ສ່ວນທ່ານນາງ Catherine Stewart ໄດ້ຕີລາຄາສູງບັນດາຄວາມມານະພະຍາຍາມຂອງລັດຖະບານ ຫວຽດນາມ ໃນການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແລະ ຫັນປ່ຽນພະລັງງານໃນໄລຍະຜ່ານມາ.
ທ່ານ ເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ ແລະ ທ່ານນາງ Catherine Stewart, ເອກອັກຄະລັດຖະທູດ ໃນຂົງເຂດການປ່ຽນແປງຂອງດິນຟ້າອາກາດຂອງ ການາດາ
ວັນທີ 14 ມິຖຸນາ, ຢູ່ນິວຢອກ, ປະເທດ ອາເມລິກາ, ທ່ານ ເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ, ຫົວໜ້າຄະນະຜູ້ແທນ ຫວຽດນາມ ປະຈຳ ສປຊ ໄດ້ຕ້ອນຮັບທ່ານນາງ Catherine Stewart, ເອກອັກຄະລັດຖະທູດ ໃນຂົງເຂດການປ່ຽນແປງຂອງດິນຟ້າອາກາດຂອງ ການາດາ. ກ່າວຄຳເຫັນທີ່ການຕ້ອນຮັບ, ທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ ຢັ້ງຢືນວ່າ: ຄຳໝັ້ນສັນຍາຂອງ ຫວຽດນາມ ທີ່ກອງປະຊຸມສຸດຍອດກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ ຂອງ ສປຊ ປີ 2021 (COP -21) ກ່ຽວກັບການບັນລຸການປ່ອຍອາດພິດລົງລະດັບ 0 ໃນປີ 2050 ແລະ ການຫັນປ່ຽນພະລັງງານ; ປາດຖະໜາຢາກເພີ່ມທະວີການຮ່ວມມືກັບ ການາດາ ໃນໄລຍະຈະມາເຖິງ ກ່ຽວກັບດ້ານການເງິນ, ການລົງທຶນ, ການໜູນຊ່ວຍດ້ານເຕັກນິກ, ການແບ່ງປັນບົດຮຽນ, ພິເສດໃນຂົງເຂດພະລັງງານທົດແທນ.
ສ່ວນທ່ານນາງ Catherine Stewart ໄດ້ຕີລາຄາສູງບັນດາຄວາມມານະພະຍາຍາມຂອງລັດຖະບານ ຫວຽດນາມ ໃນການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແລະ ຫັນປ່ຽນພະລັງງານໃນໄລຍະຜ່ານມາ. ທ່ານນາງໃຫ້ຮູ້ວ່າ ການາດາ ພວມຢາກຊຸກຍູ້ຂໍ້ລິເລີ່ມກ່ຽວກັບການກຳນົດລະດັບປະລິມານ ກາກບອນ ທົ່ວໂລກ ແລະ ຫວັງວ່າ ຫວຽດນາມ ຈະຄິດໄລ່ຊັ່ງຊາເພື່ອເຂົ້າຮ່ວມ.