ຂ່າວສານ

ການຮ່ວມມືດ້ານປ້ອງກັນຊາດ ປ້ອງກັນຄວາມສະຫງົບເປັນເສົາຄ້ຳໃນການພົວພັນລະຫວ່າງຫວຽດນາມ - ລາວ ແລະ ກຳປູເຈຍ

      ຕອນບ່າຍວັນທີ 5/1, ຢູ່ຮ່າໂນ້ຍ, ທ່ານລັດຖະມົນຕີກະຊວງຕຳຫຼວດຫວຽດນາມ ໂຕເລີມ ໄດ້ນຳໜ້າຄະນະຜູ້ແທນກະຊວງຕຳຫຼວດ ຫວຽດນາມ ເຂົ້າຮ່ວມກອງປະຊຸມທາງໄກ ລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ - ລາວ - ກຳປູເຈຍ ຄັ້ງທີ 3 ກ່ຽວກັບການຮ່ວມມືສະກັດກັ້ນ ແລະ ຕ້ານອາດຊະຍາກຳ
ບັນດາລັດຖະມົນຕີເຂົ້າຮ່ວມກອງປະຊຸມ
      ເຂົ້າຮ່ວມກອງປະຊຸມມີທ່ານຮອງນາຍົກລັດຖະມົນຕີ ທັງເປັນ ລັດຖະມົນຕີກະຊວງພາຍໃນກຳປູເຈຍ ສົມເດັດ Krolahom Sar Kheng ແລະ ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບລາວ ວິໄລ ຫຼ້າຄຳຟອງ.
     ທີ່ກອງປະຊຸມ, ທ່ານລັດຖະມົນຕີກະຊວງຕຳຫຼວດຫວຽດນາມ ໂຕເລີມ ໄດ້ສະເໜີໃຫ້ 3 ປະເທດສືບຕໍ່ສົມທົບກັນຈັດຕັ້ງປະຕິບັດບັນດາຂໍ້ຕົກລົງ ສັນຍາຮ່ວມມືສອງຝ່າຍລະຫວ່າງ ຫວຽດນາມ - ລາວ, ຫວຽດນາມ - ກຳປູເຈຍ; ເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານກ່ຽວກັບສະພາບການທີ່ກ່ຽວຂ້ອງເຖິງຄວາມສະຫງົບແຫ່ງຊາດ,   ຄວາມເປັນລະບຽບ ຮຽບຮ້ອຍຂອງສັງຄົມ ແລະ ຄວາມປອດໄພຂອງແຕ່ລະ ປະເທດ, ໂດຍສະເພາະຢູ່ເຂດຊາຍແດນ; ຮັກສາ ແລະ ເສີມຂະຫຍາຍ ບັນດາກົນໄກຮ່ວມມືດ້ານປ້ອງກັນຊາດ - ປ້ອງກັນຄວາມສະຫງົບ,   ຮ່ວມມືກໍ່ສ້າງເສັ້ນຊາຍແດນທີ່ມີສະຖຽນລະພາບ ແລະ ພັດທະນາແບບຍືນຍົງ. ພ້ອມກັນນັ້ນ, ກໍວາງອອກມາດຕະການການແກ້ໄຂ, ສົມທົບກັນໃນການຕໍ່ສູ້ຕ້ານອາດຊະຍາກຳທີ່ກ່ຽວຂ້ອງເຖິງ 3 ປະເທດ ແລະ ອາດຊະຍາກຳປະເພດໃໝ່.
        ໃນຕອນທ້າຍຂອງກອງປະຊຸມ,ບັນດາລັດຖະມົນຕີໄດ້ ລົງນາມໃນຖະແຫຼງການຮ່ວມຂອງກອງປະຊຸມລັດຖະມົນຕີຫວຽດນາມ-ລາວ-ກໍາປູເຈຍ ຄັ້ງທີ 3 ກ່ຽວກັບການຮ່ວມມື ສະກັດກັ້ນ ແລະ ຕ້ານອາດຊະຍາກຳ.
(ແຫຼ່ງຄັດຈາກ VOV)


top