ຂ່າວສານ

ການເຄື່ອນໄຫວຕ່າງໆຂອງທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ໃນການຢ້ຽມຢາມ ກຸຍບາ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ໄດ້ໄປຢ້ຽມຢາມ Santiago de Cuba, ນະຄອນໃຫຍ່ທີ 2 ຂອງ ກຸຍບາ.
ປະທານສະພາແຫ່ງຊາດ 2 ທ່ານຖະຫວາຍດອກໄມ້ຢຸ່ສຸສານນັກວິລະຊົນຂອງຊາດ Jose Marti (ພາບ: TTXVN)

ໂດຍສືບຕໍ່ບັນດາການເຄື່ອນໄຫວໃນການຢ້ຽມຢາມ ກຸຍບາ ຢ່າງເປັນທາງການ, ວັນທີ 22 ເມສາ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ໄດ້ໄປຢ້ຽມຢາມ Santiago de Cuba, ນະຄອນໃຫຍ່ທີ 2 ຂອງ ກຸຍບາ.

ຢູ່ທີ່ນີ້, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ໄດ້ຕ້ອນຮັບ ທ່ານ José Ramón Monteagudo Ruíz ເລຂາຄະນະພັກແຂວງ Santiago de Cuba ແລະ ທ່ານຜູ້ວ່າການລັດ Beatriz Jhonson Urrutia. ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ປາດຖະໜາວ່າ 2 ຝ່າຍຊຸກຍູ້ການຮ່ວມມືໃນບັນດາຂົງເຂດທີ່ມີທ່າແຮງ ແລະ ມີຄວາມຕ້ອງການ, ເພີ່ມທະວີການເຊື່ອມຕໍ່, ໃນນັ້ນ ມີການພົບປະແລກປ່ຽນ ປຊຊ ແລະ ຮ່ວມມືລະຫວ່າງທ້ອງຖິ່ນຕ່າງໆ. ທ່ານປະທານສະພາແຫ່ງຊາດຢືນຢັນວ່າ ສະພາແຫ່ງຊາດ ແລະ ລັດຖະບານ ຫວຽດນາມ ໃຫ້ຄຳໝັ້ນສັນຍາ ຈະສ້າງເງື່ອນໄຂສະດວກ ເພື່ອສະໜັບສະໜູນບັນດາທ້ອງຖິ່ນຂອງ 2 ປະເທດຮ່ຳຮຽນ, ແບ່ງປັນບົດຮຽນໃນບັນດາຂົງເຂດ, ຄື: ສາທາລະນະສຸກ, ການທ່ອງທ່ຽວ, ການບໍລິການ, ຜະລິດທັນຍາຫານ, ພະລັງງານຜະລິດຄືນໃໝ່.

ແລະ ກໍ່ໃນວັນດຽວກັນ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ແລະ ທ່ານປະທານສະພາແຫ່ງຊາດອຳນາດການປົກຄອງປະຊາຊົນ ແລະ ສະພາແຫ່ງລັດ ກຸຍບາ Esteban Lazo Hernández, ໄດ້ໄປຢ້ຽມຢາມໂຮງຮຽນພິເສດມິດຕະພາບ ກຸຍບາ - ຫວຽດນາມ, ຕັ້ງຢູ່ນະຄອນ Santiago de Cuba. ຢູ່ທີ່ນີ້, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ໄດ້ມອບເຄື່ອງອຸປະກອບຈຳນວນໜຶ່ງຮັບໃຊ້ການເຄື່ອນໄຫວສິດສອນ ແລະ ຮ່ຳຮຽນ.

ຕອນຄ່ຳວັນດຽວກັນ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫະວ ແລະ ທ່ານປະທານສະພາແຫ່ງຊາດອຳນາດການປົກຄອງປະຊາຊົນ ແລະ ສະພາແຫ່ງລັດ ກຸຍບາ Esteban Lazo Hernández, ເຂົ້າຮ່ວມລາຍການສະແດງສິລະປະພິເສດ ສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງຄະນະກຳມະການ ກຸຍບາ ສາມັກຄີກັບ ພາກໃຕ້ ຫວຽດນາມ (1963-2023) ແລະ 50 ປີແຫ່ງວັນຜູ້ນຳ Fidel Castro ມາຢ້ຽມຢາມ ຫວຽດນາມ ແລະ ໄປເຂດດິນແດນ ກວາງຈີ້ ຂອງສະໜາມຮົບທາງພາກໃຕ້ ຫວຽດນາມ (1973-2023). ການເຄື່ອນໄຫວນີ້ໄດ້ສິ້ນສຸດການຢ້ຽມຢາມ ສ.ກຸຍບາ ຢ່າງເປັນທາງການ ຂອງທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ແລະ ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ.


top