ຂ່າວສານ

ການເຄື່ອນໄຫວຕອບສະໜອງສັບປະດາ ທະເລ - ໝູ່ເກາະຫວຽດນາມ ແລະ ວັນມະຫາສະໝຸດໂລກ 2020

      ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຫວຽດນາມ ໄດ້ຈັດຕັ້ງການເຄື່ອນໄຫວຫຼາຍຢ່າງເພື່ອຕອບສະໜອງວັນມະຫາສະໝຸດໂລກ ແລະ ສັບປະດາທະເລ - ໝູ່ເກາະຫວຽດນາມ ປີ 2020 ດ້ວຍຫົວຂໍ້ “ປ່ຽນແປງໃໝ່ເພື່ອພັດທະນາເສດຖະກິດທະເລ ຫວຽດນາມ ແບບຍືນຍົງ”
        ນັບແຕ່ວັນທີ 1 – 8 ມິຖຸນາ, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຫວຽດນາມ ໄດ້ຈັດຕັ້ງການເຄື່ອນໄຫວຫຼາຍຢ່າງເພື່ອຕອບສະໜອງວັນມະຫາສະໝຸດໂລກ ແລະ ສັບປະດາທະເລ - ໝູ່ເກາະຫວຽດນາມ ປີ 2020 ດ້ວຍຫົວຂໍ້ “ປ່ຽນແປງໃໝ່ເພື່ອພັດທະນາເສດຖະກິດທະເລ ຫວຽດນາມ ແບບຍືນຍົງ” ໂດຍຜ່ານຮູບແບບການຈັດຕັ້ງຕ່າງໆຄື: ຈັດກອງປະຊຸມໂອ້ລົມສົນທະນາຜ່ານທາງໂທລະພາບ, ກອງປະຊຸມສຳມະນາທາງອອນລາຍ, ຕິດປ້າຍໂຄສະນາ, ຄຳຂວັນ ຢູ່ທ້ອງຖິ່ນຕ່າງໆ, ໂຄສະນາເຜີຍແຜ່ຜ່ານບັນດາພາຫະນະສື່ມວນຊົນ… ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຫວຽດນາມ ແລະ ບັນດາທ້ອງຖິ່ນ ໄດ້ສຸມໃສ່ການໂຄສະນາ, ເຊື່ອມຊຶມ ແລະ ປະຕິບັດເນື້ອໃນມະຕິສູນກາງພັກກ່ຽວກັບການພັດທະນາເສດຖະກິດທະເລ ຫວຽດນາມ ແບບຍືນຍົງ ຮອດປີ 2030, ວິໄສທັດຮອດປີ 2045. ໄປຄຽງຄູ່ກັນນັ້ນ, ຍັງໂຄສະນາກ່ຽວກັບແບບຢ່າງທີ່ກ້າວໜ້າ, ພົ້ນເດັ່ນໃນບັນດາການເຄື່ອນໄຫວພັດທະນາເສດຖະກິດທະເລ ແລະ ປົກປັກຮັກສາອະທິປະໄຕເຂດທະເລ, ໝູ່ເກາະ.
(ແຫຼ່ງຄັດຈາກ VOV)


top