ອາຊຽນ

ການຮ່ວມມືສອງຝ່າຍ ອາຊຽນ-ຈີນ ເພື່ອອະນາຄົດ ຮ່ວມກັນ

ໂດຍຕອບສະໜອງຕາມຄຳເຊີນ ຂອງ ທ່ານປະທານປະເທດ ສປ ຈີນ ສີຈິ້ນຜິງ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໋ງ ໄດ້ນຳຄະນະຜູ້ແທນຂັ້ນສູງ ຫວຽດນາມ ພ້ອມກັບ ບັນດາຜູ້ນຳ ອາຊຽນ ແລະ ເລຂາທິການໃຫຍ່, ປະທານປະເທດຈີນ ສີຈິ້ນຜິງ ໄດ້ເຂົ້າ ຮ່ວມກອງປະຊຸມສຸດຍອດພິເສດ ເພື່ອສະເຫຼີມສະຫຼອງ ການ ພົວພັນ ອາຊຽນ-ຈີນ ຄົບຮອບ 30 ປີ (1991-2021) ໃນວັນທີ 22 ພະຈິກ 2021 ຕາມຮູບແບບທາງໄກ.
ຫວຽດນາມ ສືບຕໍ່ຊຸກຍູ້ ພັດທະນາ ການພົວພັນ ອາຊຽນ - ຈີນ 

ຊົມເຊີຍບັນດາຜົນງານສຳຄັນ ທີ່ບັນລຸໄດ້ ນັບແຕ່ປີ 1991, ສອງຝ່າຍ ໄດ້ຕີລາຄາ ການພົວພັນອາຊຽນ-ຈີນ ແມ່ນໜຶ່ງ ໃນ ບັນດາສາຍພົວພັນຄູ່ຮ່ວມມື ທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດ, ຕັ້ງໜ້າ ແລະ ແທດຈິງ.

ການປະກາດສ້າງຕັ້ງ ການພົວພັນຄູ່ຮ່ວມມື ຍຸດທະສາດ ຮອບ ດ້ານ ລະຫວ່າງ ອາຊຽນ ແລະ ສປ ຈີນ ໄດ້ສະແດງ ໃຫ້ເຫັນ ບັນ ດາ ຜົນສຳເລັດ ອັນສຳຄັນ ທີ່ບັນລຸໄດ້ ໃນການຮ່ວມມືຮອບດ້ານ ລະຫວ່າງ ສອງຝ່າຍ ໃນໄລຍະ 30 ປີ ຜ່ານມາ.

ສະຫາຍ ເລຂາທິການໃຫຍ່, ປະທານປະເທດ ຈີນ ໄດ້ຕີລາຄາສູງ ການພັດທະນາ ຢ່າງແຂງແຮງ, ຕັ້ງໜ້າ ຂອງ ການພົວພັນ ອາຊຽນ-ຈີນ; ເນັ້ນໜັກເຖິງ ບັນດາຫຼັກການພື້ນຖານຄື ການເຄົາ ລົບ ເຊິ່ງກັນ ແລະ ກັນ, ຖືສຳຄັນ ບັນດາມາດຕະຖານ ໃນການພົວພັນສາກົນ, ການຮ່ວມມື ທີ່ຕ່າງຝ່າຍ ຕ່າງມີຜົນປະໂຫຍດ, ຄວາມເອົາໃຈໃສ່ຢ່າງຈິງໃຈ ແລະ ການແບ່ງປັນ, ສະໜັບສະ ໜູນ ເຊິ່ງກັນ ແລະ ກັນ, ຊຸກຍູ້ການຮ່ວມມືຫຼາຍຝ່າຍ ໃນພາກພື້ນ ແລະ ໃນໂລກ; ພ້ອມກ່າວຢືນຢັນວ່າ ສປ ຈີນ ໃຫ້ຄວາມສຳ ຄັນຕໍ່ ອາຊຽນ ຢ່າງສະເໝີຕົ້ນສະເໝີປາຍ, ເປັນຈຸດສຸມໜຶ່ງ ໃນນະໂຍບາຍການຕ່າງປະເທດຂອງຕົນ, ສະໜັບສະໜູນ ອາຊຽນ ສວມບົດບາດເປັນໃຈກາງ, ມີບົດບາດ ແລະ ທີ່ຕັ້ງ ນັບມື້ ນັບສູງ ໃນພາກພື້ນ ແລະ ໃນໂລກ.

