ຂ່າວສານ

ການເຄື່ອນໄຫວຕ່າງໆຂອງທ່ານປະທານປະເທດ ຫວໍວັນເຖືອງ ຢູ່ລາຊະອານາຈັກ ອັງກິດ

ທ່ານປະທານປະເທດ ຫວໍວັນເຖືອງ ຕີລາຄາສູງບັນດາການເຄື່ອນໄຫວເພື່ອການກຸສົນອ່ວາຍໜ້າເມືອຫາບ້ານເກີດເມືອງນອນຂອງປະຊາຄົມຊາວ ຫວຽດນາມ ອາໄສຢູ່ ອັງກິດ.
  ທ່ານປະທານປະເທດ ຫວໍວັນເຖືອງ ໄປຢ້ຽມຢາມພະນັກງານ, ພາລະກອນສະຖານທູດ ແລະ ພົບປະກັບພໍ່ແມ່ປະຊາຊົນຊາວ ຫວຽດນາມ ອາໄສຢູ່ ລາຊະອານາຈັກ ອັງກິດ (ພາບ: TTXVN)  

ວັນທີ 05 ພຶດສະພາ (ຕາມເວລາທ້ອງຖິ່ນ), ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ໄດ້ໄປຢ້ຽມຢາມພະນັກງານ, ພາລະກອນສະຖານທູດ ແລະ ພົບປະກັບພໍ່ແມ່ປະຊາຊົນຊາວ ຫວຽດນາມ ອາໄສຢູ່ ລາຊະອານາຈັກ ອັງກິດ. ທີ່ການພົບປະ, ທ່ານປະທານປະເທດ ຫວໍວັນເຖືອງ ຕີລາຄາສູງບັນດາການເຄື່ອນໄຫວເພື່ອການກຸສົນອ່ວາຍໜ້າເມືອຫາບ້ານເກີດເມືອງນອນຂອງປະຊາຄົມຊາວ ຫວຽດນາມ ອາໄສຢູ່ ອັງກິດ, ໂດຍສະເພາະແມ່ນໃນໄລຍະເກີດໂລກລະບາດໂຄວິດ-19, ທ່ານກ່າວວ່າ:

        “ພັກ, ລັດ ຍາມໃດກໍ່ປາດຖະໜາວ່າ ຊາວ ຫວຽດນາມ ຢູ່ຕ່າງປະເທດມານະພະຍາມຍາມເຮັດວຽກ, ເຊື່ອມຕົວເຂົ້າກັບປະເທດປະຈຳຖິ່ນໃຫ້ເປັນຢ່າງດີ. ຫວັງວ່າ, ພໍ່ແມ່ປະຊາຊົນຍາມໃດກໍ່ສາມັກຄີກັນ, ສ້າງຄວາມສະໜິດຕິດພັນ, ອ່ວາຍໜ້າເມືອຫາບ້ານເກີດເມືອງນອນ, ປະຊາຊົນລຸ້ນຕ່າງໆລ້ວນແຕ່ຮັກສາສີສັນວັດທະນະທຳຂອງຊາດ,”.

        ກ່ອນໜ້ານັ້ນ, ທ່ານປະທານປະເທດ ຫວໍວັນເຖືອງ ແລະ ຄະນະຜູ້ແທນ ຫວຽດນາມ ໄດ້ໄປຢ້ຽມຢາມສະຖານທີ່ບາງແຫ່ງຢູ່ ລອນດອນ.

 


top