ຂ່າວສານ

ການຮ່ວມມືດ້ານກະສິກໍາ-ປ່າໄມ້ ລະຫວ່າງແຂວງ ຄໍາມ່ວນ ແລະ ຮ່າຕິ້ງ

ໃນໄລຍະ 10 ປີຜ່ານມາ ພະແນກກະສິກໍາ-ປ່າໄມ້ ແຂວງ ຄໍາມ່ວນ ແລະ ພະແນກກະສິກຳ -ພັດທະນາຊົນນະບົດ ແຂວງ ຮ່ງຕີ້ງ ສສ ຫວຽດນາມ ໄດ້ຮ່ວມມືກັນຢ່າງສະນິດແໜ້ນ.
  ເຂດອະນຸສາວະລີປະທານ ໂຮ່ຈີມິນ ໂດຍສສ. ຫວຽດນາມ ກໍ່ສ້າງ (ພາບ: ວັນໄຊ ຕະວິນຍານ)  

 ນອກຈາກໄດ້ແລກປ່ຽນ ຄະນະຜູ້ແທນຢ້ຽມຢາມຖອດຖອນບົດຮຽນດ້ານວິຊາການນໍາກັນແລ້ວ, ທັງສອງຝ່າຍ  ຍັງໄດ້ປະຊຸມປຶກສາຫາລື ກົນໄກການຮ່ວມມື ຂົງເຂດຊາຍແດນ ລາວ ຫວຽດນາມ ກ່ຽວກັບການກວດກາສະພາບການຂຸດຄົ້ນໄມ້, ການຄ້າໄມ້,ເຄື່ອນຍ້າຍໄມ້, ສັດນໍ້າ ແລະ ສັດປ່າ ແລະ ເຄື່ອງປ່າຂອງດົງທີ່ຜິດກົດໝາຍ.ປະສານສົມທົບການກວດກາ ການຂຸດຄົ້ນໄມ້ ຜິດກົດໝາຍຢູ່ບໍລິເວນ ຊາຍແດນ ກວດກາ ການສົ່ງອອກ-ນຳເຂົ້າໄມ້ ຜ່ານດ່ານ ແຂວງ ບໍລິຄຳໄຊ ແລະ ແຂວງ ຮ່າຕີ້ງ.

 ຜ່ານການຮ່ວມມືຕົວຈິງ ໃນໄລຍະ 10 ປີຜ່ານມາ, ກອງຄຸ້ມຄອງປ່າສະຫງວນ ແລະ ທະຫານຊາຍແດນ ແຂວງ ຄຳມ່ວນ ຮ່ວມກັບກອງລາດຕະເວນຊາຍແດນ ພະແນກກະສີກຳ ແລະ ພັດທະນາຊົນນະບົດ ແຂວງ ຮ່າຕີ້ງ ໄດ້ລົງກວດກາລາດຕາເວນເຂດ 263, ຜ່ານຈຸດ 5 ເຂດ 263 ເຖິງຈຸດ 1 ເຂດ 271, ຜ່ານຈຸດ 8 ເຂດ 271 ເຖິງຈຸດ 11 ເຂດ 271, ຜ່ານຈຸດ 12 ເຂດ 271, ເຖິງຫລັກໝາຍຊາຍແດນ 511 (ຄວາມຍາວ 14 ກິໂລແມັດ ໃນລັດສະໝີ 1 ກິໂລແມັດ) ຕາມບໍລິເວນເຂດ 511, ຈຸດ 12, 14 ເຂດ 271 ພົບເຫັນການລັກລອບຕັດໄມ້,ເສັ້ນທາງ ເຄື່ອນຍ້າຍໄມ້ອອກຈາກລາວ ໄປຫວຽດນາມ  ດ້ວຍຫຼາຍຮູບການ ເຊັ່ນ: ຮູບການຂົນເປ້, ໃສ່ລົດຈັກ, ລົດໄຖນາ, ລົດກະບະ, ລົດຕູ້, ລົດເມ ແລະ ລົດຂົນສົ່ງສິນຄ້າ ຈຳນວນ 47 ກໍລະນີ ສາມາດຢືດໄມ້ໄດ້ທັງໝົດ 56.196 ໂຕ/ຕັບ, ບໍລິມາດ 595,799 ແມັດກ້ອນ ໃນນັ້ນ ໄມ້ຫ່ວງຫ້າມ 591,718 ແມັດກ້ອນ, ໄມ້ຄຸ້ມຄອງ 4,081 ແມັດກ້ອນ, ເຄື່ອງປ່າຂອງດົງ ນໍ້າໜັກ 80.846 ກິໂລກຼາມ.ໄດ້ກວດພົບເຫັນການລັກລອບຊື້-ຂາຍສັດປ່າທັງໝົດ 1.112ໂຕ, ນໍ້າໜັກ 868,3 ກິໂລກຼາມ ໃນນັ້ນສັດຍັງມີຊີິວິດ 313 ໂຕ, ນໍ້າໜັກ 275,2 ກິໂລກຼາມ, ສັດຈຳນວນນີ້ ໄດ້ປ່ອຍຄືນສູ່ທຳມະຊາດ, ສັດຕາຍ ຈຳນວນ 799 ໂຕ, ນໍ້າໜັກ 447,6 ກິໂລກຼາມ ແລະ ສິ້ນສ່ວນສັດປ່າ 145,5 ກິໂລກຼາມ ໄດ້ທຳລາຍດ້ວຍຮູບການຈູດ ແລະ ຝັງ.ພິເສດແມ່ນໄດ້ກວດກາພົບເຫັນເສືອໂຄ່ງ ຈຳນວນ 3 ໂຕ, ນໍ້າໜັກ 434 ກິໂລກຼາມ, ປະຈຸບັນໄດ້ແຊ່ແຂງໄວ້ຢູ່ກອງກວດກາປ່າໄມ້ແຂວງ.