ຕອນເຊົ້າວັນທີ 22 ພະຈິກ 2021, ທ່ານນາຍົກລັດຖະມົນຕີ   ຟ້າມມິງຈິ໋ງ ພ້ອມກັບບັນດາຜູ້ນຳ ອາຊຽນ ແລະ ສປ ຈີນ ໄດ້ເຂົ້າຮ່ວມກອງປະຊຸມສຸດຍອດພິເສດ ສະເຫຼີມສະຫຼອງ
ວັນສ້າງຕັ້ງການພົວພັນ ອາຊຽນ - ຈີນ ຄົບຮອບ 30 ປີ ຕາມຮູບການທາງ ໄກ. ພາບ: ເລີມແຄ໋ງ/VNA



ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໋ງ ໄດ້ເຂົ້າຮ່ວມກອງປະຊຸມສຸດຍອດພິເສດ ສະເຫຼີມສະຫຼອງ  ການພົວພັນ ອາຊຽນ - ຈີນ ຄົບຮອບ 30 ປີ ຢູ່ຮ່າໂນ້ຍ. ພາບ: ເລີມແຄ໋ງ/VNA


ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໋ງ ກ່າວປາໄສທີ່ກອງປະຊຸມ ສຸດຍອດພິເສດ ສະເຫຼີມສະຫຼອງ ການພົວພັນ ອາຊຽນ - ຈີນ ຄົບຮອບ 30 ປີ. ພາບ: ເລີມແຄ໋ງ/VNA
ສະຫາຍ ເລຂາທິການໃຫຍ່, ປະທານປະເທດຈີນ ສີຈິ້ນຜິງ ເນັ້ນໜັກເຖິງ 3 ປັດໄຈ ຫຼັກ ທີ່ຕັດສິນບັນຫາຕໍ່ການພົວພັນ ອາຊຽນ-ຈີນ ໃນອະນາຄົດຄື: ຄວາມໄວ້ເນື້ອເຊື່ອໃຈ ດ້ານການເມືອງ, ນ້ຳໃຈມິດຕະພາບ ແລະ ການຮ່ວມມື ທີ່ຕ່າງຝ່າຍ ຕ່າງມີຜົນ ປະໂຫຍດ.  
 ສປ ຈີນ ປາດຖະໜາ ຮ່ວມມື ກັບ ອາຊຽນ ເພື່ອເພີ່ມທະວີການຮ່ວມມືສ້າງ ເຮືອນລວມ ໃນ 5 ດ້ານຄື: ສັນຕິພາບ, ຄວາມປອດໄພ, ດີງາມ ແລະ ມິດຕະພາບ.


ສປ ຈີນ ຈະສືບຕໍ່ ຮ່ວມມືກັບ ອາຊຽນ ເພື່ອຮັບມື ກັບການແຜ່ລະ ບາດ ຂອງໂຄວິດ-19, ຊຸກຍູ້ ຂໍ້ລິເລີ່ມ “ເຄື່ອງປ້ອງກັນ ທາງການ ແພດ” ເພື່ອພ້ອມກັນ ຮັບມືກັບການແຜ່ລະບາດ ຢູ່ພາກພື້ນ, ສະ ໜັບສະໜູນ ວັກຊີນ ປ້ອງກັນ ແລະ ສະກັດກັ້ນໂຄວິດ-19 ຕືີ່ມ ອີກ 150 ໂດສ ໃຫ້ແກ່ ບັນດາປະເທດ ອາຊຽນ, ປະກອບສ່ວນ ໃຫ້ແກ່ ກອງທຶນ ອາຊຽນ ຮັບມືກັບ ການແຜ່ລະບາດໂຄວິດ-19 ຕື່ມອີກ 5 ລ້ານ ໂດລາສະຫະລັດ, ຊຸກຍູ້ການຖ່າຍທອດເຕັກໂນໂລຊີ, ຮ່ວມມືໃນການຜະລິດ ວັກຊີນ, ຄົ້ນຄວ້າ ແລະ ພັດທະນາຢາປິ່ນປົວທີ່ຈຳເປັນ, ຊ່ວຍເຫຼືອ ຍົກສູງກຳລັງຄວາມສາມາດ ດ້ານ ສາທາລະນະສຸກ ຮັບມື ກັບການແຜ່ລະບາດ ໃນ ອະນາຄົດ.

