ຂ່າວສານ

ການຮ່ວມມືວິສາຫະກິດ ຫວຽດນາມ - ອາເມລິກາ ໃນຂົງເຂດກະສິກຳ

ບັນດາຜູ້ແທນໄດ້ຖືວ່າ ຍັງມີຫຼາຍສິ່ງຫຼາຍຢ່າງເພື່ອເປີດກວ້າງການຮ່ວມມືໃນຂົງເຂດກະສິກຳ, ພິເສດແມ່ນການຄ້າຜະລິດຕະພັນກະເສດລະຫວ່າງ 2 ຝ່າຍ.
ທີ່ການໂອ້ລົມສົນທະນາ (ພາບ: ກະຊວງກະສິກຳ ແລະ ສິ່ງແວດລ້ອມ)

ຄະນະຜູ້ແທນກະຊວງກະສິກຳ ແລະ ສິ່ງແວດລ້ອມ ແລະ ບັນດາສະຫະສະມາຄົມ, ວິສາຫະກິດກະສິກຳ ໂດຍທ່ານລັດຖະມົນຕີກະຊວງກະສິກຳ ແລະ ສິ່ງແວດລ້ອມ ຫວຽດນາມ ໂດ້ດຶກຢຸຍ ນຳໜ້າໄດ້ໄປປະຕິບັດງານຢູ່ເມືອງເອກ Columbus, ລັດ Ohio, ປະເທດ ອາເມລິກາ ແຕ່ວັນທີ 01 – 07 ມິຖຸນາ. ໃນຂອບເຂດການຢ້ຽມຢາມ, ທ່ານລັດຖະມົນຕີກະຊວງກະສິກຳລັດ Ohio, Brian Baldridge ໄດ້ໃຫ້ການຕ້ອນຮັບທ່ານລັດຖະມົນຕີ ໂດ້ດຶກຢຸຍ.

ທີ່ການໂອ້ລົມສົນທະນາເຊື່ອມຕໍ່ວິສາຫະກິດ ຫວຽດນາມ - Ohio, ໃນຂອບເຂດການຢ້ຽມຢາມ, ບັນດາຜູ້ແທນໄດ້ຖືວ່າ ຍັງມີຫຼາຍສິ່ງຫຼາຍຢ່າງເພື່ອເປີດກວ້າງການຮ່ວມມືໃນຂົງເຂດກະສິກຳ, ພິເສດແມ່ນການຄ້າຜະລິດຕະພັນກະເສດລະຫວ່າງ 2 ຝ່າຍ. ພິເສດ, ບັນດາຝ່າຍກໍ່ໄດ້ແລກປ່ຽນ ແລະ ລົງນາມໃນບົດບັນທຶກຊ່ວຍຈຳ (MoU) ກ່ຽວກັບການນຳເຂົ້າວັດຖຸດິບຫົວອາຫານລ້ຽງສັດຈາກ Ohio, ດ້ວຍຍອດມູນຄ່າຂຶ້ນເຖິງກວ່າ 600 ລ້ານ USD. ມີວິສາຫະກິດ ຫວຽດນາມ ຫຼາຍແຫ່ງກໍ່ໄດ້ເຊື່ອມຕໍ່ກັບຄູ່ຮ່ວມມື Ohio ເພື່ອຊຸກຍູ້ການນຳເຂົ້າບັນດາຜະລິດຕະພັນຄື: ໄມ້ວັດຖຸດິບ, ໝາກໄມ້ ແລະ ຊີ້ນ.


top