ຂ່າວສານ

ການຳອາຊຽນຮຽກຮ້ອງວິສາຫະກິດຮ່ວມແຮງຮ່ວມໃຈຜ່ານຜ່າຄວາມຫຍຸ້ງຍາກຈາກໂຄວິດ-19

      ຕອນບ່າຍວັນທີ 26 ມິຖຸນາ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊັວນຟຸກ ໄດ້ເປັນປະທານວາລະປະຊຸມໂອ້ລົມສົນທະນາທາງອອນລາຍ ລະຫວ່າງການນຳບັນດາປະເທດອາຊຽນ ແລະ ສະພາໃຫ້ຄຳປຶກສາທຸລະກິດ (ASEAN-BAC) ຊື່ງສະແດງໃຫ້ເຫັນ ຄວາມສົນໃຈ, ຖືເປັນສຳຄັນຂອງລັດຖະບານ ບັນດາປະເທດອາຊຽນ ທີ່ມີຕໍ່ປະຊາຄົມວິສາຫະກິດ.

(ພາບ: VGP/Quang Hiếu)
      ນີ້ກໍ່ແມ່ນກາລະໂອກາດອັນລ້ຳຄ່າ ເພື່ອໃຫ້ການນຳໄດ້ຮັບຟັງຄວາມເຫັນປະກອບຈາກຝ່າຍ ASEAN-BAC , ຢັ້ງຢືນຄວາມຕັດສິນໃຈຂອງອາຊຽນ, ຄວາມສາມັກຄີໃນທຸກການກະທຳ, ເປັນເຈົ້າການຮັບມືກັບທຸກສະພາບການ.
   ກ່າວຄຳເຫັນທີ່ວາລະປະຊຸມດັ່ງກ່າວ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊັວນຟຸກ ໄດ້ແບ່ງປັນຄວາມຫຍຸ້ງຍາກ ຊື່ງປະຊາຄົມວິສາຫະກິດໄດ້ ແລະ ກຳລັງປະສົບໃນໄລຍະຜ່ານມາ. ບັນດາລັດຖະບານໃຫ້ຄຳໝັ້ນສັນຍາວ່າ ຈະເຮັດຈົນສຸດຄວາມສາມາດຂອງຕົນ ເພື່ອໜູນຊ່ວຍປະຊາຄົມວິສາຫະກິດ ແລະ ນັກທຸລະກິດຜ່ານຜ່າສິ່ງທ້າທາຍຂອງໂລກລະບາດ, ຟື້ນຟູ, ເຊື່ອມຕໍ່ການບໍລິການ, ພັດທະນາການຜະລິດໂດຍໄວ.
   ຕາງໜ້າວິສາຫະກິດອາຊຽນ ໄດ້ສະແດງການສະໜັບສະໜູນຕໍ່ຄວາມມານະພະຍາຍາມຂອງລັດຖະບານບັນດາປະເທດອາຊຽນຕໍ່ສິ່ງທ້າທາຍທີ່ໄດ້ວາງອອກຈາກພະຍາດໂຄວິດ-19. ທີ່ວາລະປະຊຸມ, ບັນດາຜູ້ແທນໄດ້ເນັ້ນໜັກເຖິງຄວາມໝາຍສຳຄັນ ໃນການຊຸກຍູ້ການສິ້ນສຸດການເຈລະຈາ ແລະ ລົງນາມສັນຍາຄູ່ຮ່ວມມືຮອບດ້ານພາກພື້ນ (RCEP), ເຊື່ອໝັ້ນວ່າ ວິວັດທະນາການນີ້ ຈະປະກອບສ່ວນຢ່າງໃຫ່ຫຼວງ ໃຫ້ແກ່ຄວາມມານະພະຍາຍາມ ຟື້ນຟູເສດຖະກິດຂອງພາກພື້ນ.
 (ແຫຼ່ງຄັດຈາກ VOV)


top