ທ່ານຮອງປະທານສະພາແຫ່ງຊາດ ຫງວຽນຄັກດິ້ງ ຢືນຢັນວ່າ ຫວຽດນາມ ຖືການຊຸກຍູ້ການພົວພັນຮ່ວມມືກັບ ແດນມາກ ໃນບັນດາຂົງເຂດ.
ທ່ານຮອງປະທານສະພາແຫ່ງຊາດ ຫງວຽນຄັກດິ້ງ ແລະ ທ່ານປະທານສະພາແຫ່ງຊາດ ແດນມາກ Soren Gade (ພາບ: TTXVN)
ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຢູ່ ລາຊະອານາຈັກ ແດນມາກ ແຕ່ວັນທີ 12 – 13 ກັນຍາ, ທ່ານຮອງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນຄັກດິ້ງ ໄດ້ມີການພົບປະສົນທະນາ, ເຮັດວຽກກັບການນຳ ແດນມາກ ແລະ ຜູ້ຕາງໜ້າອົງການ, ວິສາຫະກິດຂອງ ແດນມາກ ຈຳນວນໜຶ່ງ.
ທີ່ການພົບປະສົນທະນາກັບທ່ານປະທານສະພາແຫ່ງຊາດ ແດນມາກ Soren Gade, ທ່ານຮອງປະທານສະພາແຫ່ງຊາດ ຫງວຽນຄັກດິ້ງ ຢືນຢັນວ່າ ຫວຽດນາມ ຖືການຊຸກຍູ້ການພົວພັນຮ່ວມມືກັບ ແດນມາກ ໃນບັນດາຂົງເຂດ, ຄື: ວິທະຍາສາດ -ເຕັກໂນໂລຊີ, ນະວັດຕະກຳ, ເສດຖະກິດສີຂຽວ, ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ… ເປັນສຳຄັນ. ທ່ານກໍ່ສະເໜີໃຫ້ 2 ຝ່າຍເພີ່ມທະວີການຮ່ວມມື, ແບ່ງປັນບົດຮຽນໃນການສ້າງກົດໝາຍ.
ທີ່ການເຮັດວຽກກັບ, ທ່ານນາງ Louise Schack Elholm ປະທານກຳມາທິການເສດຖະກິດ - ການຄ້າ ແດນມາກ, ທ່ານຮອງປະທານສະພາແຫ່ງຊາດ ຫງວຽນຄັກດິ້ງ ຢືນຢັນວ່າ, ຫວຽດນາມ ສະໜັບສະໜູນບັນດາໂຄງການລົງທຶນຢ່າງແຮງ, ໂດຍສະເພາະແມ່ນບັນດາໂຄງການໃນຂົງເຂດການເຕີບໂຕສີຂຽວ, ພະລັງງານທົດແທນຂອງ ແດນມາກ ຢູ່ ຫວຽດນາມ ແລະ ໃຫ້ຄຳໝັ້ນສັນຍາຈະສ້າງທຸກເງື່ອນໄຂສະດວກໃຫ້ແກ່ບັນດານັກລົງທຶນ ແດນມາກ.
ທີ່ບັນດາການພົບປະສົນທະນາ, ແລກປ່ຽນກັບຝ່າຍ ແດນມາກ, ທ່ານຮອງປະທານສະພາແຫ່ງຊາດ ຫງວຽນຄັກດິ້ງ ກໍ່ສະເໜີໃຫ້ຝ່າຍ ແດນມາກ, ດ້ວຍບົດບາດເປັນປະທານໝູນວຽນຂອງສະຫະພາບເອີລົບ (ອີຢູ) ໃນ 6 ເດືອນທ້າຍປີ 2025 ຊ່ວຍຊຸກຍູ້ບັນດາປະເທດ ອີຢູ ທີ່ຍັງເຫຼືອໃຫ້ສັດຕະຍາບັນສັນຍາອາລັກຂາການລົງທຶນ ຫວຽດນາມ - ອີຢູ (EVFTA) ແລະ ຄະນະກຳມະການ ເອີລົບ (ອີຊີ) ຍົກເລີກ “ບັດເຫຼືອງ” IUU ສຳລັບສິນໃນນ້ຳທີ່ສົ່ງອອກຂອງ ຫວຽດນາມ.