ຂ່າວສານ

ການຮ່ວມມືການຄ້າແມ່ນກຳລັງໜູນຊຸກຍູ້ການພົວພັນລະຫວ່າງ ຫວຽດນາມ - ອາເມລິກາ

2 ຝ່າຍກໍ່ສະແດງຄວາມເຊື່ອໝັ້ນຕໍ່ການພົວພັນ ລະຫວ່າງ ຫວຽດນາມ - ອາເມລິກາ ດ້ວຍການກຳນົດທິດພັດທະນາທີ່ຖືກຕ້ອງ ຈະໄດ້ສືບຕໍ່ຮັກສາທ່າເຕີບໂຕຢ່າງໝັ້ນຄົງ.
(ພາບປະກອບ: TTXVN)

ຕອນບ່າຍວັນທີ 4 ພະຈິກ, ຢູ່ຮ່າໂນ້ຍ, ທ່ານຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ໂດແທງຫາຍ, ຮອງປະທານສະພາການຄ້າ ແລະ ການລົງທຶນ ຫວຽດນາມ - ອາເມລິກາ (TIFA), ໄດ້ເຮັດວຽກກັບທ່ານນາງ Dawn Shackleford, ຜູ້ຊ່ວຍວຽກຜູ້ຕາງໜ້າດ້ານການຄ້າອາເມລິກາ (USTR) ຮັບຜິດຊອບພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ ແລະ ປາຊີຟິກ, ເພື່ອແລກປຽນ ກ່ຽວກັບບັນດາບັນຫາດ້ານເສດຖະກິດ, ການຄ້າສອງຝ່າຍລະຫວ່າງ 2 ປະເທດໃນຂອບເຂດສະພາ TIFA.

        2 ຝ່າຍກໍ່ສະແດງຄວາມເຊື່ອໝັ້ນຕໍ່ການພົວພັນ ລະຫວ່າງ ຫວຽດນາມ - ອາເມລິກາ ດ້ວຍການກຳນົດທິດພັດທະນາທີ່ຖືກຕ້ອງ ຈະໄດ້ສືບຕໍ່ຮັກສາທ່າເຕີບໂຕຢ່າງໝັ້ນຄົງ; ໃນນັ້ນ, ການຮ່ວມມືດ້ານເສດຖະກິດ - ການຄ້າ ແມ່ນໃຈກາງ ແລະ ກຳລັງໜູນຕົ້ນຕໍ່ເພື່ອຊຸກຍູ້ການພົວພັນສອງຝ່າຍ.

        ສຳລັບບັນຫາທາງດ້ານເສດຖະກິດ - ການຄ້າທີ່ ຫວຽດນາມ ສົນໃຈນັ້ນ, ທ່ານຮອງລັດຖະມົນຕີ ໂດແທງຫາຍ ສະເໜີໃຫ້ ອາເມລິກາ ຈົ່ງຕີລາຄາຢ່າງພາວະວິໄສ, ຍຸຕິທຳ, ຖືກກັບຂໍ້ກຳນົດຂອງ WTO ໃນກໍລະນີສືບສວນສອບສວນກ່ຽວກັບການປ້ອງກັນດ້ານການຄ້າ; ພ້ອມກັນນັ້ນ, ກໍ່ເພີ່ມທະວີການແລກປ່ຽນເພື່ອບັນລຸໄດ້ຄວາມກ້າວໜ້າ ໃນບັນຫາເສດຖະກິດການຕະຫຼາດ…

        ສ່ວນທ່ານນາງຜູ້ຊ່ວຍວຽກ USTR Dawn Shackleford ໃຫ້ຮູ້ວ່າ, ເສດຖະກິດ, ການຄ້າ ແລະ ສິດຂອງຜູ້ອອກແຮງງານ ຈະແມ່ນຫົວເລື່ອງທີ່ໄດ້ຮັບບຸລິມະສິດຢ່າງສູງ ໃນສະໄໝຂອງທ່ານປະທານາທິບໍດີ Joe Biden, ຄະນະຜູ້ແທນຈະສືບຕໍ່ມີລາຍການເຮັດວຽກກັບກະຊວງ, ຂະແໜງການຕ່າງໆຂອງ ຫວຽດນາມ ໃນຂອບເຂດກົນໄກເຈລະຈາຂອງສະພາ TIFA.

(ແຫຼ່ງຄັດຈາກ VOV)


top