ຂ່າວສານ

ການເຄື່ອນໄຫວຂອງຊາວຫວຽດນາມອາໄສຢູ່ຕ່າງປະເທດ ສະເຫຼີມສະຫຼອງວັນຄ້າຍວັນເກີດປະທານໂຮ່ຈີມິນ

      ເນື່ອງໃນໂອກາດສະເຫຼີມສະຫຼອງ 130 ປີແຫ່ງວັນຄ້າຍວັນເກີດປະທານໂຮ່ຈີມິນ (19/5/1890 – 19/5/2020), ສະຖານທູດຫວຽດນາມ ປະຈຳ ຢູແກຼນ ສົມທົບກັບໂຮງຮຽນພາສາຕ່າງປະເທດເລກທີ 251 ໃສ່ຊື່ປະທານໂຮ່ຈີມິນ ໄດ້ປຸກລະດົມການສອບເສັງຂຽນທາງອອນລາຍ ຊອກຮູ້ກ່ຽວກັບຊີວິດ, ພາລພກິດການປະຕິວັດຂອງປະທານໂຮ່ຈີມິນ ປະເທດຊາດ, ແລະ ຊາວຫວຽດນາມ.

ພາບປະກອບ
      ສ່ວນພະແນກພາສາຫວຽດ-ສະມາຄົມຊາວຫວຽດນາມ ແຂວງ Kharkov ໄດ້ຈັດການສອບເສັງທາງອອນລາຍກ້ວຍຫົວເລື່ອງ “ເດີນຕາມຮ່ອງຮອຍລຸງໂຮ່” ສະຫງວນໃຫ້ແກ່ລູກຫຼານໃນວົງຄະນະຍາດຊາວຫວຽດນາມ ອາໄສຢູ່ທີ່ນີ້ ທີ່ພວມຮຽນ ພາສາຫວຽດໃນນະຄອນ.
   ວັນທີ 15 ພຶດສະພາ, ສະຖານທູດຫວຽດນາມ ປະຈຳ ຝະລັ່ງ ໄດ້ຈັດພິທີອາໄລຫາ, ຖະຫວາຍດອກໄມ້ຢູ່ອະນຸສາວະລີປະທານໂຮ່ຈີມິນ ຢູ່ສວນສາທາລະນະ Montreau, ນະຄອນ Montreuil. ກ່າວຄຳເຫັນທີ່ພິທີ, ທ່ານ Patrice Bessac ເຈົ້າຄອງນະຄອນ Montreuil ໄດ້ຢືນຢັນເຖິງບົດບາດອັນໃຫ່ຍຫຼວງຂອງປະທານໂຮ່ຈີມິນ ທີ່ມີຕໍ່ປະເທດຫວຽດນາມ, ປະເທດຝະລັ່ງ ແລະ ໂລກ:
   ກ່ອນອື່ນໝົດ ຂ້າພະເຈົ້າຂໍຝາກຄຳອວຍພອນເນື່ອງໃນໂອກາດວັນຄ້າຍວັນເກີດຂອງປະທານໂຮ່ຈີມິນ, ຜູ້ທີ່ໄດ້ຮັບຄວາມເຄົາລົບນັບຖືຢູ່ຫວຽດນາມ, ຝະລັ່ງ ກໍ່ຄືໃນທົ່ວໂລກ, ໜຶ່ງໃນບັນດາບຸກຄົນທີ່ສຳຄັນຂອງວິວັດການຢຸດຕິສະພາບການເປັນຫົວເມືອງຂຶ້ນ. ພວກຂ້າພະເຈົ້າມີຄວາມເປັນກຽດໄດ້ເຂົ້າຮ່ວມພິທີສະເຫຼີມສະຫຼອງວັນຄ້າຍວັນເກີດຂອງປະທານໂຮ່ຈີມິນ
 (ແຫຼ່ງຄັດຈາກ VOV)


top