ຂ່າວສານ

ການອະໄພຍະໂທດ ສະແດງໃຫ້ເຫັນນະໂຍບາຍມະນຸດສະທຳຂອງພັກ ແລະ ລັດ ຫວຽດນາມ

ຕອນບ່າຍວັນທີ 23 ສິງຫາ ຢູ່ຮ່າໂນ້ຍ, ສະພາທີ່ປຶກສາອະໄພຍະໂທດປີ 2021 ໄດ້ໂຮມປະຊຸມ ພິຈາລະນາ ກວດເອກະສານ, ບັນຊີລາຍຊື່ສະເໜີອະໄພຍະໂທດປີ 2021 . ທ່ານຮອງນາຍົກລັດຖະມົນຕີ ຝ້າມບີງມິນ ປະທານ ສະພາທີ່ປຶກສາອະໄພຍະໂທດເປັນປະທານກອງປະຊຸມ. 
ທ່ານຮອງນາຍົກລັດຖະມົນຕີ ຝ້າມບີງມິນ ປະທານສະພາທີ່ປຶກສາອະໄພຍະໂທດເປັນປະທານກອງປະຊຸມ

 ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ຝ້າມບີງມິນ ໃຫ້ຮູ້ວ່າ ນີ້ແມ່ນການ ອະໄພຍະໂທດຄັ້ງທຳອິດ ພາຍຫຼັງທີ່ກົດໝາຍວ່າດ້ວຍ ການອະໄພຍະໂທດປີ 2018 ໄດ້ຮັບການຮອງເອົາ. ທ່ານຮອງນາຍົກລັດຖະມົນຕີ ຝ້າມບີງມິນ ຊີ້ແຈ້ງວ່າ :

    “  ສະພາທີ່ປຶກສາອະໄພຍະໂທດປະຊຸມ ພິຈາລະນາ ສຳຫຼວດກວດຄືນ ຮັບປະກັນຄວາມໂປ່ງໃສ ຍຸຕິທຳ ຖືກຕ້ອງຕາມເປົ້າໝາຍ, ພວກເຮົາຈະສະຫຼຸບບັນຊີລາຍຊື່ເພື່ອຍື່ນສະເໜີຕໍ່ທ່ານປະທານປະເທດ. ນີ້ກໍແມ່ນການປະຕິບັດຢ່າງຖືກຕ້ອງຕາມແຜນການທີ່ ສະພາທີ່ປຶກສາອະໄພຍະໂທດ ໄດ້ວາງອອກ”

(ແຫຼ່ງຄັດຈາກ VOV)


top