ຂ່າວສານ

ການເຄື່ອນໄຫວຕ້ອນຮັບບຸນເຕັດຂອງຊາວຫວຽດນາມອາໄສຢູ່ຕ່າງປະເທດ

ວັນທີ 2 ກຸມພາ ສະຫະສະມາຄົມ ການາດາ - ຫວຽດນາມ ໄດ້ຈັດຕັ້ງລາຍການຕ້ອນຮັບບຸນເຕັດໃຫ້ແກ່ພໍ່ແມ່ຊາວຫວຽດນາມ ອາໄສ ຢູ່ Toronto.

ໃນຈົດໝາຍອວຍພອນບຸນເຕັດສົ່ງເຖິງສະຫະສະມາຄົມ ການາດາ -ຫວຽດນາມ, ທ່ານນາຍົກລັດຖະມົນຕີ ການາດາ Justin Trudeau ຮັບຮູ້ບັນດາການປະກອບສ່ວນອັນໃຫຍ່ຫລວງຂອງປະຊາຄົມ ຊາວການາດາ ເຊື້ອຊາດ ຫວຽດນາມ ແລະ ສະແດງຄວາມຂອບອົກຂອບໃຈສະຫະສະມາຄົມ ໄດ້ຊຸກຍູ້ເພີ່ມທະວີຄວາມເຂົ້າອົກເຂົ້າໃຈກ່ຽວກັບວັດທະນະທຳຫວຽດນາມ ກໍຄື ຕອບສະຫນອງຄວາມຮຽກຮ້ອງຕ້ອງການຂອງປະຊາຄົມຊາວການາດາ ເຊື້ອຊາດຫວຽດນາມ.

ຕອນຄ່ຳວັນທີ 2 ກຸມພາ ຢູ່ ສູນການຄ້າ Sapa ຢູ່ Praha ໄດ້ດຳເນີນລາຍການ “ຕ້ອນຮັບລະດູບານໃຫມ່ປີກຸນ 2019” ແລະ “ບຸນເຕັດ ຫວຽດນາມ ແລະ Carinival ເຊັກໂກ 2019”. ໃນເຫດການນີ້ ຊາວຫວຽດນາມ ແລະ ຊາວ ເຊັກໂກ ໄດ້ມີໂອກາດພົບປະໂອ້ລົມນຳກັນ ແລະ ພ້ອມກັນຊີມບັນດາເຍື່ອງອາຫານພື້ນເມືອງໃນບຸນເຕັດຂອງຊາວຫວຽດນາມ ແລະ ອາຫານພິເສດຫລາຍເຍື່ອງຂອງເຊັກໂກ ກໍ່ຄືຮັບຊົມລາຍການສະແດງສິລະປະທີ່ເປັນເອກະລັກສະເພາະ ໂດຍນັກສິລະປິນສອງປະເທດສະແດງ.

(ແຫຼ່ງຄັດຈາກ VOV)


top