ຂ່າວສານ

ການຮ່ວມມືດ້ານປ້ອງກັນຊາດແມ່ນເສົາຄ້ຳສຳຄັນໃນການພົວພັນລະຫວ່າງ ຫວຽດນາມ - ກຳປູເຈຍ

ຕອນບ່າຍວັນທີ 18 ກຸມພາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານພົນເອກ Tea Banh, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ລາຊະອານາຈັກ ກຳປະເຈຍ ເຊິ່ງພວມຢ້ຽມຢາມ ຫວຽດນາມ.
  ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຕ້ອນຮັບທ່ານພົນເອກ Tea Banh, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ລາຊະອານາຈັກ ກຳປະເຈຍ ເຊິ່ງພວມຢ້ຽມຢາມ ຫວຽດນາມ (ພາບ: VGP)  

ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ  ຢັ້ງຢືນວ່າ ການຮ່ວມມືດ້ານປ້ອງກັນຊາດສືບຕໍ່ແມ່ນໜຶ່ງໃນບັນດາເສົາຄ້ຳສຳຄັນໃນການພົວພັນລະຫວ່າງ ຫວຽດນາມ - ກຳປູເຈຍ. ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ກະຊວງປ້ອງກັນປະເທດ ແລະ ກອງທັບສອງປະເທດ ສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ, ຜັນຂະຫຍາຍຄວາມຮັບຮູ້ລວມລະຫວ່າງການນຳຂັ້ນສູງສອງປະເທດໃຫ້ມີປະສິດທິຜົນ, ເພີ່ມທະວີການຮ່ວມມືໃນເວທີປາໄສຫຼາຍຝ່າຍ ແລະ ໃນບັນດາຂົງເຂດຄື ຫັນເປັນດີຈີຕອນ, ແກ້ໄຂຜົນຮ້າຍຢ້ອນຫຼັງຈາກລູກລະເບີດ, ເຂົ້າຮ່ວມການພັດທະນາເສດຖະກິດ...

ສ່ວນທ່ານພົນເອກ Tea Banh, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ລາຊະອານາຈັກ ກຳປະເຈຍ ໄດ້ສະແດງຄວາມຮູ້ບຸນຄຸນຕໍ່ຄວາມສາມັກຄີ, ການຊ່ວຍເຫຼືອຢ່າງໃຫຍ່ຫຼວງຂອງພັກ, ລັດ, ກອງທັບ ແລະ ປະຊາຊົນ ຫວຽດນາມ ທີ່ມີຕໍ່ປະຊາຊົນ ກຳປະເຈຍ ໃນໄລຍະຕໍ່ສູ້ໂຄ່ນລົ້ມລະບອບດັບສູນເຊື້ອຊາດໃນເມື່ອກ່ອນ ກໍຄື ໃນການສ້າງສາ, ພັດທະນາປະເທດຊາດໃນປັດຈຸບັນ. ພ້ອມທັງປາດຖະໜາວ່າ ຈະສືບຕໍ່ໄດ້ຮັບການຊ່ວຍເຫຼືອຢ່າງຕັ້ງໜ້າຈາກ ຫວຽດນາມ ເພື່ອຈັດ ງານມະຫາກຳກິລາ ຊີເກມ 32 ໃຫ້ປະສົບຜົນສຳເລັດ. 


top