ຂ່າວສານ

ການເຄື່ອນໄຫວຂອງທ່ານຮອງນາຍົກລັດຖະມົນຕີ ເຈິນຮົ່ງຮ່າ ໃນຂອບເຂດເຂົ້າຮ່ວມ WEF ຢູ່ Davos

ທ່ານຮອງນາຍົກລັດຖະມົນຕີໄດ້ແບ່ງປັນບົດຮຽນຂອງ ຫວຽດນາມ ໃນການຮັບປະກັນຄວາມປອດໄພດ້ານສະບຽງອາຫານ ແລະ ພັດທະນາກະສິກຳຕາມທິດຍືນຍົງ.
  ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ພົບປະກັບຜູ້ກໍ່ຕັ້ງ, ປະທານບໍລິຫານເວທີປາໄສເສດຖະກິດໂລກ Klaus Swabs (ພາບ: dangcongsan.vn)  

ໂດຍສືບຕໍ່ບັນດາການເຄື່ອນໄຫວໃນຂອບເຂດກອງປະຊຸມປະຈຳປີເວທີປາໄສເສດຖະກິດໂລກ (WEF) ຢູ່ Davos, ສະວິດ, ຕອນບ່າຍວັນທີ 17 ມັງກອນ (ຕາມເວລາທ້ອງຖິ່ນ), ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈິ່ນຮົ່ງຮ່າ ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ບັນດາກອງປະຊຸມສຳຄັນ ແລະ ດຳເນີນການພົບປະ 2 ຝ່າຍ.

ກ່າວຄຳເຫັນທີ່ກອງປະຊຸມປຶກສາຫາລືສຳພັນທະມິດມີການກະທຳເພື່ອທັນຍາຫານ ດ້ວຍຫົວຂໍ້ “ລົງທຶນປັບປຸງລັກສະນະສ້າງຄວາມເຂັ້ມແຂງດ້ວຍຕົນເອງ”, ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ໄດ້ແບ່ງປັນບາງບົດຮຽນຂອງ ຫວຽດນາມ ໃນການຮັບປະກັນຄວາມປອດໄພດ້ານສະບຽງອາຫານ ແລະ ການພັດທະນາກະສິກຳຂອງ ຫວຽດນາມ. ທ່ານຮອງນາຍົກລັດຖະມົນຕີ ກໍ່ຮຽກຮ້ອງໃຫ້ຊຸກຍູ້ຮູບແບບຮ່ວມມື 3 ຝ່າຍກ່ຽວກັບກະສິກຳລະຫວ່າງ ຫວຽດນາມ ກັບບັນດາປະເທດ ອາຟະລິກາ ແລະ ຄູ່ຮ່ວມມືພັດທະນາຄື ສະຫະພາບເອີລົບ, ຮ່ວມມືກໍ່ສ້າງສູນປະດິດຄິດສ້າງກ່ຽວກັບລະບົບທັນຍາຫານ, ສະບຽງອາຫານຂອງພາກພື້ນ ຢູ່ ຫວຽດນາມ.

ທີ່ວາລະປຶກສາຫາລື ເຊື່ອມຕໍ່ທັນຍາຫານ - ພະລັງງານ - ແຫຼ່ງນ້ຳ, ທ່ານຮອງນາຍົກລັດຖະມົນຕີໄດ້ແບ່ງປັນບົດຮຽນຂອງ ຫວຽດນາມ ໃນການຮັບປະກັນຄວາມປອດໄພດ້ານສະບຽງອາຫານ ແລະ ພັດທະນາກະສິກຳຕາມທິດຍືນຍົງ.

ແລະກໍ່ໃນຕອນບ່າຍວັນດຽວກັນ, ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ໄດ້ພົບປະກັບການນຳບັນດາປະເທດເຂົ້າຮ່ວມເວທີປາໄສ.

ທີ່ການພົບປະກັບທ່ານລັດຖະມົນຕີກະຊວງເສດຖະກິດ, ສຶກສາ ແລະ ຄົ້ນຄວ້າ ສະວິດ Guy Parmelin, ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ສະເໜີໃຫ້ ສະວິດ ລົງທຶນເຂົ້າບັນດາໂຄງການມີເຕັກໂນໂລຊີກ້າວໜ້າ, ສ້າງເງື່ອນໄຂສະດວກໃຫ້ບັນດາວິສາຫະກິດ ສະວິດ ລົງທຶນດຳເນີນທຸລະກິດຢ່າງຍາວນານຢູ່ ຫວຽດນາມ, ຊຸກຍູ້ການເຕີບໂຕສີຂຽວ, ຫັນປ່ຽນພະລັງງານ; ສະເໜີໃຫ້ ສະວິດ ສືບຕໍ່ສົມທົບກັບ ຫວຽດນາມ ຊຸກຍູ້ການເຈລະຈາສັນຍາການຄ້າເສລີລະຫວ່າງ ຫວຽດນາມ ແລະ ສະມາຄົມການຄ້າເສລີເອີລົບ (EFTA).

ທີ່ການພົບປະກັບຜູ້ກໍ່ຕັ້ງ, ປະທານບໍລິຫານເວທີປາໄສເສດຖະກິດໂລກ Klaus Swabs, ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ສະເໜີໃຫ້ ເວທີປາໄສເສດຖະກິດໂລກ ໜູນຊ່ວຍ ຫວຽດນາມ ໃນວິວັດການສ້າງພື້ນຖານເສດຖະກິດສີຂຽວ, ໝູນວຽນ, ປ່ອຍ ກາກບອນ ຕ່ຳ ຜ່ານສູນປ່ຽນແປງໃໝ່ປະດິດຄິດສ້າງແຫ່ງຊາດ.

ທີ່ການພົບປະກັບທ່ານຮອງນາຍົກລັດຖະມົນຕີ ຈີນ ຫຼຽວເຄືອ, 2 ຝ່າຍໄດ້ເຫັນດີສົມທົບກັນຜັນຂະຫຍາຍຄວາມຮັບຮູ້ລວມ, ຂໍ້ຕົກລົງທີ່ບັນລຸໄດ້ໃນການຢ້ຽມຢາມ ຈີນ ຢ່າງເປັນທາງການຂອງທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໃນເດືອນ ພະຈິກ 2022 ໃຫ້ເປັນຢ່າງດີ, ປັບປຸງຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ເພີ່ມທະວີການຮ່ວມມືໃນທຸກຂົງເຂດຢ່າງແທດຈິງກວ່າ.

ທີ່ການພົບປະກັບທູດພິເສດຂອງທ່ານປະທານາທິບໍດີ ອາເມລິກາ John Kerry, ທ່ານຮອງນາຍົກລັດຖະມົນຕີສະເໜີໃຫ້ທ່ານ John Kerry ຊຸກຍູ້ ອາເມລິກາ ແລະ ບັນດາຄູ່ຮ່ວມມືພັດທະນາ ໜູນຊ່ວຍ ຫວຽດນາມ ຖ່າຍທອດເຕັກໂນໂລຊີພະລັງງານທົດແທນ…


top