ຄຽງຄູ່ກັບຂໍ້ສະເໜີ ບັນດາມາດຕະການຄື: ການນຳໃຊ້ຢ່າງມີປະ ສິດທິຜົນ ສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນ (RCEP), ຍົກລະດັບ ສັນຍາການຄ້າເສລີ ອາຊຽນ-ຈີນ (ACFTA), ຊຸກຍູ້ການເຊື່ອມໂຍງເສດຖະກິດ, ຫັນເປັນເສລີ ດ້ານການຄ້າ, ເປີດກວ້າງ ການຮ່ວມມື ດ້ານວິທະຍາສາດ, ເຕັກໂນໂລຊີ, ປ່ຽນໃໝ່ຫົວຄິດປະດິດສ້າງ, ເສດຖະກິດ ດີຈີຕອນ ແລະ ເສດຖະກິດສີຂຽວ, ການລົງທຶນ ແລະ ການເງິນສີຂຽວ, ພະ ລັງງານສະອາດ ແລະ ພະລັງງານ ຜະລິດຄືນໃໝ່, ພ້ອມກັນນັ້ນເຊື່່ອມຕໍ່ ການພົບປະສັງສັນ ດ້ານວັດທະນະທຳ-ສັງຄົມ, ການພົບປະແລກປ່ຽນ ລະຫວ່າງ ປະຊາຊົນ, ຊາວໜຸ່ມ, ກິລາ..., ສປ ຈີນ ຢືນຢັນຈະເປີດຕະຫຼາດ ໃຫ້ບັນດາປະເທດ ອາຊຽນ, ພ້ອມແລ້ວທີ່ຈະນຳເຂົ້າສິນຄ້າ ທີ່ມີຄຸນນະພາບ, ໃນນັ້ນລວມທັງ ບັນດາຜະລິດຕະພັນ ກະເສດ ຈາກ ບັນດາປະເທດ ອາຊຽນ ທີ່ມີມູນຄ່າສູງເຖິງ 150 ຕື້ ໂດລາສະຫະລັດ ພາຍໃນ 5 ປີຂ້າງໜ້າ.

ສະຫາຍ ເລຂາທິການໃຫຍ່, ປະທານປະເທດ ຈີນ ສີຈິ້ນຜິງ ໄດ້ຊຸກຍູ້ ຂໍ້ລິເລີ່ມ ພັດທະນາທົ່ວໂລກ ໂດຍ ສປ ຈີນ ເປັນຜູ້ສະເໜີ ໃນຂອບ ຂອງ ອົງການສະຫະປະຊາຊາດ ແລະ ໃຫ້ຮູ້ວ່າ ຂໍ້ລິເລີ່ມນີ້ ຈະຊ່ວຍໃຫ້ ຂະບວນການ ສ້າງປະຊາຄົມ ອາຊຽນ, ປະກອບສ່ວນເຂົ້າໃນຄວາມພະຍາຍາມ ຂອງ ພາກພື້ນ ແລະ ໃນໂລກ ຟື້ນຟູ ແລະ ພັດທະນາ ແບບຍືນຍົງ.

ປຶກສາຫາລື ກ່ຽວກັບ ສະຖານະການ ພາກພື້ນ ແລະ ສາກົນ, ບັນດາປະເທດ ໄດ້ເປັນເອກະສັນກັນ ປະສານສົມທົບໃນການສ້າງທະເລຕາເວັນອອກ ເປັນທະເລແຫ່ງສັນຕິພາບ, ໝັ້ນຄົງ, ສະຖຽນລະພາບ ແລະ ການຮ່ວມມື.

