ຂ່າວສານ

ການເຄື່ອນໄຫວຕ່າງໆເນື່ອງໃນໂອກາດສະເຫຼີມສະຫຼອງ 75 ປີແຫ່ງວັນທະຫານເສຍອົງຄະ, ນັກຮົບເສຍສະຫຼະຊີວິດເພື່ອຊາດ

ພັກ, ລັດ ແລະ ທົ່ວສັງຄົມຍາມໃດກໍ່ເອົາໃຈໃສ່ຢ່າງເລິກເຊິ່ງຕໍ່ບັນດາຜູ້ທີ່ໄດ້ອຸທິດສ່ວນ, ເສຍສະຫຼະຊີວິດເພື່ອພາລະກິດການປະຕິວັດຂອງຊາດ.

ພັກ, ລັດ ແລະ ທົ່ວສັງຄົມຍາມໃດກໍ່ເອົາໃຈໃສ່ຢ່າງເລິກເຊິ່ງຕໍ່ບັນດາຜູ້ທີ່ໄດ້ອຸທິດສ່ວນ, ເສຍສະຫຼະຊີວິດເພື່ອພາລະກິດການປະຕິວັດຂອງຊາດ.

   

ພິທີມອບເງິນກໍ່ສ້າງເຮືອນ 20 ຫຼັງໃຫ້ບັນດາຄອບຄົວທີ່ມີຄຸນງາມຄວາມດີຕໍ່ການປະຕິວັດ

ເນື່ອງໃນໂອກາດສະເຫຼີມສະຫຼອງ 75 ປີແຫ່ງວັນທະຫານເສຍອົງຄະ, ນັກຮົບເສຍສະຫຼະຊີວິດເພື່ອຊາດ (27 ກໍລະກົດ 1947 – 27 ກໍລະກົດ 2022), ຕອນເຊົ້າວັນທີ 16 ກໍລະກົດ, ຢູ່ແຂວງ ເງະອານ, ກະຊວງແຮງງານ, ທະຫານເສຍອົງຄະ, ສັງຄົມ ຫວຽດນາມ, ແຂວງ ເງະອານ ໄດ້ຈັດພິທີມອບໃບຢັ້ງຢືນປະເທດຊາດຈາລຶກບຸນຄຸນໃຫ້ແກ່ຄອບຄົວບັນດານັກຮົບເສຍສະຫຼະຊີວິດເພື່ອຊາດ.

        ກ່າວຄຳເຫັນທີ່ພິທີ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫ້ວ ເນັ້ນໜັກວ່າ, ພັກ, ລັດ ແລະ ທົ່ວສັງຄົມຍາມໃດກໍ່ເອົາໃຈໃສ່ຢ່າງເລິກເຊິ່ງຕໍ່ບັນດາຜູ້ທີ່ໄດ້ອຸທິດສ່ວນ, ເສຍສະຫຼະຊີວິດເພື່ອພາລະກິດການປະຕິວັດຂອງຊາດ.

        “ຂ້າພະເຈົ້າສະເໜີໃຫ້ກະຊວງແຮງງານ, ທະຫານເສຍອົງຄະ, ສັງຄົມ ຫວຽດນາມ ເພີ່ມທະວີການສົມທົບກັບບັນດາອົງການທີ່ກ່ຽວຂ້ອງຢ່າງແໜ້ນແຟ້ນ, ຍົກສູງກຳລັງຄວາມສາມາດ, ປະສິດທິພາບ, ປະສິດທິຜົນໃນການຄຸ້ມຄອງລັດ ຕໍ່ວຽກງານຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດ. ສືບຕໍ່ກວດກາ, ສະເໜີ, ເພີ່ມເຕີມ, ສ້າງລະບົບນະໂຍບາຍ, ກົດໝາຍບຸລິມະສິດໃຫ້ແກ່ຜູ້ມີຄຸນງາມຄວາມດີໃຫ້ສົມບູນແບບ, ສອດຄ່ອງກັບການພັດທະນາຂອງປະເທດຊາດ ແລະ ມຸ່ງໄປເຖິງເປົ້າໝາຍຮັບປະກັນການດຳລົງຊີວິດຂອງຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດ ໃຫ້ໄດ້ ຫຼື ສູງກວ່າລະດັບສະເລ່ຍຂອງວົງຄະນະຍາດຊຸມຊົນບ່ອນທີ່ຢູ່ອາໄສ.”

        ແລະກໍ່ທີ່ພິທີ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ໄດ້ມອບເງິນກໍ່ສ້າງເຮືອນ 20 ຫຼັງໃຫ້ບັນດາຄອບຄົວທີ່ມີຄຸນງາມຄວາມດີຕໍ່ການປະຕິວັດ.

(ແຫຼ່ງຄັດຈາກ VOV)


top