ວິຖີຊີວິດ ຂອງ ຄົນ ຫວຽດ

ການຫຼິ້ນພື້ນເມືອງ ຂອງ ຊາວເຜົ່າ ໂລໂລຈ໊າຍ

ຕັ້ງຢູ່ທ່າມກາງ ທິວທັດທຳມະຊາດ ທີ່ໃຫຍ່ໂຕມະໂຫຖານ ຢູ່ ຈຸດເໜືອສຸດ ຂອງ ຫວຽດນາມ ທີ່ຂຶ້ນກັບແຂວງ ຕວຽນກວາງ, ບ້ານ ໂລໂລຈ໊າຍ ເຊິ່ງເປັນບ່ອນດຳລົງຊີວິດ ຂອງຊາວເຜົ່າ ໂລໂລ, ບໍ່ພຽງແຕ່ດຶງດູດ ນັກທ່ອງທ່ຽວ ດ້ວຍຄວາມງາມ ທ່ີມີ ສະເໜ່ ເທົ່ານັ້ນ, ແຕ່ຍັງ ເປັນບ່ອນຮັກສາ ບັນດາຈຸດພິເສດ ທາງດ້ານວັດທະນະທຳ ຮີດຄອງປະເພນີ ກັບບັນດາການ ຫຼິ້ນພື້ນເມືອງ ທີ່ມ່ວນຊື່ນ.

ຕັ້ງຢູ່ທ່າມກາງ ທິວທັດທຳມະຊາດ ທີ່ໃຫຍ່ໂຕມະໂຫຖານ ຢູ່ ຈຸດເໜືອສຸດ ຂອງ ຫວຽດນາມ ທີ່ຂຶ້ນກັບແຂວງ ຕວຽນກວາງ, ບ້ານ ໂລໂລຈ໊າຍ ເຊິ່ງເປັນບ່ອນດຳລົງຊີວິດ ຂອງຊາວເຜົ່າ ໂລໂລ, ບໍ່ພຽງແຕ່ດຶງດູດ ນັກທ່ອງທ່ຽວ ດ້ວຍຄວາມງາມ ທ່ີມີ ສະເໜ່ ເທົ່ານັ້ນ, ແຕ່ຍັງ ເປັນບ່ອນຮັກສາ ບັນດາຈຸດພິເສດ ທາງດ້ານວັດທະນະທຳ ຮີດຄອງປະເພນີ ກັບບັນດາການ ຫຼິ້ນພື້ນເມືອງ ທີ່ມ່ວນຊື່ນ.

ຕັ້ງຢູ່ຕາແສງ ຫຼຸ໊ງກູ໋, ບ້ານ ໂລໂລຈ໊າຍ ໄດ້ຮັບການຄັດເລືອກ ໃຫ້ເປັນໜຶ່ງໃນ “ໝູ່ບ້ານທ່ອງທ່ຽວ ດີເດັ່ນທີ່ສຸດໂລກ ປີ 2025”. ບ້ານ ໂລໂລຈ໊າຍ ມີຄວາມພົ້ນເດັ່ນ ດ້ວຍບັນດາຫຼັງ ເຮືອນ ທ່ີກໍ່ດ້ວຍດິນ, ຫຼັງຄາມຸງດ້ວຍ ດິນຂໍຜູ້ ແລະ ດິນຂໍແມ່ ຂວໍ້າໜ້າ ໃສ່ກັນ, ຕັ້ງຢ່າງສະຫງົບ ຢູ່ແຄມທາງ ປູດ້ວຍຫີນ ທ່າມກາງພູເຂົາທີ່ ກວ້າງໃຫຍ່ ແລະ ງົດງາມ.

ບ້ານ ໂລໂລຈ໊າຍ ຟົດຟື້ນໄປດ້ວຍ ບັນຍາກາດ ການຫຼິ້ນພື້ນ ເມືອງ ໃນຊ່ວງວັນບຸນ ແລະ ປີໃໝ່.

ໃນໂອກາດບຸນເຕັດ, ບ້ານ ໂລໂລຈ໊າຍ ມີບັນຍາກາດຄຶກຄື້ນ ຍິ່ງ ກວ່າເວລາໃດໝົດ. ໃນຊຸດອາພອນປະຈຳເຜົ່າ ທີ່ມີສີສັນ ສົດໃສ, ຊາວເຜົ່າ ໂລໂລ ໄດ້ພ້ອມກັນ ເຂົ້າຮ່ວມບັນດາການ ຫຼິ້ນພື້ນເມືອງ ຢ່າງມ່ວນຊື່ນ, ເພື່ອຮັດແໜ້ນ ຄວາມສາມັກຄີ ພາຍໃນຊຸມຊົນ.  

ຈຸດພິເສດ ໃນມື້ຕົ້ນລະດູບານໃໝ່ ຂອງ ຊາວເຜົ່າ ໂລໂລ ແມ່ນການຫຼິ້ນ “ດຶງເຊືອກ”. ແທນທີ່ຈະໃຊ້ເຊືອກ, ແຕ່ລະທີມ ຈະຕໍ່ແຖວກັນ ດ້ວຍການກອດແອວກັນໃຫ້ແໜ້ນ, ແລ້ວພາ ກັນ ດຶງທ່າມກາງ ສຽງຫົວ ພ້ອມກັບສຽງເຊຍ ຢ່າງຄຶກຄື້ນ ມ່ວນຊື່ນ. ການຫຼິ້ນນີ້ ບໍ່ພຽງແຕ່ຢັ້ງຢືນເຖິງ ພະລັງຄວາມສາ ມັກຄີ ຂອງລວມໝູ່ເທົ່ານັ້ນ ແຕ່ຍັງນຳມາເຊິ່ງ ຊ່ວງເວລາທີ່ ຜ່ອນຄາຍ ໃຫ້ແກ່ທັງຜູ້ຫຼິ້ນ ແລະ ຜູ້ຊົມ.

