ຂ່າວສານ

ການຮ່ວມມືແມ່ນ້ຳຂອງຕ້ອງຕິດພັນກັບບັນດາເປົ້າໝາຍຂອງອາຊຽນ

ທ່ານ ເຈິ່ນຕ໊ວນແອັງ ລັດຖະມົນຕີ ກະຊວງອຸດສາຫະກຳແລະການຄ້າຫວຽດນາມ ໄດ້ເນັ້ນໜັກເຖິງຄວາມຈຳເປັນຂອງການໜູນຊ່ວຍຜູກຮັດເຊິ່ງກັນແລະກັນລະຫວ່າງແມ່ນ້ຳຂອງ ແລະ ອາຊຽນ.


 ທ່ານ ເຈິ່ນຕ໊ວນແອັງ ລັດຖະມົນຕີກະຊວງອຸດສາຫະກຳແລະການຄ້າຫວຽດນາມ

(ພາບ: TTXVN)


ໃນວັນທີ 14 ກໍລະກົດ, ຢູ່ ຮ່າໂນ້ຍ, ໄດ້ດຳເນີນ “ເວທີປາໄສອາຊຽນ ກ່ຽວກັບການພັດທະນາອະນຸພາກພື້ນ: ການຮ່ວມມືແມ່ນ້ຳຂອງ ຕ້ອງຕິດພັນກັບບັນດາເປົ້າໝາຍຂອງອາຊຽນ”. ເວທີປາໄສໄດ້ຈັດຕັ້ງທາງອອນລາຍ ໂດຍມີການເຂົ້າຮ່ວມຂອງບັນດາຜູ້ຕາງໜ້າປະເທດອາຊຽນ ແລະ ບັນດາຄູ່ຮ່ວມມື. ກ່າວຄຳເຫັນທີ່ພິທີ, ທ່ານ ເຈິ່ນຕ໊ວນແອັງ ລັດຖະມົນຕີກະຊວງອຸດສາຫະກຳແລະການຄ້າຫວຽດນາມ ໄດ້ເນັ້ນໜັກເຖິງຄວາມຈຳເປັນຂອງການໜູນຊ່ວຍຜູກຮັດເຊິ່ງກັນແລະກັນລະຫວ່າງແມ່ນ້ຳຂອງ ແລະ ອາຊຽນ. ທ່ານລັດຖະມົນຕີຖືວ່າ ອາຊຽນ ຄວນວາງຈຸດສຸມບຸລິມະສິດເພີ່ມທະວີການເຊື່ອມຕໍ່, ການພັດທະນາແບບຍືນຍົງ ແລະ ກວມລວມກວ່າອີກ, ກໍຄື ຍົກສູງບົດບາດຂອງອາຊຽນໃນການຮ່ວມມືອະນຸພາກພື້ນ, ໃນນັ້ນມີການຮ່ວມມືແມ່ນ້ຳຂອງ.

ກ່າວຄຳເຫັນສະຫຼຸບ, ທ່ານ ຫງວຽນກວ໊ກຢູງ ຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ໄດ້ຢັ້ງຢືນວ່າ ໃນບົດບາດເປັນປະທານອາຊຽນ 2020, ຫວຽດນາມ ຈະສືບຕໍ່ ສົມທົບກັບບັນດາປະເທດສະມາຊິກຂອງອາຊຽນ ແລະ ບັນດາຄູ່ມືໃຫ້ແໜ້ນແຟ້ນເພື່ອຊຸກຍູ້ວິທີສຳຜັດໃນຫຼາຍຂົງເຂດ, ຫຼາຍຄູ່ຮ່ວມມື ເພື່ອປະຊາຄົມອາຊຽນ ສາມັກຄີ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ປັບຕົວໃຫ້ແທດເໝາະກັບສະພາບຕົວຈິງ.

(ແຫຼ່ງຄັດຈາກ VOV)


top