ຂ່າວສານ

ການາ​ດາ ​ຖື​ເປັນ​ສຳ​ຄັນ​ການ​ພົວ​ພັນ​ກັບ ຫວຽດ​ນາມ ໃນ​ການ​ຜັນ​ຂະ​ຫຍາຍ​ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ

ຕອນຄ່ຳວັນທີ 22 ມີນາ 2022, ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ໂອ້ລົມທາງໂທລະສັບກັບທ່ານນາງລັດຖະມົນຕີການຕ່າງປະເທດ ການາດາ Melanie Joly.

ຕອນຄ່ຳວັນທີ 22 ມີນາ 2022, ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ໂອ້ລົມທາງໂທລະສັບກັບທ່ານນາງລັດຖະມົນຕີການຕ່າງປະເທດ ການາດາ Melanie Joly.

    

ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ (ພາບ: baoquocte)

ທ່ານລັດຖະມົນຕີ ບຸຍແທັງເຊີນ ສະເໜີໃຫ້ສອງຝ່າຍເລີ່ມເຄື່ອນໄຫວກົນໄກເຈລະຈາສອງຝ່າຍໂດຍໄວ, ຍາດແຍ່ງກາລະໂອກາດຮ່ວມມືເສດຖະກິດຜ່ານສັນຍາ CPTPP ໃຫ້ດີກ່ວາອີກ, ທ່ານປາດຖະໜາ ຢາກໃຫ້ການາດາສືບຕໍ່ໜູນຊ່ວຍ, ເປີດປະຕູຕະຫຼາດໃຫ້ສິນຄ້າ, ຜະລິດຕະພັນກະເສດຫວຽດນາມ.

ສ່ວນທ່ານນາງ ລັດຖະມົນຕີການຕ່າງປະເທດ ການາດາ Melanie Joly ຢັ້ງຢືນວ່າ ການາດາ ຖືເປັນສຳຄັນການພົວພັນກັບຫວຽດນາມ ໃນການຜັນຂະຫຍາຍນະໂຍບາຍການຕ່າງປະເທດຂອງຕົນຢູ່ພາກພື້ນ. ທ່ານນາງ Melanie Joly ກໍ່ໃຫ້ຄຳໝັ້ນສັນຍາວ່າ ຈະສົມທົບກັນຢ່າງແໜ້ນແຟ້ນກັບກະຊວງການຕ່າງປະເທດ ຫວຽດນາມ ເພື່ອສ້າງແລະຜັນຂະຫຍາຍມາດຕະການທີ່ແທດຈິງມຸ່ງໄປເຖິງເຫດການສະເຫຼີມສະຫຼອງ 5 ປີແຫ່ງວັນສ້າງຕັ້ງການພົວພັນຄູ່ຮ່ວມມືຮອບດ້ານ ແລະ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ລະຫວ່າງສອງປະເທດ.

ລັດຖະມົນຕີສອງທ່ານກໍ່ໄດ້ແລກປ່ຽນກ່ຽວກັບສະພາບການສາກົນແລະພາກພື້ນ. ກ່ຽວກັບບັນຫາຢູແກຼນ, ທ່ານລັດຖະມົນຕີ ບຸຍແທັງເຊີນ ໄດ້ຢັ້ງຢືນຫຼັກໝັ້ນທີ່ສະເໝີຕົ້ນສະເໝີປາຍຂອງຫວຽດນາມວ່າ ທຸກໆການຂັດແຍ້ງ, ຄວາມບໍ່ລົງລອຍສາກົນຄວນໄດ້ແກ້ໄຂໂດຍສັນຕິວິທີ, ປະຕິບັດຕາມຫຼັກການພື້ນຖານຂອງກົດບັດ ສປຊ ແລະ ກົດໝາຍສາກົນ, ໂດຍສະເພາະແມ່ນຫຼັກການເຄົາລົບເອກະລາດ, ອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງບັນດາປະເທດ,ຮັບປະກັນຄວາມປອດໄພໃຫ້ສາມັນຊົນ.

(ແຫຼ່ງຄັດຈາກ VOV)


top