ຂ່າວສານ

ການເຄື່ອນໄຫວຕ່າງໆທີ່ກອງປະຊຸມເຈົ້າຫນ້າທີ່ອາວຸໂສAPEC2017

      ວັນທີ 19 ສິງຫາ ຢູ່ ນະຄອນ ໂຮ່ຈິມີນ, ກອງປະຊຸມເຈົ້າຫນ້າທີ່ອາວຸໂສ APEC (SOM3) ສືບຕໍ່ມື້ເຮັດວຽກທີສອງ ດ້ວຍການເຄື່ອນໄຫວຫລາຍຢ່າງຂອງກຸ່ມປະຕິບັດງານກ່ຽວກັບການຕ້ານການສໍ້ລາດບັງຫລວງ ແລະ ຫັນເປັນຄວາມໂປ່ງໃສ. 

ຜູ້ແທນເຂົ້າຮ່ວມ SOM3
ພາບ:Vietnam+
      ທີ່ການໂອ້ລົມສົນທະນາ, ບັນດາຜູ້ແທນໄດ້ແລກປ່ຽນບົດຮຽນ ແລະ ແບບຢ່າງກ່ຽວກັບການຕ້ານການສໍ້ລາດບັງຫລວງຂອງບັນດາອົງການພາສີຂອງບັນດາພື້ນຖານເສດຖະກິດສະມາຊິກໃນການຄ້າຂາຍເຄື່ອງປ່າຂອງດົງ, ຂົນສົ່ງ ແລະ ຄ້າຂາຍສັດປ່າຢ່າງຜິດກົດໝາຍ.
ໃນວັນດຽວກັນ, ກອງປະຊຸມອະນຸກຳມະການກ່ຽວກັບລະບຽບການພາສີ ໄດ້ກ້າວເຂົ້າວາລະປະຊຸມຄົບຄະນະ. ກ່າວເປີດກອງປະຊຸມ, ທ່ານ ຫວູງອກແອງ, ຮອງຫົວຫນ້າກົມໃຫຍ່ກົມພາສີຫວຽດນາມ ໄດ້ຢືນຢັນຜົນສຳເລັດຂອງກອງປະຊຸມອະນຸກຳມະການຄັ້ງທີຫນຶ່ງທີ່ຖືກຈັດຂຶ້ນໃນເດືອນ 2 ຜ່ານມາ ຢູ່ ນະຄອນ ຍາຈາງ ໄດ້ຊຸກຍູ້ການຜັນຂະຫຍາຍຮອບດ້ານສັນຍາສ້າງຄວາມສະດວກດ້ານການຄ້າ ແລະ ບັນດາເງື່ອນໄຂຕົວຈິງໃນການປະຕິບັດຂໍ້ລິເລີ່ມເຊື່ອມຕໍ່ກົນໄກປະຕູດຽວສາກົນ ໃນບັນດາພື້ນຖານເສດຖະກິດ APEC. ທີ່ກອງປະຊຸມ, ບັນດາສະມາຊິກໄດ້ເຫັນດີສືບຕໍ່ສຳເລັດກົນໄກປະຕູດຽວ ແລະ ມານະພະຍາຍາມພິຈາລະນາຄວາມສາມາດເຊື່ອມຕໍ່ກົນໄກນີ້ລະຫວ່າງບັນດາພື້ນຖານເສດຖະກິດ ສະມາຊິກ APEC. ຕອນບ່າຍວັນດຽວກັນ, ຄະນະກຳມະການການຄ້າ ແລະ ການລົງທຶນ ໄດ້ຈັດຕັ້ງກອງປະຊຸມສຳມະນາກໍ່ສ້າງກຳລັງຄວາມສາມາດລົງທຶນພື້ນຖານໂຄງລ່າງໃນພາກພື້ນ APEC ພວມໄດ້ຮັບການຫັນເປັນເຂດຕົວເມືອງຢ່າງວ່ອງໄວ. ນີ້ແມ່ນກອງປະຊຸມກະກຽມໃຫ້ເວທີປາໄສທີ່ມີຫົວຂໍ້ເຊັ່ນດຽວກັນຊື່ງຄາດວ່າຈະດຳເນີນຢູ່ ໂຕກຽວ ໃນເດືອນ ຕຸລາ ຈະມາເຖິງ.
 (ແຫຼ່ງຄັດຈາກ VOV)

top