ຂ່າວສານ

ການຮ່ວມມື CLMV - ຊອກຫາມາດຕະການຟື້ນຟູເສດຖະກິດ

      ກອງປະຊຸມລັດຖະມົນຕີເສດຖະກິດ ບັນດາປະເທດ ກຳປູເຈຍ - ລາວ - ມຽນມາ - ຫວຽດນາມ ຄັ້ງທີ 13 (CLMV EMM 13) ຫາກໍດຳເນີນຫວ່າງມໍ່ໆມານີ້ ຕາມຮູບການທາງອອນລາຍ ໂດຍ ມຽນມາ ເປັນປະທານ. ໃນສະພາບການບັນດາປະເທດ ອາຊຽນ ພວມມານະພະຍາຍາມຄວບຄຸມໂລກລະບາດໂຄວິດ - 19 ແລະ ຟື້ນຟູເສດຖະກິດ, CLMV EMM 13 ໄດ້ກາຍເປັນຊ່ອງໜູນຊ່ວຍທີ່ສຳຄັນ, ປະກອບສ່ວນຢ່າງມີປະສິດທິຜົນໃຫ້ແກ່ວິວັດທະນາການນີ້.
            ກົນໄກຮ່ວມມື CLMV  ໄດ້ຮັບການສ້າງຕັ້ງຂຶ້ນແຕ່ປີ 2003. ນີ້ແມ່ນໜຶ່ງໃນບັນດາຄວາມມານະພະຍາຍາມຮັບມືກັບຄວາມຕ້ອງການພາວະວິໄສຂອງການເຊື່ອມໂຍງອະນຸພາກພື້ນ ແມ່ນ້ຳຂອງ ແລະ ອາຊຽນ. ການຮ່ວມມື CLMV ໄດ້ເລີ່ມມາຈາກແນວຄວາມຄິດຮັດແຄບໄລຍະຫ່າງພັດທະນາ ແນໃສ່ຊຸກຍູການເຊື່ອມໂຍງຂອງບັນດາປະເທດ CLMV ເຂົ້າໃນວິວັດການພັດທະນາລວມຂອງພາກພື້ນ.
ຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມ ກອງປະຊຸມລັດຖະມົນຕີເສດຖະກິດ ບັນດາປະເທດ ກຳປູເຈຍ - ລາວ - ມຽນມາ - ຫວຽດນາມ
ຄັ້ງທີ 13  ແບບທາງໄກ (ພາບ: TTXVN)
      
