ຂ່າວສານ

ການເຄື່ອນໄຫວຂອງທ່ານປະທານປະເທດ ຫງວຽນຊວັນຟຸກ ຢູ່ ໄທ

ການນຳ 2 ທ່ານໄດ້ສະແດງຄວາມປິຕິຊົມຊື່ນ ແລະ ຕີລາຄາສູງບັນດາບາດກ້າວຄືບໜ້າອັນດີງາມໃນການພົວພັນຄູ່ຮ່ວມມື, ການຮ່ວມມືຮອບດ້ານ ຫວຽດນາມ - ຈີນ ໃນໄລຍະຜ່ານມາ.

ການນຳ 2 ທ່ານໄດ້ສະແດງຄວາມປິຕິຊົມຊື່ນ ແລະ ຕີລາຄາສູງບັນດາບາດກ້າວຄືບໜ້າອັນດີງາມໃນການພົວພັນຄູ່ຮ່ວມມື, ການຮ່ວມມືຮອບດ້ານ ຫວຽດນາມ - ຈີນ ໃນໄລຍະຜ່ານມາ.

  ທ່ານປະທານປະເທດ ຫງວຽນຊວັນຟຸກ ພົບປະກັບທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ສີຈິ້ນຜິງ (ພາບ: TTXVN)  

ວັນທີ 18 ພະຈິກ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ໄດ້ພົບປະກັບທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ສີຈິ້ນຜິງ ແລະ ທ່ານນາງຮອງປະທານາທິບໍດີ ອາເມລິກາ Kamala Harris, ຢູ່ນອກກອງປະຊຸມສຸດຍອດ APEC ທີ່ຈັດຂຶ້ນຢູ່ ໄທ.

ທີ່ການພົບປະກັບທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ສີຈິ້ນຜິງ, ການນຳ 2 ທ່ານໄດ້ສະແດງຄວາມປິຕິຊົມຊື່ນ ແລະ ຕີລາຄາສູງບັນດາບາດກ້າວຄືບໜ້າອັນດີງາມໃນການພົວພັນຄູ່ຮ່ວມມື, ການຮ່ວມມືຮອບດ້ານ ຫວຽດນາມ - ຈີນ ໃນໄລຍະຜ່ານມາ, ພິເສດແມ່ນໝາກຜົນສຳຄັນທີ່ບັນລຸໄດ້ໃນການຢ້ຽມຢາມ ຈີນ ຂອງທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຝູຈ້ອງ ຢ່າງເປັນທາງການຫວ່າງມໍ່ໆມານີ້ (30 ຕຸລາ - 01 ພະຈິກ 2022). ທ່ານປະທານປະເທດ ຫງວຽນຊວັນຟຸກ ຖືວ່າ, 2 ຝ່າຍຄວນປະຕິບັດ “ຖະແຫຼງການຮ່ວມ ຫວຽດນາມ - ຈີນ ກ່ຽວກັບເລື່ອງສືບຕໍ່ຍູ້ແຮງ ແລະ ເຮັດໃຫ້ການພົວພັນຄູ່ຮ່ວມມື, ການຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ຈີນ” (ພະຈິກ 2022) ໃຫ້ເປັນຢ່າງດີກວ່າເກົ່າ , ສູ້ຊົນນຳການພົວພັນລະຫວ່າງ 2 ປະເທດໃຫ້ກ້າວເຂົ້າສູ່ໄລຍະໃໝ່.

ທີ່ການພົບປະກັບທ່ານນາງຮອງປະທານາທິບໍດີ ອາເມລິກາ Kamala Harris, ທ່ານປະທານປະເທດ ຫງວຽນຊວັນຟຸກ ຕີລາຄາສູງບົດບາດຂອງທ່ານນາງຮອງປະທານາທິບໍດີ ໃນການຊຸກຍູ້ການພົວພັນລະຫວ່າງ 2 ປະເທດ. ທ່ານກໍ່ຊົມເຊີຍ ອາເມລິກາ ດຳລົງຕຳແໜ່ງປະເທດເຈົ້າພາບຈັດ APEC 2023 ແລະ ຢືນຢັນວ່າ ຈະຕັ້ງໜ້າສົມທົບກັບ ອາເມລິກາ ເພື່ອຮັບປະກັນໃຫ້ປີ APEC 2023 ປະສົບຜົນສຳເລັດ. ໂດຍຜ່ານທ່ານນາງ Kamala Harris, ທ່ານປະທານປະເທດ ໄດ້ສົ່ງຄຳເຊື້ອເຊີນທ່ານປະທານາທິບໍດີ ອາເມລິກາ Joe Biden ມາຢ້ຽມຢາມ ຫວຽດນາມ ໂດຍໄວ.


top