອຳນາດການປົກຄອງຂຂອງປະທານາທິບໍດີ Donald J. Trump ສືບຕໍ່ນຳການພົວພັນສອງຝ່າຍໃຫ້ພັດທະນາເປັນປົກກະຕິ, ແທດຈິງ, ມີປະສິດທິຜົນ ແລະ ຍືນຍົງ.
ໃນວັນດຽວກັນ, ທີ່ການຕ້ອນຮັບກຸ່ມສະມາຊິກລັດຖະສະພາສະພາຕຳ່ ອາເມລິກາ ໂດຍທ່ານ Gregory Meeks ສະມາຊິກລັດຖະສະພາ, ສະພາຕຳ່, ສະມາຊິກຂັ້ນສູງຂອງກຳມາທິການການຕ່າງປະເທດ ສະພາຕຳ່ ອາເມລິກາ, ນຳໜ້າ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ສະເໜີໃຫ້ສະພາຕຳ່ ແລະ ສະພາແຫ່ງຊາດ ອາເມລິກາ ສືບຕໍ່ສະໜັບສະໜູນການພົວພັນສອງຝ່າຍ, ເພີ່ມທະວີການແລກປ່ຽນຄະນະ, ການພົບປະແລກປ່ຽນລະຫວ່າງບັນດາກຳມາທິການສະເພາະກິດ, ກຸ່ມສະມາຊິກ ລັດຖະສະພາມິດຕະພາບ ແລະ ຖັນແຖວຜູ້ຊ່ວຍວຽກສະມາຊິກລັດຖະສະພາ; ສອງຝ່າຍຊຸກຍູ້ການຄ້າເສລີ, ຍຸຕິທຳ, ຄວາມດຸ່ນດຽງ ແລະ ຄວາມໝັ້ນຄົງ, ສຳເລັດການເຈລະຈາສັນຍາການຄ້າສົມທົບໂດຍໄວ, ຍຸຕິທຳ ແລະ ດຸ່ນດຽງ. ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ຢັ້ນຢືນ ຫວຽດນາມ ກໍ່ປາດຖະໜາຢາກເພີ່ມທະວີການຮ່ວມມືກັບ ອາເມລິກາ ກ່ຽວກັບວິທະຍາສາດ - ເຕັກໂນໂລຊີ, ນະວັດຕະກຳ, ຫັນເປັນດີຈີຕອນ ແລະ ບັນດາຂະແໜງເຕັກໂນໂລຊີສູງ; ສະເໜີໃຫ້ສະພາແຫ່ງຊາດ ອາເມລິກາ ສືບຕໍ່ເອົາໃຈໃສ່, ສະໜັບສະໜູນການຮ່ວມມືແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ, ປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ການຮ່ວມມືທ້ອງຖິ່ນ ແລະ ການພົວພັນແລກປ່ຽນປະຊາຊົນ; ສ້າງເງື່ຶອນໄຂເພື່ອໃຫ້ປະຊາຄົມຊາວ ຫວຽດນາມ ອາໄສຢູ່ ອາເມລິກາ ພັດທະນາ, ປະກອບສ່ວນຕັ້ງໜ້າໃຫ້ແກ່ປະເທດປະຈຳຖິ່ນ ແລະ ກາຍເປັນຂົວຕໍ່ມິດຕະພາບລະຫວ່າງສອງປະເທດ.