      ການຮ່ວມມື CLMV ແນໃສ່ເສີມຂະຫຍາຍທ່າໄດ້ປຽບ, ຄວາມສາມາດບົ່ມຊ້ອນຮ່ວມມືຂອງບັນດາປະເທດ CLMV ທີ່ມີຢູ່ແລ້ວ, ພ້ອມທັງແມ່ນຊ່ອງຮຽກຮ້ອງການໜູນຊ່ວຍຂອງບັນດາປະເທດ ອາຊຽນ ອື່ນ ແລະ ບັນດາຄູ່ຮ່ວມມືພັດທະນາ ໃຫ້ແກ່ບັນດາປະເທດ CLMV. ການຮ່ວມມື CLMV ກໍແມ່ນເວທີປາໄສເພື່ອໃຫ້ບັນດາປະເທດ CLMV ສົມທົບຫຼັກໝັ້ນປະກອບສ່ວນປົກປ້ອງຜົນປະໂຫຍດຂອງບັນດາປະເທດດັ່ງກ່າວ ໃນວິວັດທະນາການເຊື່ອມຕໍ່ເສດຖະກິດ ອາຊຽນ, ກໍຄື ລະຫວ່າງ ອາຊຽນ ກັບຄູ່ຮ່ວມມືອື່ນໆ (ຈີນ, ຍີ່ປຸ່ນ, ສ.ເກົາຫຼີ). 6 ຂົງເຂດຮ່ວມມືຂອງ CLMV, ລວມມີ: ການຄ້າ ແລະ ການລົງທຶນ; ກະສິກຳ; ອຸດສາຫະກຳ ແລະ ພະລັງງານ; ການຄົມມະນາຄົມ; ການທ່ອງທ່ຽວ; ພັດທະນາແຫຼ່ງຊັບພະຍາກອນມະນຸດ.
ແຜນການພື້ນຟູເສດຖະກິດ ພາຍຫຼັງໂລກລະບາດ
            ໜຶ່ງໃນບັນດາເນື້ອໃນຫຼັກໆ ເຊິ່ງລັດຖະມົນຕີເສດຖະກິດ 4 ປະເທດ CLMV ຈະນຳມາປຶກສາຫາລືໃນກອງປະຊຸມຄັ້ງນີ້ ແມ່ນແຜນການຟື້ນຟູເສດຖະກິດພາຍຫຼັງໂລກລະບາດໂຄວິດ - 19 ແລະ ບາດກ້າວຕໍ່ໄປເພື່ອຊຸກຍູ້ການຄ້າ, ການລົງທຶນ, ເພີ່ມທະວີການເຊື່ອມຕໍ່ລະຫວ່າງບັນດາປະເທດ CLMV.
            ປີ 2021 ສືບຕໍ່ແມ່ນປີບັນດາປະເທດໃນໂລກປະສົບກັບຄວາມຫຍຸ້ງຍາກ ດ້ວຍສິ່ງທ້າທາຍຫຼາຍຢ່າງ ໃນຂະນະທີ່ສະພາບການໂລກລະບາດຍັງສືບຕໍ່ມີການຜັນແປຢ່າງສັບສົນ ແລະ ອາດຈະແກ່ຍາວ. ເຖິງຢ່າງໃດກໍຕາມ, ມີສັນຍານທີ່ເປັນໜ້າຊື່ນຊົມນັ້ນແມ່ນ ເຖິງວ່າຖືກຜົນກະທົບຈາກໂລກລະບາດໂຄວິດ - 19 ກໍຕາມ, ແຕ່ການຄ້າ ແລະ ການລົງທຶນໃນພາກພື້ນ CLMV ຍັງຮັກສາທ່າເຕີບໂຕໃນປີ 2020 ແລະ ຊຸມເດືອນຕົ້ນປີ 2021, ປະກອບສ່ວນເຂົ້າໃນການເຕີບໂຕລວມຂອງພາກພື້ນ ອາຊຽນ. ນີ້ແມ່ນໝາກຜົນທີ່ຕັ້ງໜ້າ, ເຊິ່ງສະແດງໃຫ້ເຫັນຄວາມມານະພະຍາຍາມຂອງບັນດາປະເທດໃນວຽກງານທັງປ້ອງກັນ, ຕ້ານໂລກລະບາດ, ທັງຟື້ນຟູເສດຖະກິດ.
            ເພື່ອສືບຕໍ່ປະຕິບັດແຜນການຟື້ນຟູເສດຖະກິດ ແລະ ຊຸກຍູ້ການຄ້າ, ການລົງທຶນ, ເພີ່ມທະວີການເຊື່ອມຕໍ່ລະຫວ່າງບັນດາປະເທດ CLMV, ລັດຖະມົນຕີເສດຖະກິດບັນດາປະເທດ CLMV ໄດ້ແບ່ງປັນຂໍ້ມູນ, ບົດຮຽນກ່ຽວກັບນະໂຍບາຍ, ມາດຕະການຕ່າງໆເພື່ອຮັບມືກັບໂລກລະບາດ ແລະ ຟື້ນຟູເສດຖະກິດຂອງຕົນ, ສະເໜີບັນດາມາດຕະການເພື່ອຊຸກຍູ້ການຮ່ວມມືດ້ານການຄ້າ, ການລົງທຶນ ແລະ ເພີ່ມທະວີການເຊື່ອມຕໍ່ລະຫວ່າງບັນດາປະເທດ CLMV. ໜຶ່ງໃນບັນດາມາດຕະການນັ້ນແມ່ນ ບັນດາປະເທດ CLMV ຈະສືບຕໍ່ເອື້ອອຳນວຍຄວາມສະດວກແກ່ການເຄື່ອນໄຫວນຳເຂົ້າ - ສົ່ງອອກຂອງກັນ, ພິເສດແມ່ນການເຄື່ອນໄຫວແຈ້ງພາສີຢູ່ດ່ານຊາຍແດນແຫ່ງຕ່າງໆຂອງເຂດຊາຍແດນ; ສົ່ງເສີມການເພີ່ມທະວີການຮ່ວມສຳພັນລະຫວ່າງວິສາຫະກິດບັນດາປະເທດ CLMV ໃນບັນດາຂົງເຂດປຸງແຕ່ງ, ສົ່ງອອກຜະລິດຕະພັນກະສິກຳ, ສະບຽງອາຫານ ແນໃສ່ສ້າງລະບົບສະໜອງໃນພາກພື້ນ ໂດຍ CLMV ເປັນເສົາຄ້ຳຕົ້ນຕໍ. ບັນດາປະເທດ CLMV ກໍເຫັນດີເພີ່ມທະວີການເຊື່ອມຕໍ່ກັບບັນດາເປົ້າໝາຍຂອງແຜນການສັງລວມການເຊື່ອມຕໍ່ ອາຊຽນ ຮອດປີ 2025.
      ຊຸກຍູ້ວິວັດທະນາການຟື້ນຟູເສດຖະກິດລວມຂອງ ອາຊຽນ
      ສິ່ງທ້າທາຍໃຫຍ່ຫຼວງທີ່ສຸດໃນການເຊື່ອມໂຍງ ອາຊຽນ ນັ້ນແມ່ນ ການຮັດແຄບໄລຍະຫ່າງພັດທະນາຂອງບັນດາສະມາຊິກໃນ ອາຊຽນ, ລະອຽດແມ່ນລະຫວ່າງບັນດາປະເທດ CLMV ກັບບັນດາປະເທດສະມາຊິກ ອາຊຽນ ທີ່ຍັງເຫຼືອ. ໃນຂະນະນັ້ນ, ການຟື້ນຟູເສດຖະກິດໃນທົ່ວພາກພື້ນ ແມ່ນຍັງບໍ່ເຂັ້ມແຂງ ຍ້ອນວິວັດທະນາການເປີດປະຕູຄືນໃໝ່ຢູ່ບັນດາປະເທດສະມາຊິກຍັງຖືກຂາດວັກຂາດຕອນ ຍ້ອນການແຜ່ລະບາດຂອງໂລກລະບາດໂຄວິດ - 19 ຮອບໃໝ່ ເມື່ອມີໄວຣັດສາຍພັນໃໝ່. ເຖິງວ່າເປັນແນວນັ້ນກໍຕາມ, ແຕ່ການຄ້າ ແລະ ການລົງທຶນໃນພາກພື້ນ CLMV ຍັງຄົງຮັກສາໄດ້ທ່າເຕີບໂຕໃນປີ 2020 ແລະ ຊຸມເດືອນຕົ້ນປີ 2021, ປະກອບສ່ວນເຂົ້າໃນການເຕີບໂຕລວມຂອງພາກພື້ນ ອາຊຽນ. ເບິ່ງລວມແລ້ວ, ເສດຖະກິດ ອາຊຽນ ຍັງໄດ້ຮັບການຕີລາຄາຢ່າງຕັ້ງໜ້າ. ຄາດວ່າ, ໃນປີ 2021 GDP ໃນພາກພື້ນຈະເຕີບໂຕ 4% ແລະ ບັນລຸ 5,2% ໃນປີ 2022.
      ໄລຍະຜ່ານມາ, ບັນດາປະເທດ CLMV  ໄດ້ຜັນຂະຫຍາຍແຜນການກະທຳຮ່ວມມືເສດຖະກິດ CLMV, ສົມທົບກັນຢ່າງແໜ້ນແຟ້ນໃນບັນດາການເຄື່ອນໄຫວຊຸກຍູ້ການຄ້າ ເປັນຕົ້ນແມ່ນ ຈັດງານຕະຫຼາດນັດ, ງານວາງສະແດງ, ການສົ່ງເສີມການຄ້າ, ການລົງທຶນ, ໜູນຊ່ວຍບັນດາວິສາຫະກິດຂະໜາດກາງ ແລະ ນ້ອຍ, ຈຸລະວິສາຫະກິດ ຜ່ານການເຊື່ອມຕໍ່ “B2B Matching” (ເຊື່ອມຕໍ່ວິສາຫະກິດກັບວິສາຫະກິດ)…. ໃນສະພາບການພາກພື້ນພວມມານະພະຍາຍາມຟື້ນຟູພາຍຫຼັງໂລກລະບາດໂຄວິດ - 19, ພ້ອມກັບການໃຫ້ບູລິມະສິດສັກວັກຊິນກັນພະຍາດໂຄວິ - 19 ນັ້ນ, ການສືບຕໍ່ຊຸກຍູ້ ແລະ ຮັກສາການຮ່ວມມື CLMV ຢ່າງມີປະສິດທິຜົນ ຈະຊ່ວຍຮັດແຄບຊ່ອງຫວ່າງພັດທະນາລະຫວ່າງບັນດາປະເທດສະມາຊິກ, ຊຸກຍູ້ວິວັດທະນາການຟື້ນຟູເສດຖະກິດລວມໃນ ອາຊຽນ./. 
(ແຫຼ່ງຄັດຈາກ VOV)

 

top