ຂ່າວສານ

ການເຄື່ອນໄຫວທ່ອງທ່ຽວຢູ່ພາຍໃນປະເທດໃນຊຸມວັນຕົ້ນປີໃໝ່ຟົດຟື້ນຫຼາຍຂຶ້ນ

      ວັນທີ 3 ກຸມພາ, ຄະນະກຳມະການປະຊາຊົນແຂວງ ກວ໋າງນິງ ໄດ້ຈັດຕັ້ງການຕ້ອນຮັບຄະນະນັກທ່ອງທ່ຽວໄປທ່ຽວຊົມອ່າວ ຮະລອງ. ນີ້ແມ່ນຄະນະນັກທ່ອງທ່ຽວຄະນະທຳອິດ ທີ່ເຂົ້າຮ່ວມຮູບແບບທ່ອງທ່ຽວເປັນລາຍການທ່ອງທ່ຽວ ພາຍຫຼັງຖືກຢຸດສະງັກຍ້ອນໂລກລະບາດໂຄວິດ - 19 ມາເປັນເວລາ 2 ປີ. 
ຄະນະກຳມະການປະຊາຊົນແຂວງ ກວ໋າງນິງ ໄດ້ຈັດຕັ້ງການຕ້ອນຮັບຄະນະນັກທ່ອງທ່ຽວໄປທ່ຽວຊົມອ່າວ ຮະລອງ
      ທ່ານຟ້າມງອກຖຸຍ, ຫົວໜ້າພະແນກທ່ອງທ່ຽວແຂວງ ກວ໋າງນິງ ໃຫ້ຮູ້ວ່າ ໃນຊຸມວັນຕົ້ນລະດູບານໃໝ່ນີ້, ຈຳນວນແຂກທ່ອງທ່ຽວມາທ່ຽວຊົມຢູ່ຕາມວັດວາອາຮາມ ແລະ ທິດທັດທຳມະຊາດໃນບໍລິເວນແຂວງ ກວາງນິງ ຟົດຟື້ນທີ່ສຸດ.
        ໃນຊຸມວັນຜ່ານມາ, ແຂກທ່ອງທ່ຽວມາທ່ຽວ ກວ໋າງນິງຄັບຄາໜາແໜ້ນທີ່ສຸດ ແຕ່ນີ້ແມ່ນຄະນະນັກທ່ອງທ່ຽວທຳອິດທີ່ມາທ່ຽວ ກວາງນິງ. ໃນໄລຍະຈະມາເຖິງ ກໍຈະມີບໍລິສັດທ່ອງທ່ຽວນຳແຂກມາທ່ຽວຢູ່ ອ່າວຮະລອງ ຕື່ມອີກ. ນີ້ແມ່ນສັນຍານທີ່ໜ້າຊື່ນຊົມ ແລະ ກວ໋າງນິງ ຫວັງວ່າ ຈະສ້າງແຜນການຕ້ອນຮັບແຂກທ່ອງທ່ຽວຈຳນວນ 9,5 ລ້ານຄົນຄືເປົ້າໝາຍໄດ້ວາງອອກສຳລັບ 6 ເດືອນຕົ້ນປີ. ແຂວງ ຈະຍູ້ແຮງການຕ້ອນຮັບແຂກທ່ອງທ່ຽວທີ່ມາຈາກບັນດາແຂວງພາກໃຕ້ ຫວຽດນາມ, ແຂກທ່ອງທ່ຽວມາທ່ຽວຊົມຢູ່ຕາມວັດວາອາຮາມ ແລະ ມຸ່ງໄປເຖິງການຕ້ອນຮັບແຂກທ່ອງທ່ຽວສາກົນ.”
        ຢູ່ ເຫວ້, ໃນລະຫວ່າງວັນທີ 31 ມັງກອນ ຫາວັນທີ 3 ກຸມພາ, ແຂວງນີ້ໄດ້ຕ້ອນຮັບແຂກທ່ອງທ່ຽວກວ່າ 50,000 ເທື່ອຄົນທີ່ມາທ່ຽວ ແລະ ໄປຫຼີ້ນລະດູບານໃໝ່, ໃນນັ້ນ ມີແຂກທ່ອງທ່ຽວສາກົນປະມານ 330 ເທື່ອຄົນ.
ເຖິງວ່າ ນະຄອນ ໂຮ້ຍອານ ແຂວງ ກວ໋າງນາມ ຈຳກັດບາງການເຄື່ອນໄຫວລະຫຼີ້ນລະດູບານໃໝ່ ເພື່ອຮັບປະກັນຄວາມປອດໄພໃນການປ້ອງກັນ, ຕ້ານໂຄວິດ - 19 ແຕ່ໃນ 3 ວັນຕົ້ນລະດູບານໃໝ່ປີຂານ, ປະຊາຊົນ ແລະ ແຂກທ່ອງທ່ຽວໄດ້ມາທ່ຽວຢູ່ຖະໜົນເກົ່ານີ້ເປັນຈຳນວນຫຼວງຫຼາຍ. ສຳລັບ 2 ວັນຕົ້ນປີໃໝ່, ມີປະມານ 5.000 ເທື່ອຄົນທີ່ມາຢ້ຽມຢາມ ໂຮ້ຍອານ.
        ຈຳນວນແຂກທ່ອງທ່ຽວທີ່ມາແຂວງ ເລິມດົ່ງ, ເປັນຕົ້ນຢູ່ນະຄອນ ດ່າລາດ ແມ່ນຫຼາຍພໍສົມຄວນ, ບັນລຸກວ່າ 90% ສະມັດຕະພາບຂອງບັນດາສະຖານທີ່ພັກເຊົາທ່ອງທ່ຽວ.
        ຢູ່ແຂວງ ລາວກາຍ, ມີນັກທ່ອງທ່ຽວນັບ 10.000 ຄົນ ໄດ້ມາທ່ຽວຢູ່ເທດສະບານ ຊາປາ (ລາວກາຍ) ໃນໄລຍະພັກບຸນເຕັດປະຈຳຊາດປີຂານ, ເຮັດໃຫ້ເສັ້ນທາງຫຼາຍສາຍເກີດສະພາບລົດຕິດ. ສະເພາະວັນທີ 3 ກຸມພາ, ຊາປາ ໄດ້ຕ້ອນຮັບແຂກທ່ອງທ່ຽວເກືອບ 20.000 ເທື່ອຄົນ. ຄາດວ່າ ໃນໄລຍະພັກບຸນເຕັດປິນີ້, ຊາປາ ຈະຕ້ອນຮັບແຂກທ່ອງທ່ຽວປະມານ 60.000 ເທື່ອຄົນ.
(ແຫຼ່ງຄັດຈາກ VOV)


top