ບົນພື້ນຖານດັ່ງກ່າວ, ບັນດາປະເທດທີ່ເຂົ້າຮ່ວມ ໄດ້ເນັ້ນໜັກເຖິງ ຄວາມສຳຄັນ ຂອງ ການສ້າງຄວາມໄວ້ເນື້ອເຊື່ອໃຈ, ເຄົາ ລົບ ກົດໝາຍສາກົນ, ໃນນັ້ນ ມີສົນທິສັນຍາ ຂອງ ສະຫະປະຊາຊາດ ກ່ຽວກັບ ກົດໝາຍທະເລ ປີ 1982 (UNCLOS), ແກ້ໄຂຂໍ້ພິພາດ ດ້ວຍສັນຕິວິທີ.

ຝ່າຍຕ່າງໆ ໄດ້ໃຫ້ຄຳໝັ້ນສັນຍາ ໃນການປະຕິບັດຖະແຫຼງການ DOC ຢ່າງຄົບຖ້ວນ ແລະ ມີປະສິດທິຜົນ, ຊຸກຍູ້ການສ້າງ COC ຢ່າງມີປະສິດທິຜົນ ແລະ ແທດຈິງ ຕາມກົດໝາຍສາກົນ ແລະ UNCLOS 1982.

ກ່າວປາໄສ ທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໋ງ ຢືນຢັນວ່າ ມຸ່ງໄປສູ່ອະນາຄົດ, ອາຊຽນ ແລະ ສປ ຈີນ ຕ້ອງສືບຕໍ່ປັບປຸງ ຄວາມໄວ້ເນື້ອເຊື່ອໃຈ ຍຸດທະສາດ, ຊຸກຍູ້ຢ່າງແຂງແຮງ ການຮ່ວມມືຮອບດ້ານ, ເພີ່ມທະວີ ບັນດາໝາກຜົນທີ່ຕັ້ງໜ້າ, ມຸ່ງ ໄປເຖິງເປົ້າໝາຍສູງກວ່າ ແລະ ຜົນປະໂຫຍດຫຼາຍກວ່າ ໃຫ້ການ ພົວພັນ ອາຊຽນ-ຈີນ.

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໋ງ ເນັ້ນໜັກວ່າ: ເພື່ອຮັບປະ ກັນ ສັນຕິພາບ, ຄວາມໝັ້ນຄົງ ແລະ ສະຖຽນລະພາບ ຢູ່ພາກພື້ນ, ພິເສດ ແມ່ນຢູ່ ທະເລຕາເວັນອອກ, ຕ້ອງເພີ່ມທະວີການເຈລະຈາ, ປັບປຸງຄວາມໄວ້ເນື້ອເຊື່ອໃຈ, ປະຕິບັດກົດໝາຍສາ ກົນ ແລະ ການປະພຶດ ທີ່ມີຄວາມຮັບຜິດຊອບ ຂອງ ບັນດາປະເທດ, ພ້ອມກັນພະຍາຍາມຍິ່ງຂຶ້ນ ໃນການປະຕິບັດຖະແຫຼງ ການ DOC ຢ່າງຄົບຖ້ວນ, ສືບຕໍ່ຊຸກຍູ້ ການສ້າງສຳເລັດໂດຍ ໄວ ປະມວນກົດລະບຽບ COC ຢ່າງມີປະສິດທິຜົນ, ສອດຄ່ອງ ກັບກົດໝາຍສາກົນ ແລະ UNCLOS 1982.

