ຂ່າວສານ

ການຮ່ວມມືປ້ອງກັນຊາດແມ່ນເສົາຄ້ຳສຳຄັນຂອງການພົວພັນມິດຕະພາບ ຫວຽດນາມ - ລາວ

ທ່ານຮອງລັດຖະມົນຕີ ຫງວຽນເຕີນເກືອງ ເນັ້ນໜັກວ່າ: ພັກ, ລັດ, ກອງທັບ ແລະ ປະຊາຊົນ ຫວຽດນາມ ຍາມໃດກໍ່ຈົດຈຳການສະໜັບສະໜູນອັນໃຫຍ່ຫຼວງ, ລ້ຳຄ່າ, ໄມຕີຈິດ ແລະ ມີປະສິດທິຜົນເຊິ່ງພັກ, ລັດ, ກອງທັບ ...
ທ່ານ ທອງລຸນ ສີສຸລິດ, ເລຂາທິການໃຫຍ່, ປະທານປະເທດ ລາວ ຕ້ອນຮັບຄະນະ

ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ, ຕອນບ່າຍວັນທີ 10 ພຶດສະພາ, ຢູ່ນະຄອນຫຼວງ ວຽງຈັນ, ຄະນະຜູ້ແທນການທະຫານຂັ້ນສູງ ກອງທັບປະຊາຊົນ ຫວຽດນາມ ໂດຍ ພົນໂທ ຫງວຽນເຕີນເກືອງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ນຳໜ້າ, ໄດ້ເຂົ້າຢ້ຽມຂ່ຳນັບ ທ່ານ ທອງລຸນ ສີສຸລິດ, ເລຂາທິການໃຫຍ່, ປະທານປະເທດ ລາວ ແລະ ທ່ານ ຈັນສະໝອນ ຈັນຍາລາດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ແລະ ພົບປະສົນທະນາທາງການກັບຄະນະຜູ້ແທນຂັ້ນສູງກະຊວງປ້ອງກັນປະເທດລາວ.

ທີ່ການຕ້ອນຮັບ, ທ່ານຮອງລັດຖະມົນຕີ ຫງວຽນເຕີນເກືອງ ເນັ້ນໜັກວ່າ: ພັກ, ລັດ, ກອງທັບ ແລະ ປະຊາຊົນ ຫວຽດນາມ ຍາມໃດກໍ່ຈົດຈຳການສະໜັບສະໜູນອັນໃຫຍ່ຫຼວງ, ລ້ຳຄ່າ, ໄມຕີຈິດ ແລະ ມີປະສິດທິຜົນເຊິ່ງພັກ, ລັດ, ກອງທັບ ແລະ ປະຊາຊົນ ລາວ ສະຫງວນໃຫ້ແກ່ ຫວຽດນາມ ໃນພາລະກິດແຫ່ງການຕໍ່ສູ້ຍາດເອົາເອກະລາດຂອງຊາດໃນເມື່ອກ່ອນ ກໍ່ຄືໃນພາລະກິດແຫ່ງການສ້າງສາ ແລະ ປົກປັກຮັກສາໃນທຸກວັນນີ້; ຢັ້ງຢືນວ່າໃນທຸກສະພາບການ, ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ, ຮັກສາ ແລະ ເສີມຂະຫຍາຍການພົວພັນແບບພິເສດຢ່າງບໍ່ຢຸດຢັ້ງ, ເປັນຈິດໜຶ່ງໃຈດຽວ, ສັດຊື່ບໍລິສຸດ ຫວຽດນາມ - ລາວ.

ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ຢັ້ງຢືນວ່າ ກອງທັບສອງປະເທດມີປະຫວັດສາດແຫ່ງການພັດທະນາອັນຍາວນານ, ຄືດັ່ງອ້າຍນ້ອງໃນຄອບຄົວດຽວກັນ; ເນັ້ນໜັກວ່າ ລຸ້ນຄົນໃນປະຈຸບັນ ແລະ ໃນອະນາຄົດຕ້ອງຮັກສາ ແລະ ພັດທະນາການພົວພັນສາມັກຄີແບບພິເສດນີ້ກ່ວາອີກ.

ສ່ວນທ່ານພົນເອກ ຈັນສະໝອນ ຈັນຍາລາດ ຢັ້ງຢືນວ່າ: ຈະໝູນໃຊ້ບັນດາບົດຮຽນອັນລ້ຳຄ່າຂອງ ຫວຽດນາມ ເພື່ອການພັດທະນາໃໝ່ກ່ຽວກັບທຸກດ້ານ, ໃນນັ້ນມີຂົງເຂດການທະຫານ, ການປ້ອງກັນຊາດ.  

top