ຂ່າວສານ

ການເຄື່ອນໄຫວຕ່າງໆສະເຫລີມສະຫລອງ 75 ປີແຫ່ງວັນຊາດຫວຽດນາມໄດ້ຈັດຂຶ້ນຢູ່ຫລາຍປະເທດ

      ວັນທີ 2 ກັນຍາ ສະຖານທູດຫວຽດນາມ ປະຈຳ ລັດເຊຍ, ອາກຊັງຕີນ, ອີຢິບ, ມຽນມາ, ໄທ …. ໄດ້ຈັດຕັ້ງພິທີສະເຫລີມສະຫລອງ 75 ປີແຫ່ງວັນຊາດຫວຽດນາມ ແລະ ວັນສ້າງຕັ້ງຂະແຫນງການທູດຫວຽດນາມ.

ທ່ານ ໂງດຶກແມ້ງ, ເອກອັກຄະລັດຖະທູດຫວຽດນາມ ປະຈຳລັດເຊຍ ກ່າວຄຳເຫັນທີ່ພິທີ (ພາບ: vov) 
      ຢູ່ ລັດເຊຍ, ເຂົ້າຮ່ວມ ແລະ ກ່າວຄຳເຫັນນະພິທີ, ທ່ານ ໂງດຶກແມ້ງ, ເອກອັກຄະລັດຖະທູດຫວຽດນາມ ປະຈຳລັດເຊຍ ໄດ້ທົບທວນຄືນຂີດໝາຍສຳຄັນໃນປະຫວັດສາດອັນສະຫງ່າອົງອາດຂອງຊາດຫວຽດນາມ ນັບແຕ່ຊຸມມື້ທຳອິດທີ່ຍາດໄດ້ເອກະລາດຈົນເຖິງໄລຍະຟື້ນຟູເສດຖະກິດ, ສ້າງສາປະເທດຊາດ. ທ່ານເນັ້ນຫນັກວ່າໃນໄລຍະ 75 ປີຜ່ານມາ ພາຍໃຕ້ການຊີ້ນຳຂອງພັກກອມມູນິດຫວຽດນາມ, ປະຊາຊົນຫວຽດນາມ ຍາດໄດ້ບັນດາຜົນງານຍິ່ງໃຫຍ່ໃນກິດຈະການປົກປັກຮັກສາ ແລະ ສ້າງສາ, ພັດທະນາປະເທດຊາດ. ຖານະບົດບາດ ອິດທິພົນຊື່ສຽງ ການພົວພັນຕ່າງປະເທດຂອງຫວຽດນາມ ນັບມື້ນັບໄດ້ຮັບການຢັ້ງຢືນ ແລະ ຍົກສູງຂຶ້ນບົນເວທີສາກົນ.
            ໃນສານສົ່ງເຖິງພິທີສະເຫລີມສະຫລອງ, ທ່ານ Pablo Tettamanti ຮອງລັດຖະມົນຕີການຕ່າງປະເທດ ອາກຊັງຕີນ ສົ່ງຄຳອວຍພອນມາຍັງປະຊາຊົນຫວຽດນາມ ເນື່ອງໃນໂອກາດສະເຫລີມສະຫລອງເຫດການປະຫວັດສາດນີ້ ພ້ອມທັງໃຫ້ຄຳໝັ້ນສັນຍາວ່າ ລັດຖະບານ ອາກຊັງຕີນ ຈະສົມທົບພ້ອມກັບຫວຽດນາມ ເພື່ອຊຸກຍູ້ການຮ່ວມມືລະຫວ່າງສອງພາກພື້ນ ແລະ ຮັບມືກັບສິ່ງທ້າທາຍໃນລະບົບຫລາຍຝ່າຍ.
 (ແຫຼ່ງຄັດຈາກ VOV)
 


top