ຂ່າວສານ

ການຮ່ວມມືທາງດ້ານເສດຖະກິດ, ການຄ້າ, ການລົງທຶນ ແມ່ນພື້ນຖານໃຫ້ແກ່ການພົວພັນ ລະຫວ່າງ ອາຊຽນ ແລະ ຍີ່ປຸ່ນ

      ວັນທີ 21 ກໍລະກົດ, ດ້ວຍບົດບາດເປັນປະເທດປະສານງານການພົວພັນລະຫວ່າງ ອາຊຽນ - ຍີ່ປຸ່ນ, ກະຊວງການຕ່າງປະເທດ ຫວຽດນາມ ໄດ້ຈັດຕັ້ງການໂອ້ລົມສົນທະນາໂຕ້ມົນຂັ້ນສູງແບບທາງໄກ ດ້ວຍຫົວຂໍ້ “ຫວນຄືນໄລຍະທາງຜ່ານໄປ ແລະ ມຸ່ງໄປເຖິງການສະເຫຼີມສະຫຼອງການພົວພັນລະຫວ່າງ ອາຊຽນ - ຍີ່ປຸ່ນ ຄົບຮອບ 50 ປີ”. 
ບັນດາຜູ້ແທນ ຫວຽດນາມ ເຂົ້າຮ່ວມການໂອ້ລົມສົນທະນາ “ຫວນຄືນໄລຍະທາງຜ່ານໄປ ແລະ ມຸ່ງໄປເຖິງການສະເຫຼີມສະຫຼອງການພົວພັນລະຫວ່າງ
ອາຊຽນ - ຍີ່ປຸ່ນ ຄົບຮອບ
50 ປີ” (ພາບ: baoquocte.vn)
      ການໂອ້ລົມສົນທະນາດັ່ງກ່າວ ແມ່ນຂໍ້ລິເລີ່ມຂອງ ຫວຽດນາມ ເພື່ອແນໃສ່ສ້າງກາລະໂອກາດໃຫ້ແກ່ບັນດາປະເທດ ອາຊຽນ ແລະ ຍີ່ປຸ່ນ ພ້ອມກັນຫວນຄືນໄລຍະທາງເກືອບ 5 ທົດສະວັດແຫ່ງການຮ່ວມມື ແລະ ກຳນົດທິດໃຫ້ແກ່ໄລຍະຕໍ່ໄປ.
ທ່ານລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ບຸ່ຍແທງເຊິນ (ພາບ: baoquocte.vn)
      ກ່າວຄຳເຫັນທີ່ພິທີໄຂ, ທ່ານລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ບຸ່ຍແທງເຊິນ ໄດ້ເນັ້ນໜັກວ່າ ການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນ ແມ່ນພື້ນຖານແກ່ການພົວພັນລະຫວ່າງ ອາຊຽນ - ຍີ່ປຸ່ນ. ທ່ານຕີລາຄາສູງການຮ່ວມມືພັດທະນາ, ການຮ່ວມມືກັນດ້ານເຕັກນິກ ແລະ ການໜູນຊ່ວຍຢ່າງທັນການຂອງ ຍີ່ປຸ່ນ ທີ່ສະຫງວນໃຫ້ແກ່ບັນດາປະເທດ ອາຊຽນ, ໃນນັ້ນມີ ຫວຽດນາມ, ໂດຍສະເພາະແມ່ນການຮັດແຄບໄລຍະຫ່າງໃນການພັດທະນາ, ພັດທະນາບັນດາອະນຸພາກພື້ນ, ໃນນັ້ນ ມີອະນຸພາກພື້ນແມ່ນ້ຳຂອງ ແລະ ໃນການຮັບມືກັບໂລກລະບາດໂຄວິດ - 19 ໃນປັດຈຸບັນ. ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ຍແທງເຊີນ ກໍຢັ້ງຢືນວ່າ ໃນບົດບາດເປັນປະເທດປະທານງານການພົວພັນ ລະຫວ່າງ ອາຊຽນ - ຍີ່ປຸ່ນ ໄລຍະ 2018 – 2021 ແລະ ໃນໄລຍະຈະມາເຖິງ, ຫວຽດນາມ ຍາມໃດກໍມານະພະຍາຍາມປະກອບສ່ວນເຂົ້າໃນການສ້າງສາຍພົວພັນ “ຈາກຫົວໃຈຫາຫົວໃຈ” ບົນພື້ນຖານຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນແລະກັນ ແລະ ການພົວພັນຄູ່ຮ່ວມມືແບບສະເໝີພາບ ລະຫວ່າງ ອາຊຽນ ແລະ ຍີ່ປຸ່ນ.
(ແຫຼ່ງຄັດຈາກ VOV)


top