ພາຫະນະຂົນສົ່ງຊຸກເຊື່ອງໄມ້ທີ່ບໍ່ຖືກຕ້ອງໃນທົ່ວແຂວງ ຈຳນວນ 196 ຄັນ,ໃນນັ້ນ ຍືດເປັນຂອງລັດ 59 ຄັນ ແລະ ປັບໄໝ 137 ຄັນຄື: ລົດຈັກ 59 ຄັນ (ຢືດເປັນຂອງລັດ) ລົດກະບະ 65 ຄັນ, ລົດຈິບ 15 ຄັນ, ລົດເມ 04 ຄັນ, ລົດເຊອາ 03 ຄັນ ແລະ ລົດຂົນສົ່ງ 65 ຄັນ.ໄດ້ດຳເນີນຄະດີ 210 ເລື່ອງ, ມີຜູ້ກະທຳຜິດ 337 ລາຍ, ຍິງ 41 ລາຍ, ໃນນັ້ນຄົນລາວ 252 ລາຍ, ຍິງ 37 ລາຍ, ຄົນຫວຽດນາມ 84 ລາຍ, ຍິງ 03 ລາຍ, ຄົນຈີນ 01 ລາຍ, ຍິງ 01 ລາຍ.ໄດ້ດຳເນີນຄະດີຜູ້ກະທຳຜິດກ່ຽວກັບສັດປ່າ 05 ເລື່ອງ, ຜູ້ກະທຳຜິດຈຳນວນ 06 ລາຍ,

ດ້ານຊົນລະປະທານ ແມ່ນນອນຢູແຜນການການຮ່ວມມືລະຫວ່າງ 2 ກະຊວງກະສິກຳ ແລະ ປ່າໄມ້ ສປປ ລາວ ແລະ ກະຊວງກະສິກຳ ແລະ ພັດທະນາຊົນນະບົດ ສສ ຫວຽດນາມ  ລວມມີ 05 ໂຄງການ ໃນນັ້ນ ແຂວງ ຄຳມ່ວນ ມີໂຄງການ ກໍ່ສ້າງ ລະບົບຊົນລະປະທານ ຊຽງຫວາງ (ລວມທັງກໍ່ສ້າງຕະຝັ່ງກັນເຈື່ອນ ແມ່ນໍ້າ ປະມານ 500 ແມັດ) ເມືອງ ໜອງບົກ.

 ປັດຈຸບັນກຳລັງລໍຖ້າອຳນາດການປົກຄອງ ແຂວງ ຮ່າຕີ້ງ ຕົກລົງຮັບຮອງເອົາ ເອກະສານ ຮູບແບບການກໍ່ສ້າງ ແລະ  ແຜ່ນຄິດໄລ່ທີ່ທາງບໍລິສັດທີ່ປຶກສາຫວຽດນາມໄດ້ລົງມາສຳຫຼວດ ກໍ່ສາມາດລົງມືກໍ່ສ້າງໄດ້.



top