ຂ່າວສານ

ການຮ່ວມມືປ້ອງກັນຄວາມສະຫງົບນັບມື້ນັບແໜ້ນແຟ້ນລະຫວ່າງຫວຽດນາມແລະອົດສະຕາລີ

      ບົດຂຽນຂອງນັກຄົ້ນຄວ້າດ້ານປ້ອງກັນຄວາມສະຫງົບ Brendan Nicholson ທ່ີລົງໃນວາລະສານ “The Strategist” ຂອງສະຖາບັນຄົ້ນຄວ້ານະໂຍບາຍຍຸດທະສາດອົດສະຕາລີ ໃນວັນທີ 28 ສິງຫາ, ໃຫ້ຂໍ້ສັງເກດວ່າ

(ພາບປະກອບ: TTXVN)
      ການຮ່ວມມືປ້ອງກັນຄວາມສະຫງົບລະຫວ່າງຫວຽດນາມ ແລະ ອົດສະຕາລີ ນັບມື້ນັບແໜ້ນແຟ້ນ ໃນເມື່ອຫວ່າງມໍ່ໆມານີ້ ຝ່າຍອົດສະຕາລີ ເຫັນດີຊ່ວຍຜັນຂະຫຍາຍກຳລັງປົກປັກຮັກສາສັນຕິພາບຂອງຫວຽດນາມ ເຖິງຊູດັງ. ບົດຂຽນໄດ້ຄັດສະເໜີຄຳເວົ້າຂອງທ່ານລັດຖະມົນຕີກະຊວງປ້ອງກັນປະເທດອົດສະຕາລີ Marise Payne ທີ່ເນັ້ນໜັກວ່າ: ບັນດາຄູອາຈານອົດສະຕາລີ ທີ່ປະຈຳຢູ່ຫວຽດນາມ ພວມຊ່ວຍກໍ່ສ້າງດ້ານພາສາອັງກິດ ໃຫ້ບັນດາສະມາຊິກຂອງໂຮງໝໍພາກສະໜາມ (ລວມມີທ່ານໝໍ, ແພດໝໍ ແລະ ພາລະກອນໜູນຊ່ວຍ 70 ຄົນ) ທີ່ບັນລຸມາດຕະຖານຂອງສະຫະປະຊາຊາດ ເມື່ອຜັນຂະຫຍາຍການເຄື່ອນໄຫວດ້ານການແພດໃນຂອບຂະໜາດໃຫຍ່. ອົດສະຕາລີ ກໍພວມຊ່ວຍນາຍທະຫານຫວຽດນາມ ເຮັດວຽກຕາມບັນດາຂັ້ນຕອນຂອງສະຫະປະຊາຊາດ.
        ອົດສະຕາລີຈະສະໜອງໃຫ້ຫວຽດນາມ ບັນດາເຄື່ອງອຸປະກອນພິເສດທີ່ມີມູນຄ່າປະມານ 300.000 ກວ່າ USD, ລວມມີຕູບໃຫຍ່ເຮັດເປັນບ່ອນຢູ່, ສຸກສາລາ ແລະ ເຄື່ອງຈັກກຳເນີດໄຟຟ້າ.
 (ແຫຼ່ງຄັດຈາກ VOV)

top