ຂ່າວສານ

ການຮ່ວມມືດ້ານປ້ອງກັນຊາດ ໃນ ອາຊຽນ ສືບຕໍ່ໄດ້ຮັບການຮັກສາໃນສະພາບການເກີດໂລກລະບາດໂຄວິດ - 19

      ກອງປະຊຸມລັດຖະມົນຕີກະຊວງປ້ອງກັນປະເທດບັນດາປະເທດ ອາຊຽນ (ADMM) ຖືກໄຂຂຶ້ນດ້ວຍຮູບການທາງອອນລາຍໃນຕອນເຊົ້າວັນທີ 9 ທັນວາ ຢູ່ຮ່າໂນ້ຍ ພາຍໃຕ້ການເປັນປະທານຂອງລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ໂງຊວັນລີກ, ປະທານ ອາຊຽນ 2020.
 

ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ໂງຊວັນລີກ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: qdnd.vn)
      ກ່າວຄຳເຫັນໄຂກອງປະຊຸມ, ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ໂງຊວັນລີກ ເນັ້ນໜັກວ່າ ໂລກລະບາດໄດ້ສົ່ງຜົນສະທ້ອນຢ່າງໜັກໜ່ວງໃນຫຼາຍດ້ານເຖິງຫຼາຍປະເທດ. ໃນສະພາບການທີ່ປະສົບກັບຄວາມຫຍຸ້ງຍາກນັ້ນ, ອາຊຽນ ໄດ້ສະແດງໃຫ້ເຫັນບົດບາດ "ສະໜິດຕິດພັນ" ແລະ “ເປັນເຈົ້າການຮັບມື" ເຊິ່ງຖືກຕາມຫົວຂໍ້ຂອງປີ ອາຊຽນ 2020. ໃນຂົງເຂດປ້ອງກັນຊາດ, ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ໂງຊວັນລິກ ເນັ້ນໜັກວ່າ:
            “ພວກເຮົາຍັງສືບຕໍ່ຮັກສາໄດ້ທ່ວງທ່າຮ່ວມມືດ້ານປ້ອງກັນຊາດໃນ ອາຊຽນ ຜ່ານການນຳໃຊ້ບັນດາພື້ນຖານເຕັກນິກດີຈີຕອນຢ່າງມີຫົວຄິດປະດິດສ້າງ ເພື່ອຮັບໃຊ້ການຖະແຫຼງຂ່າວ, ຕິດຕໍ່ພົວພັນ ແລະ ຈັດຕັ້ງກອງປະຊຸມຕ່າງໆ ແລະ ດຳເນີນການຝຶກຊ້ອມແກ້ໄຂກໍລະນີທາງອອນລາຍ ກ່ຽວກັບການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ຂອງກຳລັງເສນາຮັກ ອາຊຽນ ໃນເດືອນ ພຶດສະພາ 2020."
            ທີ່ກອງປະຊຸມ, ລັດຖະມົນຕີກະຊວງປ້ອງກັນຊາດ 10 ປະເທດ ອາຊຽນ ໄດ້ພິຈາລະນາ, ຮັບຮອງເອົາຫຼາຍຂໍ້ລິເລີ່ມກ່ຽວກັບການເພີ່ມທະວີການຮ່ວມມືໃນຂົງເຂດປ້ອງກັນຊາດ ອາຊຽນ; ແຜນການເຄື່ອນໄຫວໄລຍະ 3 ປີ ຂອງ ADMM ໄລຍະ 2020 – 2022 ແລະ ພິເສດແມ່ນ ຖະແຫຼງການຮ່ວມຂອງລັດຖະມົນຕີກະຊວງປ້ອງກັນປະເທດບັນດາປະເທດ ອາຊຽນ ກ່ຽວກັບການຮ່ວມມືໃນຂົງເຂດປ້ອງກັນຊາດ ເພື່ອ ອາຊຽນ ສະໜິດຕິດພັນ ແລະ ເປັນເຈົ້າການຮັບມື./.
(ແຫຼ່ງຄັດຈາກ VOV)


top