ຂ່າວສານ

ການເຄື່ອນໄຫວຈັດງານບຸນຍາມຕົ້ນລະດູບານໃໝ່

ພິ​ທີໄຂ​ງານ​ບຸນ​ນະ​ມັດ​ສະ​ການ​ວັດ​ເຮືອງ​ຢູ່​ຕາ​ແສງ​ເຮືອງ​ເຊີນ, ເມືອງມີ້​ດຶກ-ຮ່າ​ໂນ້ຍ
             ຕອນ​ເຊົ້າ​ວັນ​ທີ 2/2 ກົງ​ກັບ​ວັນ​ທີ 6 ເດືອນ​ຈຽງ​ປີ​ລະ​ກາ 2017, ສະ​ມາ​ຄົມ​ພ​ຸດ​ທະ​ສາ​ສະ​ໜາຫວຽດ​ນາມແຂວງ​ນິງ​ບີງ ໄດ້​ຈັດ​ພິ​ທີ​ໄຂ​ງານ​ບຸນ​ວັດບ້າຍດີ້ງປີ 2017. ເຂົ້າຮ່ວມພິ​ທີ ມີ​ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ເຈື່ອງ​ຮ​ວາ​ບີງ, ພ້ອມ​ກັບ​ພະ​ສົງ​ສຳ​ມະ​ເນັນ, ພຸດ​ທະ​ສາ​ສະ​ນິກ​ກະ​ຊົນ, ແຂກ​ທີ່​ມາ​ຈາກ​ສາ​ລະ​ທິດ​ນັບ​ພັນ​ຄົນ. ພະ​ອາ​ຈານ​ມະ​ຫາ ທິກ​ແທງ​ຍ້ຽວ ຮອງ​ປະ​ທານ​ສະ​ພາ​ບໍ​ລິ​ຫານ​ງານ​ສູນ​ກາງ, ສະ​ມາ​ຄົມ​ພ​ຸດ​ທະ​ສາ​ສະ​ໜາຫວຽດ​ນາມ, ເຈົ້າ​ອະ​ທິ​ການ​ວັດ​ບ້າຍດີ້ງ ໃຫ້​ຮູ້​ວ່າ:
    “ ເພື່ອ​ເສີມ​ຂະ​ຫຍາຍ​ຄຸ​ນ​ຄ່າ​ທາງ​ດ້ານ​ຄຸນ​ສົມ​ບັດ-ວັດ​ທະ​ນະ​ທຳ​ຂອງ​ພ​ຸດ​ທະ​ສາ​ສະ​ໜາ, ແນ​ໃສ່​ສ້າງ​ການ​ດຳ​ລົງ​ຊີ​ວິດ​ຂອງ​ມະ​ນຸດ​ໃຫ້​ດີ​ງາມ, ກໍ​ຄື​ສະ​ແດງ​ຄວາມ​ຮູ້​ບຸນ​ຄຸນ​ຕໍ່​ຄົນ​ລຸ່ນ​ກ່ອນໆ​ທີ່​ໄດ້​ມີ​ຄຸນ​ງາ​ມ​ຄວາມ​ດີ​ໃນ​ການ​ສ້າງ​ສາ​ປະ​ເທດ​ຊາດ, ວັດ​ບ້າຍດິ້ງ​ໄດ້​ຮັບ​ການ​ເປີດ​ກ້​ວາງ, ປຸກ​ສ້າງໃໝ່​ເພື່ອ​ເປັນ​ສັນ​ຍາ​ລັກ​ຂອງ​ຄຸນ​ຄ່າ​ວັດ​ທະ​ນະ​ທຳ, ຄຸນ​ສົມ​ບັດ, ສຸມ​ສະ​ຕິ​ປັນ​ຍາ, ຫົວ​ຄິດ​ປະ​ດິດ​ສ້າງ​ຂອງ​ຊາວ​ຜູ້​ອອກ​ແຮງ​ງາ​ນ. ນີ້​ແມ່ນ​ແຫ່ງ​ຕອງ​ສະ​ໜອງ​ຄວາມ​ຕ້ອງ​ການ​ດ້ານ​ການ​ເຫຼື້ອມ​ໃສ, ຈິດ​ວິນ​ຍານ​ຂອງພຸດ​ທະ​ສາ​ສະ​ນິກ​ກະ​ຊົນ, ແຂກ​ທີ່​ມາ​ຈາກ​ສາ​ລະ​ທິດ ”
     ແລະ​ກໍ​ໃນ​ຕອນ​ເຊົ້າ​ວັນ​ດຽວ​ກັນ, ກໍ​ໄດ້​ໄຂ​ງານ​ບຸນ​ນະ​ມັດ​ສະ​ການ​ວັດ​ເຮືອງ​ຢູ່​ຕາ​ແສງ​ເຮືອງ​ເຊີນ, ເມືອງມີ້​ດຶກ-ຮ່າ​ໂນ້ຍ. ສ່ວນ​ຢູ່​ແຂວງ​ຮ່​ວາ​ບີງ, ກໍ​ໄດ້​ດຳ​ເນີນ​ພິ​ທີ​ລົງ​ນາ​ຂອງ​ຊາວ​ເຜົ່າ​ເມື່ອງທີ່​ເມືອງ​ເຕີນຫຼາກ.
 (​ແຫຼ່ງຄັດ​ຈາກ VOV)

top