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໋ງ ຫວັງວ່າ ອາຊຽນ ແລະ ສປ ຈີນ ຈະຟື້ນຟູ ແລະ ຊຸກຍູ້ການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການລົງທຶນໂດຍໄວ. ທ່ານນາຍົກລັດຖະມົນຕີ ສະເໜີ ສປ ຈີນ ສ້າງຄວາມສະດວກຍິ່ງຂຶ້ນ ຕໍ່ການສົ່ງອອກສິນຄ້າ ຂອງ ອາຊຽນ, ຮັບປະກັນຄວາມດຸ່ນດ່ຽງດ້ານການຄ້າ, ເພີ່ມທະວີການເຊື່ອມໂຍງ ກັບການລົງທຶນເຕັກໂນໂລຊີສູງ ຕິດພັນ ກັບການ ປ່ຽນໃໝ່ ຫົວຄິດປະດິດສ້າງ, ພັດທະນາພື້ນຖານໂຄງລ່າງ, ຫັນເປັນດິຈິີຕອນ, ການເຕີບເປັນມິດຕໍ່ສິ່ງແວດລ້ອມ, ພັດທະນາແບບຍືນຍົງ, ຕ້ານການປ່ຽນແປງ ຂອງ ດິນຟ້າອາກາດ, ດໍາເນີນ ການພົບປະແລກປ່ຽນ ລະຫວ່າງ ປະຊາຊົນ ໂດຍໄວ...

ຫຼັງຈາກກອງປະຊຸມ, ບັນດາຜູ້ນຳ ອາຊຽນ ແລະ ສປ ຈີນໄດ້ຕົກ ລົງ ຮັບຮອງເອົາ ຖະແຫຼງການຮ່ວມ ຂອງ ກອງປະຊຸມສຸດຍອດ ພິເສດ ສະເຫຼີມສະຫຼອງ ການພົວພັນອາຊຽນ-ຈີນ ຄົບຮອບ 30 ປີ ຄື: ການພົວພັນຄູ່ຮ່ວມມືຍຸດທະສາດ ຮອບດ້ານ ເພື່ອສັນຕິ ພາບ, ຄວາມໝັ້ນຄົງ, ສະຖຽນລະພາບ, ຄວາມຈະເລີນຮຸ່ງ ເຮືອງ ແລະ ການພັດທະນາ ແບບຍືນຍົງ.

ອາຊຽນ-ຈີນ: ນຳການພົວພັນ ເຂົ້າສູ່ລວງເລິກ ແລະ ຕົວຈິງ

ຕະຫຼອດ 30 ປີ ຜ່ານມາ, ການພົວພັນອາຊຽນ - ຈີນໄດ້ຮັບການພັດທະນາຢ່າງແຂງແຮງ, ຮອບດ້ານ ແລະ ຕົວຈິງ ໃນທຸກຂົງເຂດ. ສປ ຈີນ ໄດ້ຢືນຢັນຢ່າງສະເໝີຕົ້ນສະເໝີປາຍ ຖືສຳຄັນ ບົດບາດ, ທີ່ຕັ້ງ ຂອງ ອາຊຽນ ໃນພາກພື້ນ ແລະ ໃນໂລກ; ສະໜັບສະໜູນ ອາຊຽນ ມີບົດບາດໃຈກາງ ໃນ ໂຄງປະກອບ ພາກພື້ນ.

ການພົວພັນ ອາຊຽນ-ຈີນໄດ້ຜັນຂະຫຍາຍໂດຍຜ່ານຫຼາຍກົນໄກ, ໃນນັ້ນມີກອງປະຊຸມຂັ້ນສູງປະຈຳປີ, ກອງປະຊຸມລັດຖະ ມົນຕີ ການຕ່າງປະເທດ ອາຊຽນ-ຈີນ (PMC+1) ແລະ ກອງປະ ຊຸມ ລັດຖະມົນຕີ ການຮ່ວມມື ສະເພາະຂະແໜງການ...

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໋ງ ໄດ້ນຳຄະນະຜູ້ແທນ ຫວຽດນາມ ພ້ອມກັບ ບັນດາຜູ້ນຳ ອາຊຽນ, ເລຂາທິການໃຫຍ່, ປະທານປະເທດ ຈີນ ສີຈິ້ນຜິງ ເຂົ້າຮ່ວມກອງປະຊຸມສຸດຍອດ
ສະເຫຼີມສະຫຼອງ ການພົວພັນ ອາຊຽນ-ຈີນ ຄົບຮອບ 30 ປີ (1991-2021) ໃນວັນທີ 22 ພະຈິກ 2021 ຕາມຮູບແບບ ທາງໄກ. ພາບ: ເລີມແຄ໋ງ/VNA

