ຂ່າວສານ

ການເຄື່ອນໄຫວຂອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຢູ່ ອິນເດຍ

ຫວຽດນາມ ປາດຖະໜາຢາກເພີ່ມທະວີການຮ່ວມມືກັບ ອິນເດຍ ໃນທຸກຂົງເຂດ, ໃນນັ້ນມີດ້ານເສດຖະກິດວິທະຍາສາດ, ເຕັກໂນໂລຊີ, ການຫັນເປັນດີຈີຕອນ

  ທີ່ການຕ້ອນຮັບ (ພາບ: TTXVN)  

ໃນ​ຂອບ​ເຂດ​ການ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ ສ.ອິນ​ເດຍ, ຕອນ​ບ່າຍ​ວັນ​ທີ 05 ພຶດ​ສະ​ພາ, ຢູ່​ນະ​ຄອນ​ຫຼວງ New Delhi, ປະ​ເທ​ດ ອິນ​ເດຍ, ທ່ານ ໂຕ​ເລິມ, ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິ​ດ ຫວຽດ​ນາມ, ປະ​ທານ​ປະ​ເທດ ຫວຽດ​ນາມ ໄດ້​ຕ້ອນ​ຮັ​ບ​ທ່ານ Ajit Doval, ​ທີ່​ປຶກ​ສາ​ດ້ານຄວາມ​ໝັ້​ນຄົງ​ແຫ່ງ​ຊາດ ອິນ​ເດຍ.

ທີ່​ການ​ຕ້ອນ​ຮັບ, ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ຢືນ​ຢັນ​ວ່າ ຫວຽດ​ນາມ ປາ​ດ​ຖະ​ໜາ​ຢາກເພີ່ມ​ທະ​ວີ​ການ​ຮ່ວມ​ມື​ກັບ ອິນ​ເດຍ ໃນ​ທຸກ​ຂົງ​ເຂດ, ໃນ​ນັ້ນ​ມີ​ດ້ານ​ເສດ​ຖະ​ກິດ​ວິ​ທະ​ຍາ​ສາດ, ເຕັກ​ໂນ​ໂລ​ຊີ, ການ​ຫັນ​ເປັນ​ດີ​ຈີ​ຕອນ, ເຕັກ​ໂນ​ໂລ​ຊີ​ໃໝ່​ຮ່ວມ​ມື​ດ້ານ​ການ​ສຶກ​ສາ, ບຳ​ລຸ​ງ​ສ້າງ, ການ​ປ້ອງ​ກັນ​, ຕ້ານ​ອາດ​ຊະ​ຍາ​ກຳ​ເຕັກ​ໂນ​ໂລ​ຊີ​ສູງ ແລະ ຍົກ​ສູງ​ກຳ​ລັງ​ຮັບ​ມື​ກັບ​ບັນ​ດາ​ສິ່​ງ​ທ້າ​ທາຍຄວາມ​ໝັ້ນ​ຄົງ​ແບບ​ໃໝ່.

ສ່ວນ​ທ່ານ Ajit Doval, ​ທີ່​ປຶກ​ສາ​ດ້​ານ​ຄວາມ​ໝັ້​ນຄົງ​ແຫ່ງ​ຊາດ ອິນ​ເດຍ ຢືນ​ຢັນ​ວ່າ ອິ​ນ​ເດຍ ຍາມ​ໃດ​ກໍ່​ຖື ຫວຽດ​ນາມ ແມ່​ນ​ຄູ່​ຮ່ວມ​ມື​ສຳ​ຄັນ​ແຖວ​ໜ້າ​ຢູ່​ພາກ​ພື້ນ ດ້ວຍ​ບັນ​ດາ​ການ​ປະ​ກອ​ບ​ສ່ວນ​ຢ່າງ​ຕັ້ງ​ໜ້າ​ເຂົ້າ​ໃນ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ, ການ​ຮ່ວມ​ມື ແລະ ພັດ​ທະ​ນາ​ລວມ.

  (ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ກ່າວ​ຄຳ​ເຫັນ​ທີ່​ການພົບປະ)  

ໃນ​ຕອນ​ຄ່ຳ​ວັນ​ດຽວ​ກັນ (ຕາມ​ເວ​ລາ​ທ້ອງ​ຖິ່ນ), ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ໄດ້​ພົບ​ປະ​ກັບ​ພະ​ນັກ​ງານ, ພາ​ລະ​ກອນ​ສະ​ຖານ​ທູດ ແລະ ປະ​ຊາ​ຄົມ​ຊາວ ຫວຽດ​ນາມ ອາ​ໄສ​ຢູ່ ອິນ​ເດຍ. ກ່າວ​ຄຳ​ເຫັນ​ຢູ່​ທີ່ນີ້, ທ່ານ​ຢືນ​ຢັນ​ວ່າ:

“ສຳ​ລັບ​ປະ​ຊາ​ຄົມ​ວິ​ສາ​ຫະ​ກິດ, ຜ​ູ້​ອອກ​ແຮງ​ງານ ຂ້າ​ພະ​ເຈົ້າ​ກໍ່​ຫວັງ​ວ່າ ພໍ່​ແມ່​ປະ​ຊາ​ຊົນ​ຈະ​ສືບ​ຕໍ່ເສີມ​ຂະ​ຫຍາຍ​ຈິດ​ໃຈ​ຂະ​ຫຍັນ​ຂັນ​ເຄື່ອນ, ປະ​ດິດ​ຄິດ​ສ້າງ, ໝູນ​ໃຊ້​ບັນ​ດາ​ກາ​ລະ​ໂອ​ກາດ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ລະ​ຫວ່າງ 2 ປະ​ເທດ​ໃຫ້​ເປັນ​ຢ່າງ​ດີ ເພື່ອ​ປະ​ກອບ​ສ່ວນ​ເຊື່ອມ​ຕໍ່​ຕະ​ຫຼາດ, ຊຸກ​ຍູ້​ດ້ານ​ການ​ຄ້າ, ການ​ລົງ​ທຶນ​ບັນ​ດາ​ລະ​ບົບ​ສະ​ໜອງ. ຂ້າ​ພະ​ເຈົ້າ​ກໍ່​ປາດ​ຖະ​ໜາ​ວ່າ, ພໍ່​ແມ່​ປະ​ຊາ​ຊົນ​ສືບ​ຕໍ່​ຮັກ​ສາ​ສີ​ສັນ​ວັດ​ທະ​ນະ​ທຳ​ຂອງ​ຊາດ, ຮັກ​ສາ​ພາ​​ສາ ຫວຽດ, ຕັ້ງ​ໜ້າ​ເຊື່ອມ​ໂຍງ, ເຄົາ​ລົບ​ກົດ​ໝາຍ ແລະ ວັດ​ທະ​ນະ​ທຳ​ປະ​ເທດ​ປະ​ຈຳ​ຖິ່ນ”.


top