ຂ່າວສານ

ການຮ່ວມມືຮອບດ້ານລະຫວ່າງລາວ ແລະ ຫວຽດນາມ ພວມນັບມື້ນັບພັດທະນາ

ເນື່ອງໃນໂອກາດສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງ 2 ປະເທດ (5 ກັນຍາປີ1962 – 2ກັນຍາປີ 2022) ແລະ ຄົບຮອບ 45 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມືລະຫວ່າງຫວຽດນາມ - ລາວ (18 ກໍລະກົດ ປີ 1977 - 18 ກໍລະກົດ 2022) , ໜັງສືພິມ ປະເທດລາວ , ສຽງຂອງ ສຳນັກຂ່າວສານປະເທດລາວ (KPL), ໃນວັນທີ 4 ມີນານີ້ ໄດ້ລົງບົດຂຽນທີ່ມີຫົວຂໍ້ວ່າ: “ການຮ່ວມມືຮອບດ້ານລະຫວ່າງລາວ-ຫວຽດນາມ ນັບມື້ນັບພັດທະນາ, ນຳມາເຊິ່ງຜົນປະໂຫຍດອັນແທດຈິງໃຫ້ແກ່ປະຊາຊົນສອງປະເທດ".

  ກອງປະຊຸມຄັ້ງທີ 44 ຄະນະກຳມະການຮ່ວມມືທະວິພາຄີລະຫວ່າງລັດຖະບານຫວຽດນາມ

ແລະ ລັດຖະບານລາວ   

ບົດຂຽນໃຫ້ຮູ້ວ່າ, ໃນໄລຍະທີ່ຜ່ານມາ, ການພົວພັນຮ່ວມມືແບບພິເສດລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດ ລາວ-ຫວຽດນາມ ໃນຂົງເຂດການເມືອງ, ການພົວພັນຕ່າງປະເທດ, ການສຶກສາ, ເສດຖະກິດ, ການຄ້າ ແລະ ການລົງທຶນນັບມື້ນັບເຂົ້າສູ່ລວງເລິກ, ມີບາດກ້າວບຸກທະລຸ ແລະ ນຳມາເຊິ່ງຜົນປະໂຫຍດສູງສຸດໃຫ້ປະຊາຊົນສອງປະເທດ.

ໃນຂົງເຂດການລົງທຶນຂອງບັນດາວິສາຫະກິດຫວຽດນາມ ຢູ່ ລາວ, ມາຮອດປະຈຸບັນ, ມີຫລາຍໂຄງການໄດ້ຮັບການປະຕິບັດ ແລະ ສຳເລັດ. ທຶນຊ່ວຍເຫຼືອລ້າຂອງຫວຽດນາມ ໃຫ້ແກ່ລາວກໍ່ເພີ່ມຂຶ້ນໃນແຕ່ລະປີ, ໂຄງການຊ່ວຍເຫຼືອຂອງຫວຽດນາມ ໃຫ້ແກ່ລາວ ແມ່ນນັບມື້ນັບມີຈຸດສຸມ. ໃນນັ້ນ ໜຶ່ງໃນບັນດາໂຄງການທີ່ເປັນຂີດໝາຍທີ່ພົ້ນເດັ່ນແມ່ນໂຄງການກໍ່ສ້າງຫໍສະພາແຫ່ງຊາດລາວຫຼັງໃໝ່ຊຶ່ງເປັນຂອງຂວັນອັນລ້ຳຄ່າຂອງພັກ, ລັດ ແລະ ປະຊາຊົນ ຫວຽດນາມ ທີ່ສະຫງວນໃຫ້ແກ່ພັກ, ລັດ ແລະ ປະຊາຊົນລາວ. ການຮ່ວມມືລະຫວ່າງບັນດາກະຊວງ, ຄະນະ, ຂະແໜງການ , ອົງການຈັດຕັ້ງສັງຄົມ ແລະ ທ້ອງຖິ່ນ ສືບຕໍ່ໄດ້ຮັບການຊຸກຍູ້, ປະຕິບັດຢ່າງມີປະສິດທິຜົນຕາມແຜນການ ແລະ ແທດເໝາະກັບສະພາບຕົວຈິງ, ຜ່ານການເຄື່ອນໄຫວແລກປ່ຽນຄະນະຜູ້ແທນ, ແລກປ່ຽນບົດຮຽນປະສົບການ, ຊ່ວຍເຫຼືອເຊິ່ງກັນ ແລະ ກັນ… ໜັງສືພິມປະເທດລາວ ໄດ້ສະຫລຸບວ່າ: “ບັນດາການຮ່ວມມືອັນກວ້າງເລິກທີ່ໄດ້ກ່າວມາຂ້າງເທິງນີ້ແມ່ນເພື່ອແນໃສ່ຮັດແໜ້ນສາຍພົວພັນມິດຕະພາບທີ່ເປັນມູນເຊື້ອໂດຍ ທ່ານປະທານ ໂຮ່ຈີມິນ, ປະທານ ໄກສອນ ພົມວິຫານ, ປະທານສຸພານຸວົງ ໄດ້ເພີ່ມພູນຕູນສ້າງໃຫ້ນັບມື້ນັບເກີດດອກອອກຜົນ ແລະ ກາຍເປັນມໍລະດົກອັນລ້ຳຄ່າຂອງລຸ່ນລູກລູ່ນຫຼານຂອງສອງປະເທດ ໃນອະນາຄົດ.



top