 
ກ່າວປາໄສທີ່ກອງປະຊຸມສຸດຍອດພິເສດ ອາຊຽນ \-ຈີນ ໄດ້ຈັດ ຂຶ້ນຕາມຮູບແບບທາງໄກ ໃນວັນທີ 22 ພະຈິກ 2021, ທ່ານນາ ຍົກລັດຖະມົນຕີ ມາເລເຊຍ Ismail Sabri Yaakob ຢືນຢັນວ່າ:
ມາເລເຊຍ ຍາມໃດກໍ່ເນັ້ນໜັກເຖິງ ຫຼັກໝັ້ນ ແລະ ຖືສໍາຄັນ ບົດ ບາດ ຂອງ ກົດໝາຍສາກົນ ໃນການແກ້ໄຂຂໍ້ພິພາດ ດ້້ານອະທິ ປະໄຕ ຢູ່ທະເລຕາເວັນອອກ. ພາບ: ແມ້ງຕ໋ວນ/VNA


ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໋ງ ໄດ້ເຂົ້າຮ່ວມກອງປະຊຸມສຸດຍອດພິເສດ ສະເຫຼີມສະຫຼອງ ການພົວພັນ ອາຊຽນ-ຈີນ ຄົບຮອບ 30 ປີ. ພາບ: ເລີມແຄ໋ງ/VNA

ໃນດ້ານການເມືອງ-ຄວາມໝັ້ນຄົງ, ສປ ຈີນ ເຂົ້າຮ່ວມຢ່າງຄົບ ຖ້ວນໃນກົນໄກພາກພື້ນ ໂດຍ ອາຊຽນ ເປັນຜູ້ລິເລີ່ມ ແລະ ນຳໜ້າເຊັ່ນ: ອາຊຽນ-ຈີນ, ອາຊຽນ+3, ກອງປະຊຸມສຸດຍອດ ອາຊີຕາເວັນອອກ (EAS), ເວທີປາໄສພາກພື້ນ ອາຊຽນ (ARF), ກອງປະຊຸມລັດຖະມົນຕີ ປ້ອງກັນປະເທດ ອາຊຽນ ເປີດກວ້າງ (ADMM+), ເວທີປາໄສທະເລ ອາຊຽນ (EAMF) ເປີດກວ້າງ, ພ້ອມທັງບັນດາກົນໄກ ສະເພາະຂະແໜງການອື່ນໆ ໃນຂົງເຂດການເມືອງ-ຄວາມໝັ້ນຄົງ.
ອາຊຽນ ແລະ ສປ ຈີນ ສ້າງຕັ້ງການພົວພັນໃນປີ 1991 ແລະໄດ້ຍົກລະດັບ ການພົວພັນ ເປັນຄູ່ຮ່ວມມື ຍຸດທະສາດ ໃນເດືອນຕຸລາ 2003. ກອງປະຊຸມສຸດຍອດ ການພົວພັນຄູ່ຮ່ວມມືຍຸດທະສາດ ອາຊຽນ-ຈີນ ຄົບຮອບ 15 ປີ (ສິງກະໂປ, ພະຈິກ 2018) ໄດ້ຮັບຮອງເອົາ ວິໄສທັດ ການພົວພັນ ຄູ່ຮ່ວມມື ຍຸດທະສາດ ອາຊຽນ-ຈີນ 2030.

ສປ ຈີນ ຢືນຢັນ ໃຫ້ການສະໜັບສະໜູນ ບົດບາດເປັນໃຈກາງ ແລະ ຄວາມສາມັກຄີ ຂອງ ອາຊຽນ ໃນຂະບວນການ ຮ່ວມມືພາກພື້ນແລະ ສະໜັບສະໜູນ ອາຊຽນ ເສີມຂະຫຍາຍບົດບາດໃຫຍ່ກວ່າເກົ່າ ໃນເວທີປາໄສ ຫຼາຍຝ່າຍທົ່ວໂລກ. ສປ ຈີນແມ່ນປະເທດຄູ່ເຈລະຈາທຳອິດ ຂອງ ອາຊຽນ ທີ່ເຂົ້າຮ່ວມສົນທິສັນ ຍາມິດຕະພາບ ແລະ ການຮ່ວມມື (TAC).

