ຂ່າວສານ

ການາດາຢືນຢັນການພົວພັນຮ່ວມມືທີ່ນັບມື້ນັບສະໜິດແໜ້ນກັບ ອາຊຽນ

ທ່ານນາງ Mary Ng, ຢືນຢັນຄືນໃໝ່ການສະໜັບສະໜູນຂອງ ການາດາ ຕໍ່ບົດບາດໃຈກາງຂອງ ອາຊຽນ ແລະ ຜົນປະໂຫຍດລວມຂອງ 2 ຝ່າຍຢູ່ພາກພື້ນ ມະຫາສະໝຸດອິນເດຍ - ປາຊີຟິກ.

ທ່ານນາງ Mary Ng, ຢືນຢັນຄືນໃໝ່ການສະໜັບສະໜູນຂອງ ການາດາ ຕໍ່ບົດບາດໃຈກາງຂອງ ອາຊຽນ ແລະ ຜົນປະໂຫຍດລວມຂອງ 2 ຝ່າຍຢູ່ພາກພື້ນ ມະຫາສະໝຸດອິນເດຍ - ປາຊີຟິກ.

   

ທ່ານນາງ Mary Ng. (ພາບ: Reuters)

 ທີ່ກອງປະຊຸມປຶກສາຫາລື ລະຫວ່າງ ລັດຖະມົນຕີກະຊວງເສດຖະກກິດ ອາຊຽນ - ການາດາ ຄັ້ງທີ 11 ເຊິ່ງຫາກໍ່ສິ້ນສຸດລົງຢູ່ Siem Reap (ກຳປູເຈຍ), ທ່ານນາງ Mary Ng, ລັດຖະມົນຕີຜູ້ຮັບຜິດຊອບດ້ານການຄ້າສາກົນ, ສົ່ງເສີມການລົງທຶນ, ວິສາຫະກິດຂະໜາດນ້ອຍ ແລະ ການພັດທະນາເສດຖະກິດຂອງ ການາດາ ໄດ້ເນັ້ນໜັກເຖິງຄວາມສະໜິດຕິດພັນທີ່ນັບມື້ນັບເພີ່ມຂຶ້ນຂອງການພົວພັນຄູ່ຮ່ວມມື ການາດາ - ອາຊຽນ ໃນຫຼາຍບັນຫາ, ຈາກການທູດ, ການຄ້າ, ການລົງທຶນ, ຕະຫຼອດຮອດຄວາມໝັ້ນຄົງ ແລະ ການພັດທະນາ. ທ່ານນາງຢືນຢັນຄືນໃໝ່ການສະໜັບສະໜູນຂອງ ການາດາ ຕໍ່ບົດບາດໃຈກາງຂອງ ອາຊຽນ ແລະ ຜົນປະໂຫຍດລວມຂອງ 2 ຝ່າຍຢູ່ພາກພື້ນ ມະຫາສະໝຸດອິນເດຍ - ປາຊີຟິກ ເພື່ອສັນຕິພາບ ແລະ ຄວາມວັດທະນາຖາວອນ, ຍົກອອກບັນດາກາລະໂອກາດຮ່ວມມືໃນຂອງເຂດແງ່ຫວັງ ອາຊຽນ ກ່ຽວກັບມະຫາສະໝຸດອິນເດຍ - ປາຊີຟິກ.

(ແຫຼ່ງຄັດຈາກ VOV)


top