ຂ່າວສານ

ການຮ່ວມມືສະມາຄົມມິດຕະພາບຫວຽດນາມ-ສິງກະໂປກັບກອງທຶນສາກົນສິນກະໂປ


(ພາບ​ປະ​ກອບ: infonet.vn)
      ​ວັນ​ທີ 23/03, ຢູ່ສຳ​ນັກ​ງານລັດ​ຖະ​ບານ, ທ່ານ​ປະ​ທານ​ສະ​ມາ​ຄົມ​ມິດ​ຕະ​ພາບ​ຫວຽດ​ນາມ - ສິງ​ກະ​ໂປ ​ຫວູ​ວ໋ຽດ​ຫງວ້ານ ແລະ ຜູ້​ອຳ​ນວຍ​ການ​ຝ່າຍບໍ​ລິ​ຫານກອງ​ທຶນ​ສາ​ກົນ​ສິງ​ກະ​ໂປ ທ່ານ​ນາງ Jean Tan ໄດ້ລົງ​ນາມ​ໃນ​ບົດ​ບັນ​ທຶກ​ຊ່ວຍ​ຈຳ​ຮ່ວມ​ມື​ໄລ​ຍະ 2017 – 2020 ພ​າຍ​ໃຕ້​ການ​ເປັນ​ສັກ​ຂີ​ພິ​ຍານ​ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ສິງ​ກະ​ໂປ ຫຼີ​ຊຽນ​ຫຼົງ ແລະ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ຊວນ​ຟ​ຸກ. ຕາມ​ບົດ​ບັນ​ທຶກ​ຊ່ວຍ​ຈຳ​ແລ້ວ, 2 ຝ່າຍໄດ້ໃຫ້​ຄຳ​ໝັ້ນ​ສັນ​ຍາ​ໃ​ນ​ການ​ຊ​ຸກ​ຍູ້​ຄວາມ​ເຂົ້າ​​ໃຈ​ດ້ານ​ວັດ​ທະ​ນະ​ທຳ ແລະ ພົວ​ພັນ​ແລກ​ປ່ຽນ​ປະ​ຊາ​ຊົນ​ລະ​ຫວ່າງ​ຫວຽດ​ນາມ ແລະ ສິງ​ກະ​ໂປ. ເພື່ອ​ບັນ​ລຸ​ໄດ້​ຄາດ​ໝາຍ​ດັ່ງ​ກ່າວ, 2 ຝ່າຍ​ຈະ​ຮ່ວມ​ມື​ປະ​ຕິ​ບັດ​ບັນ​ດາ​ໂຄງ​ການ ແລະ ຂໍ້​ລິ​ເລີ່ມ​ໃນ​ໄລ​ຍະ 2 ປີ​ຈະ​ມາ​ເຖິງ ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ການ​ນຳ 2 ປະ​ເທດເພີ່ອ​ຄວາມ​ກ້າວ​ໜ້າ​ຂອງ​ສັງ​ຄົມ, ຊຸກ​ຍູ້ Starup, ແລກ​ປ່ຽນ​ວັດ​ທະ​ນະ​ທຳ…
        ພາຍ​ຫຼັງ​ພິ​ທີ​ລົງ​ນາມ, ທ່ານ​ຫວູ​ວຽດຫງວ້ານ, ປະ​ທານ​ສະ​ມາ​ຄົມ​ມິດ​ຕະ​ພາບ​ຫວຽດ​ນາມ - ສິງ​ກະ​ໂປ ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ວ່າ, ບົດ​ບັນ​ທຶກ​ຊ່ວຍ​ຈຳ​ນີ້​ຈະ​ນຳ​ມາ​ເຊິ່ງ​ກາ​ລະ​ໂອ​ກາດ​ຮ່ວມມ​ື​ໃໝ່​ຫຼາຍ​ຢ່າງ​ທີ່​ມີ​ຄວາມ​ໝາຍ. ສ່ວນ​ທ່ານ​ນາງ Jean Tan, ຜູ້​ອຳ​ນວຍ​ການ​ຝ່າຍບໍ​ລິ​ຫານກອງ​ທຶນ​ສາ​ກົນ​ສິງ​ກະ​ໂປ ຢືນ​ຢັນ​ວ່າ, ບັນ​ດາ​ການ​ເຄື່ອນ​ໄຫວ​​ຂອງກອ​ງ​ທຶນ​ໄດ້​ສຸມ​ໃສ່​ເຂົ້າ​ໃນ​ການ​ຮ່ວມ​ມື​ອາ​ສາ​ສະ​ໝັກ​ໃນ​ບັ​ນ​ດາ​ຂົງ​ເຂດ​ສົ່ງ​ເສີມ​ສຸ​​ຂະ​ພາບ ແລະ ການສຶກ​ສາ​ຢູ່​ຫວຽດ​ນາມ.
(ແຫຼ່ງຄັດຈາກ VOV)

top