ໃນປີ 2020, ເຖິງວ່າ ໄດ້ຮັບຜົນກະທົບຈາກການແຜ່ລະບາດໂຄວິດ-19, ຍອດມູນຄ່າການຄ້າສອງສົ້ນ ລະຫວ່າງ ອາຊຽນ-ຈີນ ບັນລຸ 516,9 ຕື້ ໂດລາສະຫະລັດ. ການລົງທຶນ ໂດຍກົງ (FDI) ຈາກ ສປ ຈີນເຂົ້າ ອາຊຽນ ໄດ້ບັນລຸ 7,6 ຕື້ ໂດລາສະຫະລັດ ໃນ ປີ 2020 (ເປັນແຫຼ່ງລົງທຶນ FDI ໃຫຍ່ອັນດັບ 4 ຂອງ ອາຊຽນ).

ກ່ຽວກັບວັດທະນະທຳ-ສັງຄົມ, ອາຊຽນ ແລະ ສປ ຈີນ ໃຫ້ ບຸລິ ມະສິດ ຮ່ວມມືໃນຫຼາຍຂົງເຂດຄື: ສາທາລະນະສຸກ, ການສຶກ ສາ, ວັດທະນະທຳ, ແຮງງານ, ຄວາມໝັ້ນຄົງທາງສັງຄົມ, ສິ່ງແວດລ້ອມ, ສື່ມວນຊົນ, ຊາວໜຸ່ມ ແລະ ຫຼຸດຜ່ອນຄວາມທຸກຍາກ...

ໃນຂົງເຂດສາທາລະນະສຸກ, ສອງຝ່າຍໄດ້ໃຫ້ການຮ່ວມມືຜ່ານກົນໄກ ກອງປະຊຸມເຈົ້າໜ້າທີ່ອາວຸໂສ ແລະ ລັດຖະມົນຕີ ສາທາ ລະນະສຸກ ອາຊຽນ-ຈີນ, ລົງນາມໃນບົດບັນທຶກຊ່ວຍຈຳວ່າດ້ວຍ ການຮ່ວມມື ດ້ານສາທາລະນະສຸກ ທີ່ກອງປະຊຸມ ລັດຖະມົນຕີີ ອາຊຽນ-ຈີນ ຄັ້ງທີ 4 (ວັນທີ 6 ກໍລະກົດ 2012, ທີ່ ພູເກັດ, ໄທ), ບັນດາກິດຈະກຳ ແລກປ່ຽນຜູ້ຊ່ຽວຊານ ແລະ ເຊີນ ອາຊຽນ ເຂົ້າຮ່ວມບັນດາຊຸດອົບຮົມຢູ່ ສປ ຈີນ.

ປັດຈຸບັນ, ບຸລິມະສິດ ລະຫວ່າງ ອາຊຽນ ແລະ ສປ ຈີນ ແມ່ນຍູ້ແຮງຄວາມພະຍາຍາມ ເພື່ອຟື້ນຟູ ການເຄື່ອນໄຫວດ້ານເສດ ຖະກິດ, ພົວພັນການຄ້າ. ສປ ຈີນ ໃຫ້ຄຳໝັ້ນສັນຍາສະໜັບ ສະ ໜູນ ອາຊຽນ ຜັນຂະຫຍາຍຂອບການຟື້ນຟູຮອບດ້ານ (ACRF), ການພັດທະນາ ເສດຖະກິດດີຈີຕອນ, ການຮ່ວມມື ພັດທະນາແບບຍືນຍົງ ພາຍໃຕ້ຫົວຂໍ້ ການຮ່ວມມື ປີ 2021, ການເຕີບໂຕທ່ີເປັນມິດຕໍ່ສິ່ງແວດລ້ອມ, ການປົກປັກຮັກສາສິ່ງແວດລ້ອມທາງ ທະເລ, ປ້ອງກັນ-ສະກັດກັ້ນ ແລະ ຫຼຸດຜ່ອນໄພທຳມະຊາດ.

ປະຕິບັດໂດຍ: VNA/VNP - ແປໂດຍ: ບິກລຽນ


top