 
ຊາວເຜົ່າ ໂລໂລ ເຂົ້າຮ່ວມການຫຼິ້ນ ດຶງເຊືອກ ໃນໂອກາດ ບຸນໄຫວ້ ບັນພະບຸລຸດ.

ຊາວເຜົ່າ ໂລໂລ ຍັງມີການຫຼິ້ນ “ເຕະໝູ”, ເຊິ່ງຖືວ່າ ເປັນການ ຫຼິ້ນ ທີ່ຕື່ນເຕັ້ນ ແລະ ຕະຫຼົກທີ່ສຸດ. ການຫຼິ້ນນີ້, ຊາຍສະກັນ ຄົນໜ່ຶງ ຈະໃຊ້ສອງມືຄ້ຳດິນ, ໃຊ້ຄວາມໄວຂອງຕີນ ເພື່ອເຕະ ໃຫ້ຖືກ ສະມາຊິກຄົນອື່ນໆ ໃນວົງມົນ. ໃຜຖືກເຕະ ຫຼື ແລ່ນ ອອກນອກເສັ້ນ ຈະເປັນຜູ້ແພ້.

 

ການຫຼິ້ນ “ງູກິນຫາງ” ກໍໄດ້ຊາວເຜົ່າ ໂລໂລ ນຳມາຫຼິ້ນ ໃນວັນ ບຸນລະດູບານໃໝ່. ກຸ່ມຜູ້ຫຼິ້ນ ຈະຕໍ່ແຖວກັນຍາວ ພາຍໃຕ້ ການນຳພາ ຂອງ ຫົວໜ້າແຖວ. ໜ້າທີ່ຂອງ “ຫົວງູ” ແມ່ນ ຕ້ອງມີຄວາມເຂັ້ມແຂງ ເພື່ອຂັດຂວາງ ບໍ່ໃຫ້ຝ່າຍກົງກັນຂ້າມ ດຶງເອົາສະມາຊິກ ທີ່ຢູ່ທາງຫຼັງໄປໄດ້.

ການຫຼິ້ນພື້ນເມືອງ “ງູກິນຫາງ” ຢູ່ບ້ານ ໂລໂລຈ໊າຍ.
 

ໂດຍສະເພາະ, “ຍູ້ໄມ້ເທົ້າ”, ກິລາພື້ນເມືອງທີ່ເຕັມໄປດ້ວຍ ຄວາມທ້າທາຍ ແມ່ນການຫຼິ້ນທີ່ຂາດບໍ່ໄດ້ ໃນງານບຸນຕົ້ນປີ ຢູ່ທີ່ນີ້. ນີ້ແມ່ນການປະລອງຄວາມໄຫວພິບ ແລະ ພະລັງ ລະ ຫວ່າງ ສອງຝ່າຍ. ພະລັງ ແລະ ຄວາມສາມາດ ຂອງ ບັນດາ ຊາຍໜຸ່ມ ແລະ ຍິງສາວ ເຂດພູສູງ ຍາມໃດກໍແມ່ນຈຸດສຸມ ທີ່ດຶງດູດ ການໃຫ້ກຳລັງໃຈ ຈາກຊາວບ້ານ ຢ່າງຄຶກຄື້ນ.

ນັກທ່ອງທ່ຽວ ມີຄວາມຕື່ນເຕັ້ນ ໃນການລອງຫຼິ້ນດຶງເຊືອກ ຮ່ວມກັບຊາວບ້ານ ໂລໂລຈ໊າຍ.
 

ບັນດາການຫຼິ້ນພື້ນເມືອງ ຢູ່ທີ່ນີ້ ບໍ່ພຽງແຕ່ນຳມາເຊິ່ງ ຄວາມ ມ່ວນຊື່ນເທົ່ານັ້ນ, ແຕ່ຍັງແມ່ນ “ສາຍໃຍ” ຜູກພັນ ລະຫວ່າງ ບັນດາຮຸ່ນຄົນດ້ວຍກັນ. ການປະສານສົມທົບ ລະຫວ່າງ ທິວ ທັດທຳມະຊາດ ທີ່ສວຍງາມ ແລະ ວິຖີການດຳລົງຊີວິດ ທີ່ອົບ ອຸ່ນ ຂອງຊຸມຊົນ ໄດ້ເຮັດໃຫ້ ໂລໂລຈ໊າຍ ກາຍເປັນ ຈຸດໝາຍປາຍທາງ ທີ່ບໍ່ຄວນພາດ ຢູ່ເຂດພາກເໜືອສຸດ ຂອງ ຫວຽດນາມ.

ປະຕິບັດໂດຍ: ຫວຽດເກື່ອງ - ແປໂດຍ: ແທງບັ່ງ


top